ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກະຊວງປ້ອງກັນປະເທດ ຈັດກອງປະຊຸມວາລະເລັ່ງດ່ວນ ແກ້ໄຂຜົນກະທົບການແຜ່ລະບາດຂອງພະຍາດໂຄວິດ-19
ເວລາອອກຂ່າວ: 2021-05-18 18:07:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 80 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 18 ພືຶດສະພານີ້, ຢູ່ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ ໄດ້ດໍາເນີນກອງປະຊຸມວາລະເລັ່ງດ່ວນ ການແກ້ໄຂຜົນກະທົບການລະບາດ ຂອງພະຍາດໂຄວິດ-19, ການສ້າງແຜນການກຽມພ້ອມຮັບມື ຈາກຜົນກະທົບຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ, ຕໍ່ການປະຕິບັດໜ້າທີ່ວຽກງານຈຸດສຸມ ຂອງກະຊວງ. ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຮອງລັດຖະມົນຕີ,ຄະນະກົມໃຫຍ່ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ຫ້ອງການປກຊ-ປກສ ແລະ ຫົວໜ້າກົມການເງິນ ກປທ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນວາລະກອງຊຸມ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ, ຮອງຫົວໜ້າກົມໃຫຍ່ພະລາທິການ, ຫົວໜ້າກອງເລຂາຄະນະສະເພາະກິດຂັ້ນກະຊວງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະ ພາບການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ຢູ່ໃນໂລກ ແລະ ຢູ່ໃນປະເທດລາວເຮົາ. ໃນປັດຈຸ ບັນນີ້ ຕົວເລກຜູ້ຕິດເຊື້ອທັງໝົດໃນທົ່ວໂລກ 222 ປະເທດ ມີ 164,262,555 ຄົນ, ເສຍຊີວິດ 3,403,998 ຄົນ, ປີ່ນປົວດີແລ້ວ 142,983,443 ຄົນ. ນັບສະເພາະຢູ່ໃນ ສປປລາວ ມີຜູ້ຕິດເຊື້ອທັງໝົດ 1,638 ຄົນ, ປີ່ນປົວຫາຍດີ 582 ຄົນ, ເສຍຊີວິດ 2 ຄົນ. ພ້ອມດຽວກັນນີ້ກອງປະຊຸມຍັງໄດ້ຍົກໃຫ້ເຫັນບາງຈຸດທີ່ຍັງຄ້າງຄາ ແລະ ບົດຮຽນອັນພົ້ນເດັ່ນ ທີ່ຖອດຖອນໄດ້ຈາກພືດຕິກຳຕົວຈິງ ໃນການຕ້ານເຊື້ອພະຍາດໂຄວິດ ໃນໄລຍະທີ່ຜ່ານມາ ເພື່ອໃຫ້ຄະນະສະເພາະກິດທຸກຂັ້ນ ສືບຕໍ່ນຳບົດຮຽນດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍສູ່ວຽກງານຕົວຈິງໃນຕໍ່ໜ້າ ໃຫ້ເກີດດອກອອກຜົນຫລາຍຂື້ນ. ລາຍງານກ່ຽວກັບການບໍລິການ, ການປີ່ນປົວ ການກວດຫາເຊື້ອຢູ່ຕາມຈຸດຕ່າງໆ ທີ່ກະຊວງວາງອອກ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ຢູ່ທີ່ໂຮງໝໍພາກສະໜາມຫຼັກ 27 ໂດຍອິງໃສ່ມາດຕະການຂັ້ນກະຊວງ ກໍຄືຂັ້ນສູນກາງວາງອອກຢ່າງເຂັ້ມງວດ. ໃນຕອນທ້າຍ, ສະຫາຍຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຄະນະສະເພາະກິດຂັ້ນກະຊວງ ແລະ ກົມກອງຮີບຮ້ອນປັບປຸງໂຄງປະກອບດ້ານບຸກຄະລາກອນ ຂອງການຈັດຕັ້ງຕົນເອງ ໃຫ້ຄົບຖ້ວນສົມບູນ, ປັບປຸງລະບົບແບບແຜນວິທີເຮັດວຽກ ໃຫ້ໂລ່ງລ່ຽນ, ວ່ອງໄວ ແລະ ມີປະສິດທິພາບສູງ ຕາມຮູບແບບການບັນຊາການສູ້ຮົົບ, ສຳຄັນຕ້ອງມີແຜນປະຕິບັດງານ ທີ່ຈະແຈ້ງ, ມີເປົ້າໝາຍ, ມີຄາດໝາຍ ທີ່ຮັດກຸມ, ມີກຳລັງຄົນກັບກຳລັງຊັບ ຈັດຕັ້ງປະຕິບັດຄັກແນ່. ຄົ້ນຄວ້າຄືນ ໂດຍສະເພາະ ມາດຕະການໃດ ທີ່ສາມາດຜ່ອນຜັນ ແລະ ມາດຕະການໃດ ຕ້ອງໄດ້ເພີ່ມທະວີຄວາມເຂັ້ມງວດ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ ໂດຍໃຫ້ຄຳແນະນຳເພີ່ມເຕີມຂອງຄະນະສະເພາະກິດ ລາຍລະອຽດ ແລະ ມີຜົນບັງຄັບໃຊ້ຢ່າງເຂັ້ມງວດ; ດ້ານການແພດ ໃຫ້ເອົາໃຈໃສ່ສ້າງແຜນຈັດຕັ້ງປະຕິບັດກ່ຽວກັບການຈັດຫາວັກຊີນ ແລະ ສັກວັກຊີນໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້, ໄດ້ໄວເທົ່າທີ່ຈະໄວໄດ້, ຖືວຽກນີ້ ເປັນວຽກຕ້ອງສຸມໃສ່ເຮັດ ໂດຍບໍ່ໃຫ້ລັງເລໃດໆ; ໃຫ້ຖອດບົດຮຽນນໍາປະເທດເພື່ອນມິດ ກ່ຽວກັບຢາປົວພະຍາດໂຄວິດ-19 ທີ່ເຮັດໃຫ້ປິ່ນປົວເຊົາໄວຂຶ້ນ; ປັບປຸງຍົກລະດັບເຄື່ອງມືອຸປະກອນການແພດຕາມ ຄວາມຈຳເປັນ ເພື່ອຄວາມສະດວກວ່ອງໄວ ແລະ ທັນການຂື້ນ; ການຈັດສັນງົບປະມານ ໃຫ້ມີແຜນລະອຽດຕົວຈິງ ບໍ່ໃຫ້ເຮັດລວມໆ ຕ້ອງຈັດສັນໃສ່ອັນໃດທີ່ຈຳເປັນ; ສືບຕໍ່ຮັບເອົາການຊ່ວຍເຫຼືອ; ໃຫ້ເອົາໃຈໃສ່ເປັນພິເສດ ນະໂຍບາຍຕໍ່ພະນັກງານແພດໝໍ ທີ່ປະຕິບັດໜ້າທີ່ປະຈັນບານຢູ່ໂຮງໝໍ ທີ່ມີຄວາມສ່ຽງສູງ. ສຸດທ້າຍເຊື່ອໝັ້ນວ່າ ຄະນະສະເພາະກິດຂັ້ນສູນກາງ, ຂັ້ນກະຊວງ ແລະ ຄະນະພັກ ອົງການປົກຄອງທ້ອງຖີ່ນ ຈະສືບຕໍ່ສູ້ຊົນ ເຮັດໃຫ້ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາ ມີການຜ່ອນຄາຍລົງໄດ້ຕາມຄວາມມຸ່ງຫວັງຂອງປະຊາຊົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ