ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມື້ນີ້ພົບຜູ້ຕິດເຊື້ອໃໝ່ 49 ຄົນ, ຜູ້ຕິດເຊື້ອສະສົມ 1687 ຄົນ
ເວລາອອກຂ່າວ: 2021-05-18 18:08:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 151 | ຄວາມນິຍົມ:



ວັນທີ 18 ພຶດສະພາ 2021 ນີ້, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ພ້ອມດ້ວຍທ່ານ ດຣ. ຄຳໃສ ເດດລືໄຊ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ທີ່ຈະມາອອກຂ່າວກ່ຽວກັບການບໍລິການປີ່ນປົວຄົນເຈັບຕິດເຊື້ອພະຍາດ COVID-19 ທີ່ສູນປີ່ນປົວເດີ່ນກິລາຫ້ວຍຫົງ. ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ໄດ້ລາຍງານ ລາຍລະອຽດດັ່ງນີ້: ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໃນວັນທີ 17 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1,967 ຕົວຢ່າງ ໃນນັ້ນ ນະຄອນຫຼວງ 1,199 ຕົວຢ່າງ, ບໍ່ແກ້ວ 29 ຕົວຢ່າງ ແລະ ທີ່ເຫຼືອແມ່ນແຂວງອື່ນໆ 739 ຕົວຢ່າງ, ພົບຜູ້ຕິດເຊື້ອໃໝ່ 49 ຄົນ ເຮັດໃຫ້ຜູ້ຕິດເຊື້ອສະສົມທັງໝົດ ເປັນ 1,687 ຄົນ, ເສຍຊີວີດໃໝ່ບໍ່ມີ, ເສຍຊິວິດສະສົມທັງໝົດ 2 ຄົນ. ກ່ຽວກັບກໍລະນີ ຕິດເຊື້ອໃໝ່ 49 ຄົນ (ກໍລະນີຢັ້ງຢືນທີ 1,639-1687) ມີລາຍລະອຽດດັ່ງຕໍ່ໄປນີ້: ຄົນເຈັບຕິດເຊື້ອໃໝ່ ຈາກ ນະຄອນຫຼວງ 8 ຄົນ (ທັງ 8 ຄົນນີ້ແມ່ນຕິດເຊື້ອຈາກຄົນເຈັບເກົ່າທີ່ຕິດເຊື້ອໃນຊຸມຊົນ) ແຂວງບໍ່ແກ້ວ 26 ຄົນນັ້ນ, 1 ຄົນແມ່ນຕິດເຊື້ອໃນແຂວງບໍ່ແກ້ວ ທີ່ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ແລະ ສ່ວນ 25 ຄົນທີ່ຕິດເຊື້ອຢູ່ເຂດເສດຖະກິດພິເສດແມ່ນຕິດເຊື້ອພາຍໃນຊຸມຊົນ; ສໍາລັບ ແຂວງຈໍາປາສັກ 15 ຄົນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວ ທີ່ກັບຄືນປະເທດຖືກກົດໝາຍ. ປັດຈຸບັນມີຜູ້ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 999 ຄົນ ໃນນັ້ນໄດ້ຮັບການປິ່ນປົວດີ ທັງໝົດ 686 ຄົນ (ໃໝ່ 104 ຄົນ) ແລະ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນ ຫຼື ສູນຈໍາກັດບໍລິເວນ ສໍາລັບຜູ້ທີ່ບໍ່ມີເງື່ອນໄຂ, ຈົນຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັ່ງຄັດ, ແຍກຕົນເອງອອກຈາກຄົນໃນຄອບຄົວ, ບໍ່ໃຊ້ສິ່ງຂອງຮ່ວມກັນ ແລະ ມອບໃຫ້ອໍານາດການປົກຄອງເມືອງ/ບ້ານ ແລະ ເຈົ້າໜ້າທີ່ສູນ ລົງໄປຕິດຕາມກວດກາສຸຂະພາບຂອງພາກສ່ວນດັ່ງກ່າວ ເຊັ່ນ: ວັດແທກອຸນຫະພູມ, ສອບຖາມອາການ ຖ້າພົບເຫັນເປັນໄຂ້, ມີໄອ ແລະ ຈາມ ຕ້ອງຮີບຮ້ອນໄປພົບແພດຢູ່ ສະຖານທີ່ບໍລິການໃກ້ບ້ານທ່ານ. ທັງໝົດນີ້ ແມ່ນສ້າງຄວາມໝັ້ນໃຈໃຫ້ແກ່ ສັງຄົມວ່າຄົນເຈັບທີ່ອອກຈາກໂຮງໝໍແມ່ນປະຕິບັດຕາມຄໍາແນະນໍາຢ່າງເຄັງຄັດ ແລະ ບໍ່ອອກຈາກບ້ານຈົນໝົດກໍານົດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ