ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິກ່ຽວກັບສະພາບການຢູ່ຊູດັງ ແລະລີບີ
ເວລາອອກຂ່າວ: 2021-06-07 16:23:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 23 | ຄວາມນິຍົມ:



ສໍານັກຂ່າວສານຫວຽດນາມ ລາຍງານເມື່ອວັນທີ 6 ມິຖຸນາ 2021 ນີ້ວ່າ: ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນການລົງຄະແນນສຽງ ແລະ ເຫັນດີເປັນເອກະພາບ (ດ້ວຍ 15/15 ບັດສະໜັບສະໜູນ) ຮັບຮອງເອົາມະຕິ 2 ສະບັບທີ່ກ່ຽວຂ້ອງເຖິງສະພາບການຢູ່ຊູດັງ ແລະ ລີບີ. ຫຼັງຈາກນັ້ນ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມສະໄໝສາມັນກ່ຽວກັບບັນຫາອາວຸດເຄມີຢູ່ລີບີ. ໃນການກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຫຼັກໝັ້ນທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການສະໜັບສະໜູນການຕ້ານການແຜ່ຂະຫຍາຍອາວຸດທໍາລ້າງ, ໃນນັ້ນມີອາວຸດເຄມີ. ທ່ານ ຟ້າມຫ໋າຍແອັງ ໄດ້ແບ່ງປັນຄວາມວິຕົກກັງວົນລວມຂອງ ສປຊ ກ່ຽວກັບບັນດາຂໍ້ມູນກ່າວຫາການນໍາໃຊ້ອາວຸດເຄມີຢູ່ຊີຣີ, ທ່ານເນັ້ນໜັກ ວ່າຕ້ອງຮັກສາການຮ່ວມມືຢ່າງແໜ້ນແຟ້ນ ແລະ ຕໍ່ເນື່ອງ ລະຫວ່າງຄະນະເລຂານຸການອົງການຫ້າມອາວຸດເຄມີ ແລະ ຊີຣີ ໃນການຊຸກຍູ້ການຜັນຂະຫຍາຍສົນທິສັນຍາຫ້າມອາວຸດເຄມີ ແລະ ແກ້ໄຂທຸກບັນຫາບໍ່ເອກະພາບກັນ, ກໍຄືບັນດາບັນຫາທີ່ຍັງຄົງຄ້າງ. ໄປຄຽງຄູ່ກັນນັ້ນ, ທ່ານເອກອັກຄະລັດຖະທູດ ກໍຮຽກຮ້ອງໃຫ້ປະຊາຄົມສາກົນ ຈົ່ງເພີ່ມທະວີການຮ່ວມມື ແລະ ການໂອ້ລົມສົນທະນາທີ່ມີລັກສະນະສ້າງສັນເພື່ອແນໃສ່ໜູນຊ່ວຍວິທີການແກ້ໄຂທີ່ຍາວນານໃຫ້ແກ່ບັນຫາຊີຣີ. ໂດຍ: ຄໍາສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ