ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອາຊຽນ-ອີຢູ ສົນທະນາກ່ຽວກັບວັກຊີນກັນພະຍາດໂຄວິດ - 19
ເວລາອອກຂ່າວ: 2021-06-01 14:03:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4116 | ຄວາມນິຍົມ:



(ທ່ານ Kung Phoak ຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບ ປະຊາຄົມວັດທະນະທຳ - ສັງຄົມ) ຕາມຂ່າວສານຫວຽດນາມ ລາຍງານເມື່ອວັນທີ 31 ພຶດສະພາ 2021 ວ່າ: ໃນການສົນທະນາປຶກສາຫາລືຄັ້ງທີ 2 ຂອງບັນດານັກຊ່ຽວຊານກ່ຽວກັບວັກຊີນກັນພະຍາດໂຄວິດ - 19 ທີ່ຫາກໍດຳເນີນ, ອາຊຽນ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ປຶກສາຫາລືກ່ຽວກັບການປະກົດຕົວຂອງ ໄວຣັດ SARS – CoV – 2 ສາຍພັນໃໝ່, ການຂະຫຍາຍກຳລັງຄວາມສາມາດຜະລິດວັກຊີນ, ຄວາມອາດສາມາດ ແລະ ສິ່ງທ້າທາຍທີ່ກ່ຽວຂ້ອງ. ທ່ານ Kung Phoak ຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບ ປະຊາຄົມວັດທະນະທຳ - ສັງຄົມ ໃຫ້ຮູ້ວ່າ: ບັນດາລັດຖະມົນຕີກະຊວງສາທາລະນະສຸກ ອາຊຽນ ໄດ້ຮັບຮອງເອົາແຜນການຍຸດທະສາດ ແລະ ການເຄື່ອນໄຫວຂອງພາກພື້ນ ອາຊຽນ ກ່ຽວກັບຄວາມໝັ້ນຄົງ ແລະ ກໍາລັງສະໜອງວັກຊີນດ້ວຍຕົນເອງ ໄລຍະ 2021 – 2025 ເຊິ່ງເມື່ອວັນທີ 14 ພຶດສະພາ ຜ່ານມານີ້, ໃນນັ້ນ ຊຸກຍູ້ການຮ່ວມມືໃນຂອບເຂດບັນດາຂໍ້ລິເລີ່ມຂອງພາກພື້ນໃຫ້ຫຼາຍກວ່າອີກ. ນອກຈາກນັ້ນ, ທ່ານ Igor Driesmans ເອກອັກຄະລັດຖະທູດ ອີຢູ ປະຈຳ ອາຊຽນ ຢັ້ງຢືນວ່າ: ອີຢູ ແລະ ບັນດາປະເທດ ສະມາຊິກ ແມ່ນນັກອຸປະຖຳແຖວໜ້າໃຫ້ແກ່ກົນໄກ COVAX, ດ້ວຍຄຳໝັ້ນສັນຍາອຸປະຖຳຈຳນວນເງິນຫຼາຍກວ່າ 2,47 ຕື້ ເອີໂຣ ໃຫ້ແກ່ຂໍ້ລິເລີ່ມຫຼາຍຝ່າຍນີ້. ອີຢູ ໄດ້ສົ່ງອອກ 50% ປະລິມານວັກຊີນຂອງຕົນ ເຊິ່ງເທົ່າກັບກວ່າ 205 ລ້ານໂດສ ໄດ້ແຈກຢາຍໄປ 45 ປະເທດໃນທົ່ວໂລກ. ຄາດວ່າ ອາຊຽນ ຈະໄດ້ຮັບວັກຊີນຫຼາຍກວ່າ 32 ລ້ານໂດສ ຜ່ານກົນໄກ COVAX ໃນທ້າຍປີ 2021 ນີ້. ໂດຍ: ຄໍາສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ