ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ປີ 2021 ແຂວງຄໍາມ່ວນ ຈະປູກຕົ້ນໄມ້ໃຫ້ໄດ້ 719 ເຮັກຕາ
ເວລາອອກຂ່າວ: 2021-06-03 08:48:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1258 | ຄວາມນິຍົມ:



ແຂວງຄໍາມ່ວນໄດ້ ຈັດພິທີປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ປະຈໍາປີ 2021 ໃນວັນທີ 01 ມີຖຸນາ 2021ນີ້, ຢູ່ທີ່ເຂດສໍາປະທານບໍລິສັດ ແມ່ຂອງປູກໄມ້ຈໍາກັດ ບ້ານສອງຫ້ອງ ເມືອງຫີນບູນ ແຂວງຄໍາມ່ວນ ເປັນກຽດເຂົ້າຮ່ວມ ມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆ ຄໍາມ່ວນພ້ອມດ້ວຍບັນດາທ່ານທີ່ຕາງໜ້າໃຫ້ແກ່ພະແນກການ, ຕາງໜ້າບໍລິສັດແມ່ຂອງປູກໄມ້ຈໍາກັດ, ອໍານາດການປົກຄອງເມືອງອ້ອມຂ້າງ, ບັນດາຫ້ອງການ, ພະນັກງານວິຊາການທີ່ກ່ຽວຂ້ອງຕະຫຼອດເຖິງນ້ອງນ້ອຍເຍົາວະຊົນເຂົ້າຮ່ວມ. ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໄດ້ກ່າວເຖິງປະຫວັດຄວາມເປັນມາຂອງວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 41 ປີ ( ວັນທີ 01 ມີຖຸນາ 1980 ຫາ ວັນທີ 01 ມີຖຸນາ 2021 ) ເຊິ່ງຍົກໃຫ້ເຫັນ ໃນປັດຈຸບັນນີ້, ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນກໍຄືຂອງຊາດໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງດ້ວຍການພັດທະນາຟື້ນຖານໂຄງລ່າງເຊັ່ນ: ເຂື່ອນໄຟຟ້ານໍ້າຕົກ, ອ່າງເກັບນໍ້າ, ດ້ານການຄົມມະນາຄົມ, ການສົ່ງເສີມພັດທະນາກະສິກໍາ, ການຜະລິດເປັນສິນຄ້າ ແລະ ການຂຸດຄົ້ນຊັບພະຍາກອນທໍາມະຊາດ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ. ການພັດທະນາດັ່ງກ່າວຍ່ອມສົ່ງຜົນກະທົບຕໍ່ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ເຮັດໃຫ້ເນື້ອທີ່ປ່າໄມ້ຫຼຸດລົງຢ່າງຕໍ່ເນື່ອງຍັງເຫຼືອພຽງແຕ່ 13 ລ້ານເຮັກຕາ ຫຼື ເທົ່າກັບ 62% ຂອງເນື້ອທີ່ທັງໝົດໃນທົ່ວປະເທດ. ສໍາລັບແຂວງຄໍາມ່ວນມາຮອດປີ 2020 ມີເນື້ອທີ່ປູກໄມ້ທັງໝົດ 30.515 ກວ່າເຮັກຕາ, ໃນປີ 2021ນີ້, ແຂວງຄໍາມ່ວນ ມີແຜນສູ້ຊົນປູກຕົ້ນໄມ້ທັງໝົດ 719 ເຮັກຕາ, ສະເພາະໃນພິທີປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດປີນີ້, ຈະປູກໃນເນື້ອທີ 5 ເຮັກຕາ, ເບ້ຍໄມ້ທີ່ນໍາມາປູກໃນພິທີ ແມ່ນມີ 500 ເບ້ຍ ເປັນປະເພດໄມ້ວິກ. ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຍັງໄດ້ລາຍງານໃຫ້ຮູ້ວ່າ: ນອກຈາກຈັດຕັ້ງການປູກຕົ້ນໄມ້ໃນຂອບເຂດເນື້ອທີ່ທາງການ ແລະ ຂອບເຂດເນື້ອທີ່ສໍາປະທານຂອງບໍລິສັດແລ້ວຍັງໄດ້ຊຸກຍູ້, ສົ່ງເສີມໃຫ້ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການທຸລະກິດ ແລະ ປະຊາຊົນທົ່ວໄປໄດ້ມີສ່ວນຮ່ວມໃນການປູກຕົ້ນໄມ້. ໂດຍບໍ່ໄດ້ໝາຍເຖິງສະເພາະແຕ່ວັນປູກຕົ້ນໄມ້ແຫ່ງຊາດແຕ່ວັນດຽວເທົ່ານັ້ນ, ເຊິ່ງທຸກຄົນສາມາດປູກໄດ້ໃນເນື້ອທີ່ຂອງຕົນເອງເຊັ່ນ: ໄຮ່, ນາ, ສ່ວນ ແລະ ພື້ນທີ່ເປົ່າຫວ່າງອື່ນໆ ຕາມຄວາມອາດສາມາດຂອງຕົນ. ທັງນີ້, ກໍເພື່ອເປັນການເພີ່ມພື້ນທີ່ປົກຫຸ່ມສີຂຽວໃຫ້ແກ່ແຂວງຄໍມ່ວນ ແລະ ຫຼຸດປັນຫາສະພາບແວດລ້ອມທາງອາກາດ ໂດຍສະເພາະປັນຫາໂລກຮ້ອນຕື່ມອີກ. ຂ່າວ-ພາບ : ແດງສະຫວັດ ແສນພານິດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ