
ສູນວິໄຈໝື້ສົ່ງ-ທາດລະເບີດຈັດຕັ້ງປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ
ເວລາອອກຂ່າວ: 2021-06-01 11:00:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 759 | ຄວາມນິຍົມ:
ໃນວັນທີ 1 ມິຖຸນາ 2021 ນີ້, ສູນວິໄຈໝື້ສົ່ງ-ທາດລະເບີດ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ ແຫ່ງຊາດ ຢູ່ທີ່ກົມກອງຂອງຕົນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມີ່ງຈຳປາບານ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນເອກ ຄຳຟັ່ງ ອີນທິລາດ ຮອງຫົວໜ້າກົມຄຸ້ມຄອງອາວຸດ-ກະສຸນ ກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະບັນຊາ ສູນວິໄຈໝື້ສົ່ງ-ທາດລະເບີດ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກົມກອງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຄອນສະຫວັນ ມີ່ງຈຳປາບານ ໄດ້ກ່າວໃນພິທີປູກ ຕົ້ນໄມ້ໃນຄັ້ງນີ້ວ່າ: ໃນທຸກໆປີ ຂອງວັນທີ 1 ມິຖຸນາ ເຊິ່ງເປັນ ວັນປູກຕົ້ນໄມ້ແຫ່ງຊາດ ເພື່ອເປັນ
ການຄຸ້ມຄອງປົກ ປັກຮັກສາປ່າໄມ້ໃຫ້ມີຄວາມອຸດົມສົມບູນຕາມທິດສີຂຽວແລະຢືນຍົງ,ທັງເປັນການ ປູກຕົ້ນໄມ້ໃຫ້ເປັນປ່າສີຂຽວຮົ່ມເຢັນງາມຕາ, ເປັນບ່ອນອາໄສແກ່ສິ່ງທີ່ມີຊີວິດ.ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ລ້ວນແລ້ວແຕ່ແມ່ນຕົ້ນໄມ້ກິນ
ໝາກລວມ ທັງໝົດມີ 25 ເບ້ຍ. ໃນນັ້ນ, ມີເບ້ຍໝາກມ່ວງ,ເບ້ຍໝາກເງາະ,ເບ້ຍໝາກລຳໄຍ,ເບ້ຍໝາກໝີ້ ແລະ ເບ້ຍໝາກຂາມ.ນອກນັ້ນຍັງໄດ້ປູກໜໍ່ໄມ້ກິມຊຸງຕື່ມອີກ ຈຳນວນ: 10 ສຸມ. ເຊິ່ງພາຍຫຼັງທີ່ປູກສໍາເລັດແມ່ນໄດ້ມອບໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງເປັນຜູ້ບົວລະບັດຮັກສາຕົ້ນໄມ້ດັ່ງກ່າວໃຫ້ເຕີບໂຕແລະຮົ່ມເຢັນ.
ໂດຍ.ຄອນສາຍນໍ້າຫຼີກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ