ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ລົງຊຸກຍູ້ວຽກງານຢູ່ ທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2018-12-31 09:34:25 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 239838298 | ຄວາມນິຍົມ:



ໃນວັນທີ 26 ທັນວາ 2018 ນີ້, ທ່ານ ພົນໂທ ສຸວອນ ເລືອງບຸນ ມີ ກຳມະການສູນກາງພັກ, ຮອງ ລັດຖະມົນຕີກະຊວງປ້ອງກັນ ປະເທດ, ຫົວໜ້າກົມໃຫຍ່ເສນາ ທິການກອງທັບໄດ້ລົງພົບປະ ໂອ້ລົມ ແລະ ຊີ້ນຳຄະນະພັກ-ຄະ ນະບັນຊາກອງບັນຊາການທະ ຫານ ແຂວງບໍ່ແກ້ວເນື່ອງໃນໂອກາດຫ້າງຫາກະກຽມສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ. ທ່ານ ພົນຈັດຕະວາ ມະລີ ສານ ແສງຈັນທາ ຮອງເລຂາພັກ ແຂວງ, ເລຂາຄະນະພັກ, ຫົວໜ້າ ການເມືອງກອງບັນຊາການ ທະຫານແຂວງບໍ່ແກ້ວໄດ້ລາຍ ງານສະພາບໂດຍຫຍໍ້ກ່ຽວກັບ ການສ້າງແຜນການເປີດຂະບວນ ການກີລາ, ສິລະປະ-ວັນນະຄະ ດີຂຶ້ນເປັນ 2 ໄລຍະຄືໄລຍະສັ້ນ ແລະ ໄລຍະຍາວເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ນອກນັ້ນ ຍັງໄດ້ຈັດຕັ້ງພະນັກງານ-ຂັ້ນ ບັນຊາລົງເຄື່ອນໄຫວປະສານສົມ ທົບກັບອຳນາດການປົກຄອງ ທ້ອງຖິ່ນເພີ່ມຄວາມເອົາໃຈໃສ່ ເຂົ້າໃນວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບພາຍໃນ ຂອບເຂດຂອງຕົນຮັບຜິດຊອບ ຕ້ານ ແລະ ສະກັດກັ້ນໃຫ້ໄດ້ ທາງດ້ານປາກົດການຫຍໍ້ທໍ້ທີ່ຈະ ເກີດໃຫ້ທ່ວງທັນກັບສະພາບເຫດ ການຕົວຈິງ, ສຶບຕໍ່ຊີ້ນຳການຫັນ ລົງກໍ່ສ້າງຮາກຖານການເມືອງ ໂດຍປະຕິບັດຕາມເນື້ອໃນ 4 ເນື້ອໃນ 4 ຄາດໝາຍຕິດພັນກັບ ວຽກງານ 3 ສ້າງ, ເອົາໃຈໃສ່ຈັດ ຕັ້ງເຄື່ອນໄຫວປາຖະກະຖາມູນ ເຊື້ອວັນສ້າງຕ້ັງກອງທັບປະຊາ ຊົນລາວ ຄົບຮອບ 70 ປີໃຫ້ບັນ ດາກົມກອງທີ່ເປົ້າໝາຍ ແລະ ບ້ານອ້ອມຂ້າງພາຍໃນເທສະ ບານແຂວງ, ສືບຕໍ່ລົງເຄື່ອນ ໄຫວພົບປະແລກປ່ຽນກັບພະນັກ ງານອາວຸດໂສທີ່ມີຜົນງານໃນ ການຕໍ່ສູ້ກູ້ຊາດໃນໄລຍະທີ່ຜ່ານ ມາ, ອັນທີ່ເດັ່ນແມ່ນການສຳເລັດ ໃນການເຝິກຊ້ອມຮົບຍຸດທະວິທີ ຍິງລູກປືນແທ້ຂັ້ນກອງພັນນ້ອຍ ເນື່ອງໃນໂອກາດບັ້ນສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບ ຄົບ ຮອບ 70 ປີສຳເລັດ ແລະ ສຳເລັດ ການຈັດຕັ້ງຫັດແອບຮ່ວມທັງສາມປະເທດຄື: ຈີນ, ໄທ ແລະ ລາວໃນການຫັດແອບລາດຕະ ເວນທາງນ້ຳ ແລະ ທາງບົກໃນ ການຈັບໂຕຄົນຮ້າຍຢູ່ທາງນ້ຳ ແລະ ທາງບົກໃນການຊິ່ງຕົວປະກັນຂອງຄົນຮ້າຍທີ່ກໍ່ຄວາມ ບໍ່ສະຫງົບຢູ່ລຽບຕາມຊາຍແດນ ເຫັນ ວ່າມີຜົນສຳເລັດ ແລະ ມີບົດຮຽນອັນສຳຄັນທີ່ສຸດໃຫ້ ແກ່ພະນັກງານ-ນັກຮົບພາຍ ກອງບັນຊາການທະຫານ, ໂອກາດນີ້ ທ່ານ ພົນໂທ ສຸວອນ ເລືອງບຸນມີ ໄດ້ຮຽກຮ້ອງມາ ຍັງຄະນະພັກ-ຄະນະບັນຊາຈົ່ງ ສຶບຕໍ່ເອົາໃຈໃສ່ເສີມຂະຫຍາຍ ມູນເຊື້ອຂອງກອງທັບເຮົາ, ຈັດຕັ້ງປະຕິບັດກົດລະບຽບແບບ ແຜນຂອງກອງທັບຢ່າງເຂັ້ມ ງວດ, ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ ພະນັກງານ-ນັກຮົບພາຍໃນກົມກອງປະກອບສ່ວນສ້າງຜົນງານ ຂໍ່ານັບຮັບຕ້ອນວັນສ້າງກອງທັບ ປະຊາຊົນລາວຄົບຮອບ 70 ປີ ໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງ, ສືບຕໍ່ເອົາໃຈໃສ່ຕິດຕາມສະພາບຢ່າງຮອບດ້ານຢູ່ແຕ່ລະຈຸດ, ແຕ່ລະຂອບເຂດຄວາມຮັບຜິດຊອບຂອງກົມກອງ, ມີສະຕິລະວັງຕົວ ຍົກສູງຕໍ່ໜ້າທີ່ການເມືອງຂອງ ຂັ້ນເທິງທີ່ໄດ້ມອບໝາຍໃຫ້ເປັນ ຢ່າງດີໂດຍສະເພາະຂອບເຂດ ຊາຍແດນໃຫ້ເປັນລະບຽບຮຽບ ຮ້ອຍ ແລະ ມີຄວາມສະຫງົບສຸກ ປອດໄພ, ຈັດຕັ້ງປະຕິບັດເອົາ ພະນັກງານຫັນລົງກໍ່ສ້າງຮາກ ຖານເມືອງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງແຮງ, ສຶກສາອົບຮົມ ການເມືອງນຳພາແນວຄິດເປັນບັນຫາສຳຄັນໃນການປ້ອງກັນ ພັກ, ປ້ອງກັນຕົນເອງ, ປ້ອງກັນ ການຈັດຕັ້ງເຮັດໃຫ້ໄດ້ຢ່າງເປັນ ປົກກະຕິເພື່ອຕີຖ້ອຍທາງດ້ານປາ ກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນ, ສືບ ຕິດຕາມກຸ່ມຄົນທີ່ບໍ່ຫວັງດີຈະເຂົ້າ ມາກໍ່ຄວາມບໍ່ສະຫງົບຢູ່ຕາມ ຊາຍແດນໃຫ້ມີຄວາມສະຫງົບ, ປະສານສົມທົບກັບອຳນາດການ ປົກຄອງທ້ອງຖິ່ນຈັດຕັ້ງເຜີຍແຜ່ ວຽກງານປ້ອງກັນ-ປ້ອງກັນ ຄວາມສະຫງົບໃຫ້ປະຊາຊົນບັນ ດາເຜົ່າມີສ່ວນຮ່ວມຢ່າງເປັນຂະບວນຟົດຟື້ນຂຶ້ນກວ່າເກົ່າ. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ