ແຂວງ ໄຊຍບູລີ ຈັດກອງປະຊຸມ ທາງໄກ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19
ເວລາອອກຂ່າວ: 2021-06-03 11:05:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1648 | ຄວາມນິຍົມ: ![]()
ໃນວັນທີ 2 ມິຖຸນາ 2021 ທີ່ຫ້ອງປະຊຸມ ບໍລິສັດ ສະຕາໂທລະຄົມ ສາຂາແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມທາງໄກ ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ, 087/ຈຂ.ຊຍ ແລະ ມາດຕະການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງ ໄຊຍະບູລີ, ໂດຍການເປັນປະທານຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ປະທານຄະນະສະເພາະກິດຂັ້ນແຂວງໄຊຍະບູລີ, ມີຄະນະສະເພາະກິດຂັ້ນແຂວງ ແລະ 11 ເມືອງເຂົ້າຮ່ວມ.
ທ່ານ ດຣ ແກ່ນ ດວງດີ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງໄຊຍະບູລີ ໄດ້ລາຍງານປະເມີນຜົນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ຍົກໃຫ້ເຫັນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ແລະ ພາຍໃນປະເທດ, ສະເພາະແຂວງ ໄຊຍະບູລີ ການເຂົ້າ-ອອກດ່ານສາກົນຊາຍແດນ ຕົວເລກສະສົມນັບແຕ່ 23 ພຶດສະພາ ຫາ ວັນທີ 1 ມິຖຸນາ 2021 ມີຈໍານວນທັງໝົດ 736 ຄົນ, ຍິງ 15 ຄົນ, ໃນນີ້ ແຮງງານລາວ 142 ຄົນ, ຍິງ 4 ຄົນ, ແຮງງານໄທ 594 ຄົນ, ຍິງ 11 ຄົນ, ມີແຮງງານລັກລອບເຂົ້າເມືອງສະສົມທັງໝົດ 3 ຄົນ, ຮອດປັດຈຸບັນ ຍັງມີແຮງງານລາວທີ່ໄປອອກແຮງງານຢູ່ຕ່າງປະເທດຕົກຄ້າງຢູ່ຣາຊະອານາຈັກໄທ, ສ ເກົາຫຼີ, ຍີ່ປຸ່ນ ແລະ ສປ ຈີນ ທັງໝົດຈໍານວນ 7.100 ຄົນ, ຍິງ 3.810 ຄົນ, ທົ່ວແຂວງມີຜູ້ຕິດເຊື້ອສະສົມຈໍານວນ 3 ຄົນ ຍິງ 1 ຄົນ. ປັດຈຸບັນແມ່ນປິ່ນປົວຫາຍດີທັງໝົດ ແລະ ໄດ້ອອກໂຮງໝໍແລ້ວ, ຜ່ານການຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ແລະ ຄໍາສັ່ງຂອງທ່ານເຈົ້າແຂວງ ສະບັບເລກທີ 087/ຈຂ.ຊຍ ນັບແຕ່ວັນທີ 24 ເມສາ 2021 ມາຮອດປັດຈຸບັນເຫັນວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງ ໄຊຍະບູລີ ໄດ້ຢຸດເຊົາ, ບໍ່ມີການຂະຫຍາຍຕົວຂອງຈໍານວນຜູ້ຕິດເຊື້ອເພີ່ມໃໝ່ ແລະ ເປົ້າໝາຍກຸ່ມສ່ຽງກໍຖືກຈໍາກັດບໍລິເວນ ແລະ ຄົບຕາມກໍານົດເວລາແມ່ນບໍ່ມີອາການຂອງການຕິດເຊຶ້ອ, ການສັກຢາວັກຊິນເຂັມທີ 1 ໄດ້ 42.262 ຄົນ ເທົ່າກັບ 49,83%ຂອງຢາທັງໝົດ ຫຼື ເທົ່າກັບ 10,25% ຂອງປະຊາກອນ, ເຂັມທີ 2 ໄດ້ 14,573 ຄົນ ເທົ່າກັບ 34,48%ຂອງເຂັມທີ 1 ຫຼື ເທົ່າກັບ 3,53% ຂອງປະຊາກອນແຂວງໄຊຍະບູລີ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















