ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະກົດລັບລັດຖະບານ ສສ ຫວຽດນາມ ມອບຈັກລະຫັດ ໃຫ້ ກົມກົດລັບ ກົມໃຫຍ່ເສນາທິການກອງທັບ
ເວລາອອກຂ່າວ: 2018-12-31 09:31:54 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 50 | ຄວາມນິຍົມ:



ກົມກົດລັບ ກົມໃຫຍ່ເສນາ ທິການກອງທັບໄດ້ ຈັດພິທີມອບ-ຮັບຈັກລະຫັດ ແລະ ໂຄງການຫຼັກ ສູດເຕັກນິກກົດລັບ ຊັ້ນສູງ ໃນ ວັນທີ 27 ທັນວາ 2018 ນີ້, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ພອນໃຈ ພັນທະ ວົງ ກຳມະການຄະນະພັກກົມ ໃຫຍ່, ຫົວໜ້າກົມກົດລັບ ກົມໃຫຍ່ ເສນາທິການກອງທັບ, ມີສະ ຫາຍ ເລ່ ກວ່າງແທ໋ກ ອຳນວຍການ ສູນຮັບປະກັນເຕັກນິກ, ກົມຄຸ້ມ ຄອງເຕັກນິກ, ຫົວໜ້າຄະນະ ກົມ ກົດລັບລັດຖະບານຫວຽດ ນາມ ພ້ອມຄະນະທັງສອງຝ່າຍ ເຂົ້າຮ່ວມ. ເພື່ອປະຕິບັດຕາມແຜນການ ອະນຸສັນຍາຮ່ວມມືຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ ຖານອ້າຍນ້ອງຄະ ນະ ກົດລັບລັດຖະບານຫວຽດນາມ ໄດ້ນຳເອົາເຄື່ອງຈັກລະຫັດ ກົດລັບ ຈຳນວນ 30 ຊຸດ ແລະ ປຶ້ມໂຄງການກໍ່ສ້າງຫຼັກສູດເຕັກ ນິກກົດລັບລະບົບຊັ້ນສູງ ຈຳນວນ 26 ວິຊາ ລູມມູນຄ່າ 2 ຕື້ດົງ​ (ສະ ກຸນເງິນຫວຽດນາມ) ມາມອບ ໃຫ້ກົມກົດລັບສູນກາງລາວ ເພື່ອ ເປັນການປະກອບສ່ວນເສີມຂະ ຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດ,​ ສອງກອງທັບ ກໍຄື ສອງຂະແໜງການກົດລັບລາວ- ຫວຽດນາມ ໃຫ້ນັບມື້ຈະເລີນ ງອກງາມ, ຕາງໜ້າໃຫ້ຄະນະ ກົດລັບລັດຖະບານຫວຽດນາມ ກ່າວມອບໂດຍສະຫາຍ ພັນເອກ ເລ່ ກວ່າງແທ໋ກ ອຳນວຍການສູນ ຮັບປະກັນເຕັກນິກ, ກົມຄຸ້ມຄອງ ເຕັກນິກ, ຫົວໜ້າຄະນະກົມກົດລັບ ລັດຖະບານຫວຽດນາມ, ຕາງ ໜ້າໃຫ້ກົມກົດລັບສູນກາງລາວ ກ່າວຮັບໂດຍ ສະຫາຍ ພັນໂທ ຄຳເຫຼັກ ວົງດອນໄຊ ຮອງຫົວ ໜ້າກົມກົດລັບ. ໂດຍ: ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ