ທະຫານແຂວງໄຊຍະບູລີເປີດຂະບວນການສັກຢາວັກຊິນປ້ອງກັນພະຍາດໂຄວີດ-19
ເວລາອອກຂ່າວ: 2021-06-02 13:32:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1810 | ຄວາມນິຍົມ: ![]()
ໃນວັນທີ 1 ມີຖຸນາ 2021 ນີ້, ກອງບັນຊາການທະຫານແຂວງໄຊຍະບູລີໄດ້ເປີດຂະບວນການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ກຸ່ມເປົ້າໝາຍທີ່ມີອາຍຸແຕ່ 18-60 ປີ ຮອບທີ 1, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ກູດ ພົມມາ ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊຍະບູລີ, ສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ ຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ, ພະນັກງານແພດໜໍໂຮງໝໍທະຫານແຂວງ, ໂຮງໝໍແຂວງໄຊຍະບູລີ ແລະ ພະນັກງານ-ນັກຮົບກົມກອງອ້ອມຂ້າງເຂົ້າຮ່ວມ.
ການເປີດຂະບວນການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ຢູ່ກອງບັນຊາການທະຫານແຂວງໄຊຍະບູລີ ໂດຍປະຕິບັດຕາມຄຳສັ່ງຂອງຄະນະກວດກາການຄວບຄຸມການລະບາດຂັ້ນສູນກາງກໍຄືຄະນະສະເພາະກິດຂອງກະຊວງປ້ອງກັນປະເທດເພື່ອສັກຢາວັກຊິນປ້ອງກັນພະຍາດໂຄວິດ-19ໃຫ້ແກ່ພະນັກງານ-ນັກຮົບທົ່ວກອງບັນຊາການທະຫານແຂວງໄຊຍະບູລີ. ເຊີ່ງໃນໄລຍະຜ່ານມາພະນັກງານ-ນັກຮົບ ກໍ່ໄດ້ຮັບການສັກຢາວັກຊິນຢູ່ໂຮງໝໍແຂວງແລ້ວກວມເອົາ 69,44%, ການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19ໃນຄັ້ງນີ້ແມ່ນເພື່ອເປັນການສ້າງພູມກຸ້ມກັນໃຫ້ກັບຮ່າງກາາຍ, ເຊີ່ງຜູ້ທີ່ຈະສັກວັກຊິນຕ້ອງປະຕິບັດຕາມເງື່ອນໄຂຢ່າງເຄັ່ງຄັດຕາມແບບຟອມສອບຖາມກ່ອນສັກວັກຊິນເປັນຕົ້ນແມ່ນຜ່ານການກວດສຸຂະພາບວັດແທກອຸນຫະພູມຮ່າງກາຍ, ຄວາມດັນພ້ອມທັງຕ້ອງເຫັນດີອະນຸຍາດໃຫ້ແພດສັກດ້ວຍຄວາມສະໝັກໃຈ, ເປັນຜູ້ທີ່ມີສຸຂະພາບແຂງແຮງດີ, ບໍ່ມີພະຍາດປະຈຳຕົວ, ພາຍຫຼັງສັກວັກຊິນແລ້ວຕ້ອງໃຫ້ນັ່ງພັກຜ່ອນເປັນເວລາ 25-30 ນາທີ ແລ້ວຮັບໃບຢັ້ນຢືນ, ຫຼັງຈາກນັ້ນແມ່ນໃຫ້ຕິດຕາມສຸຂະພາບຂອງຕົນພາຍໃນ 1 ອາທິດ ຫ້າມບໍ່ໃຫ້ດື່ມເຄື່ອງດື່ມທີ່ມີແອວກໍຮໍ, ເຄື່ອງດອງຕ່າງໆ ຖ້າມີອາການຜິດປົກກະຕິໃຫ້ຮີບຮ້ອນລາຍງານ ແລະ ປຶກສາແພດໂດຍດ່ວນ
ຂ່າວ ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















