ບໍລິສັດໂຈ້ ບຸນມີ ມອບເງິນ 200 ລ້ານໃຫ້ຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2021-05-27 12:15:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1344 | ຄວາມນິຍົມ: ![]()
ໃນຕອນເຊົ້າຂອງວັນທີ 27 ພຶດສະພານີ້, ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ທ່ານ ແກ້ວມີໄຊ ນິລະໄຊ ຜູ້ຕາງໜ້າບໍລິສັດ ໂຈ້ ບຸນມີ ພັດທະນາແຮ່ທາດ ຈໍາກັດຜູ້ດຽວ ໄດ້ມອບເງິນຈໍານວນ 200 ລ້ານ ໃຫ້ແກ່ໃຫ້ຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ ເຊີ່ງຕາງໜ້າຄະນະກ່າວຮັບໂດຍ ທ່ານ ພົນຕີ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.
ໃນໂອກາດນີ້, ທ່ານ ພົນຕີ ວົງຄໍາ ພົມມະກອນ ຍັງໄດ້ລາຍງານຫຍໍ້ກ່ຽວກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ພວມແຜ່ລະບາດຢູ່ພາຍໃນປະເທດເຮົາ ແລະ ວຽກງານການກະກຽມເພື່ອຕອບໂຕ້ພະຍາດດັ່ງກ່າວ ໂດຍສະເພາະທາງຄະນະສະເພາະກິດໄດ້ປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງຢ່າງເຂັ້ມງວດ. ນອກນັ້ນ, ຍັງໄດ້ສຸມໃສ່ການສ້າງໂຮງໝໍພາກສະໜາມ ພ້ອມທັງເລັ່ງການສັກວັກຊີນໃຫ້ແກ່ພະນັກງານ-ນັກຮົບໃນຖັນແຖວກອງທັບ ເພື່ອສະກັດກັ້ນພະຍາດໂຄວິດ-19.
ທ່ານ ພົນຕີ ວົງຄໍາ ພົມມະກອນ ໄດ້ກ່າວສະແດງຄວາມຂອບໃຈນໍາທ່ານ ແກ້ວມີໄຊ ຕາງໜ້າບໍລິສັດ ໂຈ້ ບຸນມີ ທີ່ມີນໍ້າໃຈປະກອບສ່ວນເຂົ້າໃນວຽກງານຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຂອງກະຊວງປ້ອງກັນປະເທດ.
ໂດຍ: ສາຍເພັດ ທໍາມະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















