ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວຕກ ເປີດກອງປະຊຸມສະພາສອບເສັງຈົບຊັ້ນ
ເວລາອອກຂ່າວ: 2021-06-10 17:25:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 56 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2021 ນີ້, ວິທະຍາຄານເຕັກນິກການທະຫານ ໄດ້ເປີດກອງປະຊຸມສະພາເພື່ອກະກຽມການສອບເສັງຈົບຊັ້ນ ໃຫ້ແກ່ນັກສຶກສາເຕັກນິກຍຸດໂທ ຊັ້ນກາງຊຸດທີ 11 ແລະ ນັກສຶກສາລົດ ຊັ້ນກາງ ຊຸດທີ 23 ສົກສຶກສາ 2018-2021 ໂດຍການພາຍໃຕ້ການເປັນປະທານຂອງ ສະຫາຍ ພັນເອກ ຈັນສະໝອນ ລັດສະ ໄໝ, ຄະນະອໍານວຍການ, ຫົວໜ້າຫ້ອງອົບຮົມ ວິທະຍາຄານເຕັກນິກການທະຫານ, ມີບັນດາຕາງໜ້າຫ້ອງ 6 ຫ້ອງ, 3 ຄະນະວິຊາ, ບັນດາກອງພັນນັກສຶກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ພັນໂທ ແສງປະເສີດ ອຳພອນ ຮອງຫົວໜ້າຫ້ອງອົບຮົມ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະປະ ທານ, ຄະນະກໍາມະການ, ອະນຸກໍາມະການ ແລະ ພາກສ່ວນຮັບໃຊ້ການສອບເສັງຈົບຊັ້ນ ປະຈໍາຫ້ອງກະກຽມ ແລະ ໂຕະຕອບຄໍາຖາມ ຂອງແຕ່ລະພາກວິຊາ ທັງນີ້ກໍ່ເພື່ອກຽມຄວາມພ້ອມຮັບໃຊ້ ຮັບປະກັນໃຫ້ການສອບເສັງດໍາເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ ສາມາດບັນລຸຜົນສໍາເລັດຕາມລະດັບຄາດໝາຍ ແລະ ໄດ້ຮັບຜົນສູງ. ກອງປະຊຸມຍັງໄດ້ຮັບຟັງ ບົດລາຍການກະກຽມຈັດຕັ້ງສອບເສັງຈົບຊັ້ນ ໃຫ້ແກ່ນັກສຶກສາທັງ 2 ຂະແໜງ ຈາກ ສະຫາຍ ພັນເອກ ຈັນສະໝອນ ລັດສະໄໝ ຜ່ານບົດລາຍງານໄດ້ຍົກໃຫ້ເຫັນຜົນໄດ້ຮັບຕົວຈິງ ຈາກການອົບຮົບຫັດແອບທັງພາກທິດສະດີ ແລະ ພາກປະຕິບັດກິດຈະກໍາຕົວຈິງ ຂອງການສຶກສາໄລຍະ 3 ປີມີດັ່ງນີ້: ຫ້ອງເຕັກນິກຍຸດໂທ ຈໍານວນພົນ ທັງໝົດ 20 ສະຫາຍ, ຄະແນນເກຣດ B ມີ 7 ສະຫາຍ ເທົ່າກັບ 34,5%. ຄະແນນ C+ ມີ 13 ສະຫາຍ ເທົ່າກັບ 65.5%. ຫ້ອງເຕັກນິກລົດ ຈໍານວນພົນທັງໝົດ 20 ສະຫາຍ, ຄະແນນ ເກຣດ B ມີ 3 ສະຫາຍ ເທົ່າກັບ 10,5 %. ຄະແນນ C+ ມີ 16 ສະຫາຍ ມີ 80 %, ຄະແນນ C ມີ 1 ສະຫາຍ 5%. ໃນໂອກາດດັ່ງກ່າວ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ຜັດປ່ຽນກັນສະເໜີ ແລະ ປະກອບຄໍາຄິດຄໍາເຫັນ ເພື່ອຖອດຖອນບົດຮຽນ ແລະ ເປັນທິດທາງໃນຕໍ່ໜ້າ. ຕອນທ້າຍ ສະຫາຍ ປະທານກໍ່ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ບັນດາຄະນະກໍາມະການ, ອະນຸກໍາມະການ ແລະ ພາກສ່ວນຮັບໃຊ້ ຮັບຜິດຊອບໃນການສອບເສັງຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ຕົນເອງໄດ້ຮັບມອບໝາຍ, ເອົາໃຈໃສ່ປະຕິບັດມາດຕະການເວັ້ນໄລະຍະຫ່າງ, ການສໍາຜັດທາງສັງຄົມ ກໍຄືປະຕິບັດຕາມມາດຕະການ ການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດລະບາດໂຄວິດ-19 ໃຫ້ເຂັ້ມງວດ ເພື່ອເຮັດໃຫ້ບັ້ນສອບເສັງ ດໍາເນີນໄປດ້ວຍຄວາມສະຫງົບປອດໄພ 100 % ແລະ ໄດ້ຮັບຜົນຕາມລະດັບຄາດໝາຍ. ໂດຍ ເພັດນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ