ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ປິດໂຮງໝໍພາກສະໜາມຫຼັກ 27
ເວລາອອກຂ່າວ: 2021-05-31 18:17:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 316 | ຄວາມນິຍົມ:



ວັນທີ 31 ພຶດສະພາ 2021 ນີ້, ໄດ້ຈັດພິທີປິດໂຮງໝໍພາກສະໜາມຫຼັກ 27 ຂຶ້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍພັນເອກ ດຣ ນາງ ວັນເພັງ ພວງສາວະດີ ຮອງຫົວໜ້າກົມເສນາຮັກ ກົມໃຫ່ຍພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານແພດ-ໝໍເຂົ້າຮ່ວມ. ສະຫາຍ ພັນໂທ ດຣ ຄຳຟອງ ພູວົງ ຫົວໜ້າໂຮງໝໍພາກສະໜາມຫຼັກ 27 ໄດ້ໃຫ້ຮູ້ວ່າ: ເລີ່ມມີການແຜ່ລະບາດພະຍາດໂຄວິດ-19 ມາໃນຮອບ 2 ຢູ່ໃນ ສປປ ລາວນີ້, ທາງຄະນະສະເພາະກິດ ກະຊວງປ້ອງກັນປະເທດ ກໍເຫັນໄດ້ຄວາມໝາຍຄວາມສຳຄັນໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ຈຶ່ງໄດ້ຈັດຕັ້ງສ້າງໂຮງໝໍພາກສະໜາມຫຼັກ 27 ຂຶ້ນ, ມີແພດ 30 ສະຫາຍ ແບ່ງອອກເປັນ 2 ຈຸ, ມີ 300 ຕຽງ, ເລີ່ມເປີດນໍາໃຊ້ໃນວັນ 29 ເມສາ 2021 , ມາຮອດປະຈຸບັນນີ້ແມ່ນສາມາດຮັບປິ່ນປົວຄົນເຈັບລວມທັງໝົດ 162 ຄົນ, ຄົນຕ່າງປະເທດ 43 ຄົນ, ອິນເດຍ 1 ຄົນ, ຈີນ 3 ຄົນ ແລະ ຫວຽດນາມ 39 ຄົນ, ຜ່ານການປິ່ນປົວ ແລະ ການຈັດຕັ້ງປະຕິບັດຜ່ານມາບໍ່ມີກໍລະນີໃດມີອາການໜັກ ແລະ ເຖິງຂັ້ນເສຍຊີວິດ, ສາມາດປິ່ນປົວຄົນເຈັບຈຳນວນ 162 ຄົນຫາຍດີ ມາຮອດປະຈຸບັນແມ່ນໄດ້ປິດໂຮງໝໍພາກສະໜາມຫຼັກ 27 ຢ່າງເປັນທາງການ. ແຕ່ເຖິງຢ່າງໃດກໍຕາມຖ້າມີສະພາບການແຜ່ລະບາດເກີດຂຶ້ນຮອບໃໝ່ ໂຮງໝໍພາກສະໜາມຫຼັກ 27 ຂອງພວກເຮົາກໍມີຄວາມພ້ອມ ແລະ ສາມາດຮັບປະກັນໄດ້ 100 % ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ