ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ທົ່ວໂລກ ມີຜູ້ຕິດເຊື້ອສະສົມທັງໝົດ 171,894,824 ຄົນ ສ່ວນ ສປປ ລາວ ຜູ້ຕິດເຊື້ອສະສົມ ທັງໝົດ 1,934 ຄົນ
ເວລາອອກຂ່າວ: 2021-06-02 13:21:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 972 | ຄວາມນິຍົມ:



ວັນທີ 02 ມີຖຸນາ 2021, ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ ການລະບາດທົ່ວໂລກ ມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 171,894,824 ຄົນ (ໃໜ່ 428,250). ເສຍຊິວິດສະສົມ 3,575,074 ຄົນ (ໃໝ່ 9,931) ແລະ ປີ່ນປົວຫາຍດີ 154,585,240 (ໃໝ່ 693,394) ຄົນ. ສຳລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກກໍ່ຍັງ ແມ່ນສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິນ. ບັນດາປະເທດທີ່ມີຊາຍແດນຕິດກັບ ສປປລາວ + ໄທ ກໍລະນີຕິດເຊື້ອສະສົມທັງໝົດ 162,022 ຄົນ (ໃໝ່ +2,230) ເສຍຊິວີດສະສົມທັງໝົດ 1,069 ຄົນ (ໃໝ່ +38); + ມຽນມ້າ ກໍລະນີຕິດເຊື້ອສະສົມທັງໝົດ 143,751 ຄົນ (ໃໝ່ +122) ເສຍຊິວີດສະສົມທັງໝົດ 3,217 ຄົນ (ໃໝ່ 0); + ຈີນ ກໍລະນີຕິດເຊື້ອສະສົມທັງໝົດ 91,122 ຄົນ (ໃໝ່ +23) ເສຍຊິວີດສະສົມທັງໝົດ 4,636 ຄົນ (ໃໝ່ 0); + ກໍາປູເຈຍ ກໍລະນີຕິດເຊື້ອສະສົມທັງໝົດ 30,710 ຄົນ (ໃໝ່ +616) ເສຍຊິວີດສະສົມທັງໝົດ 220 ຄົນ (ໃໝ່ +6); + ຫວຽດນາມ ກໍລະນີຕິດເຊື້ອສະສົມທັງໝົດ 7,572 ຄົນ (ໃໝ່ +251) ເສຍຊິວີດສະສົມທັງໝົດ 48 ຄົນ (ໃໝ່ +1); ສໍາລັບ ສປປ ລາວ ຮອດປັດຈຸບັນ ຈໍານວນຜູ້ຕິດເຊື້ອສະສົມ ທັງໝົດ 1,934 ກໍລະນີ (ໃໝ່ 05 ກໍລະນີ) ໃນນີ້ ຢູ່ນະຄອນຫຼວງວຽງຈັນ 04 ກໍລະນີ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ແລະ ຈໍາປາສັກ 01 ກໍລະນີແມ່ນກໍລະນີນໍາເຂົ້າ. ຄົນເຈັບເສຍຊີວິດ 03 ກໍລະນີ (ໃໝ່ 0) , ປີ່ນປົວຫາຍດີທັງໝົດ 1,637 ກໍລະນີ (ໃໝ່ 38) ແລະ ກໍາລັງປິ່ນປົວ 289 ກໍລະນີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ