ກົມໃຫຍ່ການເມືອງກອງທັບປະກາດການແຕ່ງຕັ້ງຂັ້ນຮອງກົມ-ກອງ
ເວລາອອກຂ່າວ: 2021-06-02 11:33:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 571 | ຄວາມນິຍົມ: ![]()
ໃນວັນທີ 2 ມິຖຸນາ 2021 ນີ້, ກົມໃຫຍ່ການເມືອງກອງທັບໄດ້ຈັດພິທີປະກາດການແຕ່ງຕັ້ງ ຂັ້ນຮອງກົມ ແລະ ຮອງຫົວໜ້າກອງ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳກົມໃຫຍ່, ຄະນະພັກ-ຄະນະບັນຊາ ແລະ ຜູ້ຕາງໜ້າກົມ, ຫ້ອງການ, ກອງພ້ອມດ້ວຍພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ວົງເພັດ ວົງສະຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຂັ້ນຮອງກົມຄື: ຕົກລົງແຕ່ງຕັ້ງສະຫາຍ ພັນໂທ ແສງອາລຸນ ແກ້ວສະຫວ່າງ ເປັນຮອງຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນໂທ ສີສຸພັນ ອິນສີມີໄຊ ເປັນຮອງຫົວໜ້າກົມປະກັນສັງຄົມກອງທັບ ແລະ ສະຫາຍ ພັນໂທ ຂັນທອງ ສຸວົງສາ ເປັນຮອງອຳນວຍການໂຮງພິມກອງທັບ.
ການປະກາດການແຕ່ງຕັ້ງຄັ້ງນີ້, ກໍເພື່ອເປັນການປະຕິບັດຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງໃໝ່) ໃນພາກທີ II ໝວດທີ 4 ມາດຕາ ທີ 26 ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ ເຊິ່ງໃນການແຕ່ງຕັ້ງຄັ້ງນີ້ກໍ່ເປັນການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກຳລັງປະກອບອາວຸດ ໂດຍສະເພາະຢູ່ກົມໃຫຍ່ການເມືອງກອງທັບໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງກົມກອງໃນສະເພາະໜ້າ ແລະ ຍາວນານ.
ໂອກາດດັ່ງກ່າວ, ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍໄດ້ໃຫ້ທິດຊີ້ນໍາຫຼາຍບັນຫາສຳຄັນຕໍ່ນາຍທະຫານທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້, ໂດຍໄດ້ເໝັ້ນໜັກໃຫ້ແຕ່ລະສະຫາຍຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ແລະ ເສີມຂະຫຍາຍຄວາມເປັນແບບຢ່າງ, ຫົວຄິດປະດິດສ້າງ, ປັບປຸງແບບແຜນວິທີນຳພາບັນຊາເພື່ອປັບປຸງ-ກໍສ້າງກົມກອງໃຫ້ເຂັ້ມແຂງ ໜັກແໜ້ນ.
ໂດຍ: ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















