ທະຫານແຂວງອັດຕະປື ມອບເງິນນະໂຍບາຍອຸດໜູນ - ບໍານານ ໃຫ້ພະນັກງານທີ່ພັກການຮັບເບ້ຍບຳນານ
ເວລາອອກຂ່າວ: 2021-06-02 13:31:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 873 | ຄວາມນິຍົມ: ![]()
ວັນທີ 2 ມີຖຸນານີ້, ກອງບັນຊາການທະຫານແຂວງອັດຕະປື ໄດ້ມອບເງິນນະໂຍບາຍອຸດໜູນ - ບຳນານໃຫ້ແກ່ພະນັກງານທີ່ພັກການຮັບເບ້ຍບຳນານ, ໂດຍການເຂົ້າຮ່ວມຂອງສະຫາຍ ພັນເອກ ໂຊກໄຊ ພິມມະລາ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງອັດຕະປື, ມີຄະນະພັກ - ຄະນະບັນຊາ 5 ຫ້ອງ ເຂົ້າຮ່ວມ.
ໃນພິທີໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການ ຮັບເບ້ຍບຳນານ ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ) ໃນໝວດທີ 1, ມາດຕາ 33 ແລະ 34 , ອີງຕາມການຄົ້ນຄ້ວາ ແລະ ນຳສະເໜີຂອງກົມໃຫຍ່ການເມືອງກອງທັບ ໄດ້ຕົກລົງໃຫ້ພະນັກງານທະຫານແຂວງອັດຕະປືພັກການຮັບເບ້ຍບຳນານມີ 9 ສະຫາຍ.
ໂອກາດັ່ງກ່າວ, ສະຫາຍພັນເອກ ໂຊກໄຊ ພິມມະລາ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຄຸນງາມຄວາມດີ, ທີ່ບັນດາສະຫາຍໄດ້ປະກອບສ່ວນເຫື່ອແຮງ, ສະຕິປັນຍາປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະແມ່ນໄດ້ປະກອບສ່ວນອັນສຳຄັນປັບປຸງກໍ່ສ້າງກົມກອງ ກໍ່ຄືກອງບັນຊາການທະຫານແຂວງອັດຕະປື ເຕີບໃຫຍ່ເຂັ້ມແຂງ.
ສະຫາຍຍັງໄດ້ຮຽກຮ້ອງໃຫ້ພະນັກງານທີ່ໄດ້ຮັບເບ້ຍບຳນານຈົ່ງເປັນຫຼັກແຫຼ່ງ, ເປັນແບບຢ່າງໃຫ້ແກ່ລູກຫຼານ ແລະ ສືບຕໍ່ຮ່ວມເຄື່ອນໄຫວນຳອຳນາດການປົກຄອງທ້ອງຖິ່ນ, ສຶກສາອົບຮົມລູກຫຼານ ພໍ່ແມ່ປະຊາຊົນໃຫ້ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ - ລັດ ເປັນເຈົ້າການປະຕິບັດກົດໝາຍບ້ານເມືອງຢ່າງເຂັ້ມງວດ.
ຂ່າວ-ພາບ: ແສງຫຼ້າ ກຸວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















