ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ທຸກພາກສ່ວນທີ່ເຂົ້າອອກທາງດ່ວນ ນະຄອນຫລວງ -ວັງວຽງ ຕ້ອງປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ
ເວລາອອກຂ່າວ: 2021-05-31 18:24:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 930 | ຄວາມນິຍົມ:



ທຸກພາກສ່ວນທີ່ເຂົ້າ-ອອກ ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຕ້ອງຮ່ວມກັນ ປະຕິບັດ ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ຖ້າບຸກຄົນໃດຜ່າຝືນມາດຕະການທີ່ຄະນະສະເພາະກິດວາງອອກ ຈະຖືກປະຕິບັດຕາມກົດລະບຽບການຢ່າງເຂັ້ມງວດ. ເນື່ອງຈາກສະພາບໂຄວິດ-19 ຍັງມີຢູ່ ໂດຍສະເພາະນະຄອນຫຼວງວຽງຈັນ ເຖິງວ່າຈໍານວນຜູ້ຕິດເຊື້ອຈະຫຼຸດລົງຢ່າງຕໍ່ເນື່ອງ ແຕ່ທຸກພາກສ່ວນຕ້ອງມີສະຕິ ແລະ ເປັນເຈົ້າການນຳກັນ ໃນການປະຕິບັດ ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະການເດີນທາງເຂົ້າ-ອອກເມືອງທີ່ມີຄວາມແອອັດ ເປັນຕົ້ນແມ່ນຢູ່ເຂດທາງດ່ວນ ນະຄອນຫລວງ-ວັງວຽງ ທຸກຄົນຕ້ອງໄດ້ ປະຕິບັດມາດຕະການຢ່າງເຂັ້ມງວດ ທີ່ທາງດ່ວນນະຄອນຫລວງ-ວັງວຽງວາງອອກ ໂດຍສະເພາະແມ່ນ ຕ້ອງແຈ້ງເອກະສານຕ່າງໆຢ່າງລະອຽດກ່ອນຈະເດີນທາງເຂົ້າ-ອອກ ແລະ ປະຕິບັດມາດຕະການໃສ່ຜ້າປິດປາກທຸກຄັ້ງ ລ້າງມືດ້ວຍເຈວຂ້າເຊື່ອທຸກຄັ້ງ ພ້ອມນີ້ ກໍຂໍຮຽກຮ້ອງໃຫ້ທຸກພາກສ່ວນງົດການເດີນ ທາງຖ້າບໍ່ຈຳເປັນ ເພື່ອຮ່ວມຈິດຮ່ວມໃຈກັນ ປະຕິບັດມາດຕະການປ້ອງກັນໂຄວິດ-19 ແລະ ເຮັດໃຫ້ສະພາບການແຜ່ລະບາດໃຫ້ໝົດໄປຈາກປະເທດຂອງພວກເຮົາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ