ຫ້ອງວ່າການກະຊວງປ້ອງກັນປະເທດ ປະກາດໃຫ້ພະນັກງານພັກການຮັບບຳນານ
ເວລາອອກຂ່າວ: 2021-05-27 10:35:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 817 | ຄວາມນິຍົມ: ![]()
ໃນວັນທີ 27 ພຶດສະພາ 2021 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດໄດ້ຈັດພິທີປະກາດໃຫ້ພະນັກງານຢູ່ໃນກົມກອງພັກການຮັບບຳນານ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ ຄະນະປະຈຳພັກອົງການ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ຫ້ອງການ, ກອງ, ບໍລິສັດລັດວິສາຫະກິດ ພ້ອມດ້ວຍພະນັກງານທີ່ຮັບບຳນານເຂົ້າຮ່ວມ.
ສະຫາຍ ພັນເອກ ສະຫຼອງໄຊ ໄຊຍະເສນາ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍ ການອະນຸມັດໃຫ້ນາຍທະຫານພັກການຮັບບຳນານ ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ ໃນໝວດ 1 ມາດຕາ 33 ແລະ 34, ອີງຕາມການຄົ້ນຄ້ວາ ແລະ ນໍາສະເໜີຂອງກົມໃຫຍ່ການເມືອງກອງທັບ ໄດ້ຕົກລົງໃຫ້ພະນັກງານຫ້ອງວ່າການກະຊວງປ້ອງກັນປະເທດ ພັກການຮັບບຳນານມີຄື: ສະຫາຍພັນໂທ ສຸລິ ແກ້ວວົງສົດ, ສະຫາຍພັນໂທ ຂຸນລູ ພົມມະວົງ, ສະຫາຍພັນໂທ ຄຳອ່ອນ ມິ່ງມີໄຊ, ສະຫາຍພັນໂທ ສະເຫຼີມ ຄຳແພງວົງ, ສະຫາຍພັນຕີ ສູນໄທ ດາຄຳ, ສະຫາຍພັນຕີ ນາງ ອາລີວັນ ສຸລິເດດ, ສະຫາຍຮ້ອຍເອກ ສຸລິນທອງ ຟອງສະໝຸດ, ສະຫາຍຮ້ອຍເອກ ຄອນສະຫວັນ ສີປະເສີດ ເຊີ່ງໄດ້ມອບເງິນຊົດເຊີຍພັກການຮັບເບຍບໍານານໃຫ້ແຕ່ລະສະຫາຍຈຳນວນໜຶ່ງ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ ກໍ່ໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຄຸນງາມຄວາມດີ, ທີ່ບັນດາສະຫາຍທີ່ໄດ້ປະກອບສ່ວນເຫື່ອແຮງ, ສະຕິປັນຍາເຂົ້າ ໃນພາລະກີດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວົ້າສະເພາະແມ່ນປະກອບສ່ວນອັນສຳຄັນເຂົ້າໃນການປັບປຸງ-ກໍ່ສ້າງຫ້ອງວ່າການກະຊວງປ້ອງກັນປະເທດ ໃຫ້ເຕີບໃຫຍ່ເຂັ້ມແຂງ. ສະຫາຍຍັງໄດ້ຮຽກຮ້ອງໃຫ້ພະນັກງານທີ່ຮັບບຳນານຈົ່ງເປັນຫຼັກແຫຼ່ງ, ເປັນແບບຢ່າງໃຫ້ແກ່ລູກຫຼານ ແລະ ສືບຕໍ່ປະກອບສ່ວນເຂົ້າຮ່ວມເຄື່ອນໄຫວນຳອຳນາດການປົກຄອງທ້ອງຖິ່ນ, ສຶກສາອົບຮົມລູກຫຼານ, ພໍ່ແມ່ປະຊາຊົນໃຫ້ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງ ພັກ-ລັດ, ເປັນເຈົ້າການປະຕິບັດກົດໝາຍບ້ານເມືອງ.
ໂດຍ: ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















