
ທະຫານແຂວງພູອ່ຽນ ມອບອຸປະກອນການແພດ ໃຫ້ກອງບັນຊາການທະຫານແຂວເຊກອງ
ເວລາອອກຂ່າວ: 2021-05-31 18:04:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 556 | ຄວາມນິຍົມ:
ໃນວັນທີ 30 ພຶດສະພາ 2021 ນີ້, ກອງບັນຊາການທະຫານແຂວງພູອ່ຽນ ສສ ຫວຽດນາມ ມອບເຄື່ອງຊ່ວຍເຫຼືອດ້ານອຸປະກອນການແພດ ໃຫ້ກອງບັນຊາການທະຫານແຂວງເຊກອງ, ເຊິ່ງພິທີມອບ-ຮັບ ເຄື່ອງດັ່ງກ່າວໄດ້ຈັດຂື້ນຢູ່ດ່ານສາກົນດາກຕະອອກ-ນາມຢາງ, ລາວ-ຫວຽດນາມ, ໂດຍການກ່າວມອບຂອງສະຫາຍ ພັນເອກ ຫງວຽນແທັງຕຸງ ຮອງກອງບັນຊາການ, ຫົວໜ້າຫ້ອງພະລາທິການ ທະຫານແຂວງພູອ່ຽນ ສສ ຫວຽດນາມ ແລະ ຝ່າຍລາວກ່າວຮັບໂດຍສະຫາຍ ພັນເອກ ຫຼອດ ນັນທະວົງ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງເສນາທິການ ທະຫານແຂວງເຊກອງ ພ້ອມດ້ວຍຄະນະ.
ເຄື່ອງທີ່ນໍາມາມອບໃຫ້ໃນຄັ້ງນີ້ ປະກອບມີຜ້າອັດປາກ 25.000 ກັບ, ນ້ຳຢາຂ້າເຊື້ອ 5 ຕຸກ, ເຈວລ້າງມື 500 ກ່ອງ, ເຄື່ອງວັດແທກອຸນຫະພູມ 10 ເຄື່ອງ ແລະ ຈັກພົ່ນຢາ 2 ເຄື່ອງ, ລວມມູນຄ່າທັງໝົດ 149 ລ້ານກວ່າດົ້ງ, ການຊ່ວຍເຫຼືອໃນຄັ້ງນີ້ ມັນສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ຈາກອຳນາດການປົກຄອງທ້ອງຖິ່ນກໍ່ຄືກອງທັບ ແລະ ປະຊາຊົນພີ່ນ້ອງ ເພື່ອນມິດຫວຽດນາມ, ເວົ້າລວມ-ເວົ້າສະເພາະແມ່ນກອງບັນຊາການ ທະຫານແຂວງພູອ່ຽນ, ຈຸດປະສົງກໍ່ເພື່ອແນໃສ່ປະກອບສ່ວນເຮັດໃຫ້ພະນັກງານ-ນັກຮົບ ທົ່ວກອງບັນຊາການ ທະຫານແຂວງເຊກອງ ໃຫ້ມີສຸຂະພາບເຂັ້ມແຂງປອດໄພຈາກເຊື້ອພະຍາດ ໂຄວິດ-19 ມີກໍາລັງກາຍ ແລະ ກໍາລັງໃຈ ປະຕິບັດໜ້າທີ່ວຽກງານ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ - 19 ທີ່ພວມລະບາດຢູ່ ສປປ ລາວ.
ໃນໂອກາດນີ້ ສະຫາຍ ພັນເອກ ຫຼອດ ນັນທະວົງ, ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາການ, ກໍ່ຄະພະນັກງານ-ນັກຮົບທົ່ວກອງບັນຊາການ, ໄດ້ກ່າວສະແດງຄວາມຂອບໃຈ ມາຍັງຄະນະພັກກອງບັນຊາການ ທະ ຫານແຂວງພູອ່ຽນ ສສ ຫວຽດນາມ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ ໃຫ້ການອຸ້ມຊູຊ່ວຍເຫຼືອທາງດ້ານອຸປະ ກອນການແພດ ເພື່ອຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນຄັ້ງນີ້ ແລະ ອີກຢ່າງກໍ່ເປັນການຮັດແໜ້ນຄວາມສາມັກຄີສາຍພົວພັນອັນສະໜິດແໜ້ນແບບພິເສດ ລະຫວ່າງສອງພັກ-ສອງລັດ, ສອງກອງທັບ, ເວົ້າລວມ-ເວົ້າສະເພາະກໍ່ຄືກອງບັນຊາການ ທະຫານແຂວງເຊກອງ ແລະ ກອງບັນຊາການ ທະຫານແຂວງພູອ່ຽນ ສສ ຫວຽດນາມ ໃຫ້ນັບມື້ມີຄວາມໝັ້ນຄົງທະນົງແກ່ນຫຍິ່ງໆຂື້ນ, ພ້ອມກັນນັ້ນ ທັງສອງຝ່າຍຍັງໃຫ້ຄຳສັນຍາວ່າ ຈະສືບຕໍ່ສ້າງສາຍພົວພັນຮ່ວມມື ແລະ ອຸ້ມຊູຊ່ວຍເຫຼືອແບບພິເສດເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນຕົ້ນແມ່ນດ້ານການພັດທະນາເສດຖະກິດ-ສັງຄົມ ແລະ ການປັບປຸງກໍ່ສ້າງເຄຫາສະຖານຕ່າງໆ , ໂດຍເພາະແມ່ນເລັ່ງໃສ່ການປົກປັກຮັກສາ ເສັ້ນຊາຍແດນລະຫວ່າງຊາດ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສັງຄົມທັງສອງປະເທດມີຄວາມສະຫງົບປອດໄພ 100 %.
ຖ່າຍພາບ-ຂ່າວ : ຮ້ອຍເອກ ທອງມີ ຈັນທະວີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ