ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ທ່ານນາຍົກລັດຖະມົນຕີ ຮ່ວມປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ
ເວລາອອກຂ່າວ: 2021-06-01 11:53:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1059 | ຄວາມນິຍົມ:



ເພື່ອປະຕິບັດຕາມແຜນພັດທະນາ ມະຫາວິທະຍາໄລແຫ່ງຊາດ (ມຊ) ກໍຄື ປະຕິບັດຕາມຄໍາຂວັນ 5 ສ ໂດຍສະເພາະການປະຕິບັດ ສ ສີຂຽວ ຂອງ ມຊ ໃຫ້ປະກົດຜົນເປັນຈິງ ທັງເປັນການສ້າງຂະບວນການເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ດັ່ງຄໍາຂວັນທີີ່ວ່າ ຮ່ວມແຮງຮ່ວມໃຈສ້າງວິທະຍາເຂດດົງໂດກໃຫ້ມີສີຂຽວ ສະອາດງາມຕາ. ວັນທີ 1 ມິຖຸນາ 2021 ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປູກຕົ້ນໄມ້ຂຶ້ນໃນພື້ນທີ່ດິນເປົ່າວາງຂອງຄະນະສະຖາປັດຕະຍະກຳສາດ ມຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍ ອະທິການບໍດີ ມຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສຳລັບຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ປະກອບມີຕົ້ນໄມ້ອຸດສາຫະກຳ (ໄມ້ດູ່) 90 ຕົ້ນ ແລະ ຕົ້ນໄມ້ກິນ ໝາກ ຈຳນວນໜຶ່ງ ເຊິ່ງການປູກຕົ້ນໄມ້ແມ່ນການສ້າງສະພາບແວດລ້ອມທີ່ດີ ໃຫ້ເປັນພື້ນທີ່ສີຂຽວ ເຮັດໃຫ້ວິທະຍາເຂດດົງໂດກກາຍເປັນພື້ນທີ່ ປົກຫຸ້ມດ້ວຍຕົ້ນໄມ້ນາໆພັນ ແລະ ເປັນປ່າ ເປັນການປູກຈິດສຳນຶກໃຫ້ພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາໃຫ້ມີຈິດສຳນຶກຕໍ່ສິ່ງແວດລ້ອມ ພ້ອມນີ້ ໃນຕໍ່ໜ້າ ມຊ ຍັງມີແຜນກະກຽມພື້ນທີ່ປູກໄມ້ຈຳນວນໜຶ່ງເພື່ອສ້າງເປັນສວນສາທາລະນະ ເພື່ອແນໃສ່ໃຫ້ພະນັກງານ ຄູ-ອາຈານ ແລະ ນັກສຶກສາໄດ້ນຳໃຊ້ພື້ນທີ່ດັ່ງກ່າວເຂົ້າໃນການຈັດສັນການປູກຕົ້ນໄມ້ ໂດຍຕິດພັນກັບການຮຽນ-ການສອນ ຕົວຈິງໃນແຕ່ລະປີ ເຊິ່ງການປູກຕົ້ນໄມ້ໃນປີນີ້ຂອງ ມຊ ແມ່ນບໍ່ສະເພາະແຕ່ປູກຢູ່ໃນວິທະຍາເຂດດົງໂດກ ໃນວັນທີ 1 ມິຖຸນາ ເທົ່ານັ້ນ ຍັງມີແຜນຈະປູກຢູ່ຫຼາຍວິທະຍາເຂດຂອງ ມຊ ໃນໄລຍະທີ່ມີຄວາມເໝາະສົມຕື່ມອີກ ເພາະເນື່ອງຈາກມີການແຜ່ລະບາດພະຍາດໂຄວິດ-19 ດັ່ງນັ້ນການປູກຕົ້ນໄມ້ທີ່ ມຊ ໃນປີນີ້ ຈຶ່ງໄດ້ເນັ້ນໃຫ້ມີຄວາມກະທັດຮັດ ແຕ່ເຕັ້ມໄປດ້ວຍເນື້ອໃນ ແລະ ຄວາມໝາຍຢ່າງເລີກເຊິ່ງ ໄດ້ມີມາດຕະຖານຄວບຄຸມ ແລະ ປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ