ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວງປ້ອງກັນປະເທດ ຈັດກອງປະຊຸມເຜິຍແຜ່ເຊື່ອມຊຶມເອກະສານມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ
ເວລາອອກຂ່າວ: 2021-06-10 17:35:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 84 | ຄວາມນິຍົມ:



ວັນທີ 10 ມິຖຸນາ 2021 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບໄດ້ຈັດຕັ້ງກອງປະຊຸມເຜິຍແຜ່ເຊື່ອມຊຶມເອກະສານມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດຂຶ້ນ ໂດຍການເປັນປະທານ ແລະ ເຜິຍແຜ່ເອກະສານຂອງ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາກົມໃຫຍ່, ຫ້ອງການ, ກອງ ແລະ ພະນັກງານຫຼັກແຫຼ່ງເຂດໃຈກາງເຂົ້າຮ່ວມ. ໃນພິທີ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ໄດ້ຂຶ້ນຜ່ານເອກະສານບົດລາຍງານການເມືອງຂອງກອງປະຊຸມຜູ້ແທນຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງລັດ 5 ປີ ເທື່ອທີ 9, ກົດລະບຽບຂອງພັກ ປະຊາຊົນປະຕິວັດລາວສະໄໝທີ XI ແລະ ມະຕິກອງປະຊຸມໃຫ່ຍຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ. ການເຜິຍແຜ່ເຊື່ອມຊຶມເອກະສານໃນຄັ້ງນີ້ ແນໃສ່ເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງທຸກຄົນທີ່ໄດ້ເຊື່ອມຊຶມ ສ້າງຄວາມເຂົ້າໃຈເປັນເອກະພາບຢ່າງເລິກເຊິ່ງ ຕໍ່ບັນດາເນື້ອໃນຈິດໃຈທີ່ໄດ້ກຳນົດໄວ້ໃນມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ພ້ອມກັນເປັນເຈົ້າການຜັນຂະຫຍາຍໃຫ້ເກີດໝາກຜົນຕົວຈິງ ແລະ ເພື່ອເປັນພື້ນຖານໃຫ້ຄະນະພັກ-ຄະນະບັນຊາສືບຕໍ່ສຶກສາອົບຮົມ ແລະ ນຳເອົາເນື້ອໃນດັ່ງກ່າວ ມາຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທຳ, ບົນພື້ນຖານການປັບປຸງ ຍົກສູງທັດສະນະຫຼັກໝັ້ນ, ຄຸນທາດການເມືອງຂອງພະນັກງານຫຼັກແຫຼ່ງແຕ່ລະຂັ້ນ ໃຫ້ໜັກແໜ້ນ, ມີຄວາມເດັດດ່ຽວໜຽວແໜ້ນ, ສືບຕໍ່ບຸກທະລຸດ້ານແນວຄິດ-ຈິນຕະນາການ ສ້າງໃຫ້ມີການຫັນປ່ຽນທາງດ້ານທັດສະນະແນວຄິດ ແລະ ການກະທຳທີ່ສົ່ງເສີມດ້ານດີ, ແກ້ໄຂຈຸດອ່ອນ ເປັນເຈົ້າການຕອບຕ້ານທຸກກົນອຸບາຍມ້າງເພທຳລາຍຂອງພວກອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ມີແບບແຜນດຳລົງຊີວິດທີ່ປອດໃສ, ມີຄວາມສາມັກຄີພາຍໃນເປັນເອກະພາບ, ເປັນກ້ອນກຳລັງແຮງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ. ໂອກາດນີ້, ສະຫາຍປະທານ ກໍໄດ້ໂອ້ລົມຫຼາຍບັນຫາທີ່ສໍາຄັນ ພ້ອມທັງເນັ້ນໜັກໃຫ້ພະນັກງານຫຼັກແຫຼ່ງທຸກສະຫາຍທີ່ໄດ້ເຂົ້າຮ່ວມເຊື່ອມຊຶມໃນຄັ້ງນີ້ ຈົ່ງພ້ອມກັນນໍາເອົາເນື້ອໃນຈິດໃຈການເຜີຍແຜ່ເຊື່ອມຊືມຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແລະ ສືບຕໍ່ເຜີຍແຜ່ເຊື່ອມຊືມໃຫ້ພະນັກງານ-ນັກຮົບ ໃນຂອບເຂດຮັບ ຜິດຊອບຂອງຕົນໄດ້ຮັບຮູ້, ເຂົ້າໃຈຕໍ່ກັບມະຕິກໍ່ຄືແນວທາງຂອງພັກທີ່ໄດ້ວາງອອກ ແລະ ພ້ອມກັນເປັນເຈົ້າການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດໃຫ້ປະກົດຜົນເປັນຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ