ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ1 ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ Xl ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2021-06-09 15:25:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 154 | ຄວາມນິຍົມ:



ໃນລະຫວ່າງ ວັນທີ 08 – 09 ມີຖຸນາ 2021ນີ້,ກອງພົນທີ1 ໄດ້ຈັດຕັ້ງເຜີຍແຜເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ Xl ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ຄຳເພັດ ສີຊານົນ ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ຄະນະພັກ - ຄະນະບັນຊາການກອງພົນທີ1, ມີບັນດາສະຫາຍຕາງໜ້າກົມພະນັກງານ, ມີກອງບັນຊາການທະຫານແຂວງ ວຽງຈັນ , ແຂວງ ໄຊສົມບູນ ແລະ ບັນດາຄະນະພັກຮາກຖານແຕ່ລະກົມກອງທົ່ວກອງພົນທີ1 ເຂົ້າຮ່ວມ. ສະຫາຍ ພົນຕີ ຄຳເພັດ ສີຊານົນ ໄດ້ເຜີຍແຜ່ ເຊື່ອມຊຶມ ແລະ ຜັນຂະຫຍາຍບັນດາເອກະສານສຳຄັນ ຄື ມະຕິກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ Xl ຂອງພັກ, ໂດຍສະເພາະເນື້ອໃນຕົ້ນຕໍ ແລະ ວຽກງານຈຸດສຸມທີ່ຕ້ອງໄດ້ເອົາໃຈໃສ່ນຳພາຊີ້ນຳໃນແຕ່ລະຂົງເຂດວຽກງານຕາມຄວາມຮັບຜິດຊອບ ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການຂອງຕົນ ທັງນີ້ກໍເພື່ອແນ່ໃສ່ໃຫ້ຄະນະພັກທຸກຂັ້ນມີຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ເນື້ອໃນຈິດໃຈຂອງເອກະສານ ພ້ອມທັງນຳໄປຈັດຕັ້ງຜັນຂະຫຍາຍເນື້ອໃນດັ່ງກ່າວໃຫ້ເປັນແຜນງານໂຄງການ ແລະ ແທດ ເໝາະກັບໜ້າທີວຽກງານຂອງຕົນໃຫ້ເກີດຜົນເປັນຈິງ, ສຳເລັດຕາມລຳດັບຄາດໝາຍ, ສຶບຕໍ່ຍຶດໝັ້ນ ແລະ ເພີ່ມເຕີມເສີຍຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານທີມີຫຼັກການຂອງພັກເຂົ້າສູ່ລວງເລີກ, ສຶບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ຫຍິ່ງຂື້ນ ກ້າວເດີີ່ນສູ່ຈຸດໝາຍສັງຄົມນິຍົມ; ແຜນພັດທະນາເສດຖະກິດແຫ່ງຊາດ 5 ປີ ຄັ້ງທີ lX ( 2021 – 2025 ) ໃນນັ້ນໄດ້ຍົກໃຫ້ເຫັນເຖີງສະພາບຄວາມເປັນຈິງຂອງການພັດທະນາປະເທດຊາດ ໃນ 5 ປີ ຜ່ານມາ ແລະ ທິດທາງຈຸດສຸມໃນຕໍ່ໜ້າ ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ບັນດາຫົວໜ່ວຍຕ່າງໆ ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນແຜນງານໂຄງການລະອຽດ ພ້ອມຈັດຕັ້ງແບບບູລິມະສິດຢ່າງມີຈຸດສຸມ, ລະດົມແຫຼ່ງທຶນ ແລະ ແຕ່ງຕັ້ງບຸກຄະລາກອນທີມີຄວາມຮູ້ - ຄວາມສາມາດ ເຂົ້າໃສ່ແຕ່ລະວຽກງານດ້ວຍຄວາມຮັບຜິດຊອບສູງ ແລະ ທັດສະນະແຫ່ງການສ້າງສາພັດທະນາເສດຖະກິດສັງຄົມໃນຕໍ່ໜ້າ ເພື່ອແນ່ໃສ່ແກ້ໄຂຄວາມທຸກຍາກ ແລະ ນຳເອົາປະເທດຊາດໃຫ້ຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ; ກົດລະບຽບຂອງພັກ ສະ ໄໝທີ Xl ວັດຖຸປະສົງຂອງພັກ ປະຊາຊົນ ປະຕິວັດລາວ ແມ່ນນຳພາປ່ວງຊົນລາວທັງຊາດ ດຳເນີນພາລະກິດປ່ຽນແປງໃໝ່ຮອບດ້ານ ທີມີຫຼັກການຂອງພັກ, ປົກປັກຮັກສາຊາດໄວ້ໃຫ້ໝັ້ນຄົງ, ກໍ່ສ້າງລະບອບປະຊາທິປະໄຕ ໃຫ້ບັນລຸຕາມຈຸດປະສົງຂອງພັກ ຍາມໃດກໍຕ້ອງຍຶດໝັ້ນລັດທິມາກ - ເລນິນ ແນວຄິດ ປະທານ ໄກສອນ ພົມວິຫານ ແລະ ມູນເຊື້ອອັນສະຫງ່າງາມຂອງພັກ ເປັນພື້ນຖານທິດສະດີ, ເປັນເຂັມທິດຊີ້ນຳໃຫ້ແກ່ການຈັດຕັ້ງ ແລະ ເຄື່ອນໄຫວຂອງພັກ ພ້ອມກັນນັ້ນກໍ່ຮັບເອົາຄວາມກ້າວໜ້າທາງດ້ານວິທະຍາສາດ, ອະລິຍາທຳຂອງມວນມະນຸດໝູນໃຊ້ບົດຮຽນຂອງຕ່າງປະເທດ ໃຫ້ແທດເໝາະກັບພຶດຕິກຳ ແລະ ເງື່ອນໄຂຕົວຈິງຂອງປະເທດລາວເຮົາ ເຊິ່ງກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ Xl ຄະນະບໍລິຫານງານສູນກາງພັກ ໄດ້ມີມະຕິ ຕົກລົງປະກາດໃຊ້ ສະບະບັເລກທີ 01/ຄບສພ ລົງວັນທີ 29 ມີນາ 2021 ລວມມີ 15 ໝວດ 64 ມາດຕາ, ເຊິ່ງ ໃນສະໄໝທີ X ຜ່ານມາ ມີ 14 ໝວດ 58 ມາດຕາ. ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ1 ໄດ້ຜ່ານ ມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໄດ້ຕີລາຄາຢ່າງຖືກຕ້ອງ ແລະ ເລີກເຊິ່ງໃນຜົນງານດ້ານຕ່າງໆ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ lV ຂອງອົງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີໃຫຍ່ 26 ແຜນງານໃນຊຸມປີຜ່ານມາ ຜົນສຳເລັດດັ່ງກ່າວໄດ້ຢັ້ງຢືນໃຫ້ເຫັນເຖີງໝາກຜົນລວມຍອດແຫ່ງການຊີ້ນຳ - ນຳພາ ແລະ ຄວາມເປັນປຶກແຜນພາຍໃນພັກ ກໍຄືໃນທົ່ວກອງທັບ, ເຊິ່ງເປັນເງື່ອນໄຂອັນດີໃນການສ້າງພື້ນຖານ ແລະ ທ່ວງທ່າໃໝ່ໃຫ້ແກ່ການສຶບຕໍ່ປັບປຸງກໍ່ສ້າງກອງທັບປະຊາຊົນລາວໃຫ້ເຕີບໃຫຍ່ເຂັ້ມແຂງ, ຕາມທິດກໍ່ສ້າງກອງທັບປະຕິວັດ ທີ່ມີລະບຽບແບບແຜນ ແລະ ທັນສະໄໝຂຶ້ນເລື້ອຍໆ, ຕັ້ງໜ້າປັບປຸງກໍ່ສ້າງກຳລັງປ້ອງກັນຊາດເປັນກຳລັງທີ່ແຫຼມຄົມຂອງພັກ, ສຸມໃສ່ສ້າງພະນັກງານບັນຊາ - ນຳພາ ວິຊາການ ວິຊາສະເພາະ ເຫຼົ່າຮົບຕ່າງໆໃຫ້ມີລະດັບຄວາມຮູ້ ຄວາມສາມາດ, ຍົກສູງຄຸນນະພາບການເຝິກແອບຮ່ຳຮຽນສິລະປະຍຸດ, ຍຸດທະວິທີ ໃຫ້ສຳນິສຳນານ ແລະ ຍູ້ແຮງເສີມຂະຫຍາຍມູນເຊື້ອຈິດໃຈເພີ່ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງກອງທັບເຮົາ. ສະຫາຍ ພົນຕີ ຄຳເພັດ ສີຊານົນ ຍັງໄດ້ມີຄຳເຫັນ ແລະ ໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດຂອງການຈັດຕັ້ງກອງປະຊຸມ, ໃນທ່າມກາງທີ່ທົ່ວໂລກພວມປະເຊີນກັບໄພຄຸກຄາມຂອງເຊື້ອພະຍາດໂຄວິດ - 19 ເນັ້ນໜັກໃຫ້ທຸກພາກສ່ວນຈົ່ງພ້ອມກັນເອົາໃຈໃສ່ເປັນເຈົ້າການໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດບໍ່ໃຫ້ລະບາດອອກສູ່ວົງກວ້າງ, ເອົາໃຈໃສ່ປະຕິບັດທຸກມະຕິຄຳສັ່ງຂອງໜ່ວຍສະເພາະກິດແຫ່ງຊາດວາງອອກຢ່າງເຂັ້ມງວດ ກໍຄືໜ່ວຍສະເພາະກິດກະຊວງປ້ອງກັນປະເທດ, ພ້ອມກັນເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມເຂັ້ມແຂງຂອງກຳລັງປະກອບອາວຸດຢ່າງເປັນລະບົບ, ລະບຽບໃຫ້ເຂັ້ມງວດ, ຮັກສາຄວາມສະຫງົບໃຫ້ເປັນລະບຽບຮຽບຮ້ອຍ, ຮັກສາຜືນແຜນດີນອັນອຸດົມສົມບູນຂອງປະເທດຊາດ, ຍົກສູງຄວາມຮັບຜິດຊອບຂອງຕົນເອົາໃຈໃສ່ຕໍ່ໜ້າທີ່ການເມືອງຂອງໃຜລາວ ແລະ ສຶບຕໍ່ເຮັດໜ້າທີ່ອັນມີກຽດສະຫງ່າຂອງບັນດາສະຫາຍໃຫ້ເກີດດອກອອກຜົນໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ໂດຍ: ອຸດອນ ອິນທິສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ