ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 3 ເປັນເຈົ້າການໃນການຄວບຄຸມ, ຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19
ເວລາອອກຂ່າວ: 2021-06-11 10:19:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 114 | ຄວາມນິຍົມ:



ເພື່ອປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ15/ນຍ ລົງວັນທີ21 ເມສາ ປີ2021 ວ່າດ້ວຍການເພີມທະວີຄວບຄຸມ, ປ້ອງກັນຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ທີກັບມາລະບາດຢູ່ປະເທດລາວເຮົາອີກຮອບທີ່2 ນັບແຕ່ນັ້ນມາ ຄະນະພັກ-ຄະນະບັນຊາກອງພົນທີ3 ໄດ້ເປັນເຈົ້າການຈັດຕັ້ງເຜີຍແຜ່ຄຳສັ່ງສະບັບດັ່ງກ່າວໃຫ້ພະນັກງານ-ນັກຮົບຢູ່ກົມກອງຂອງຕົນຢ່າງເຄັ້ງຮ້ອນ ແລະ ທົ່ວເຖິງ. ສະຫາຍ ພັນໂທ ອຳໄພ ຄຳທ່າຄອງ ຮອງຫົວໜ້າພະແນກເສນາຮັກ ກອງພົນທີ3 ໃຫ້ຮູ້ວ່າ: ເລີມແຕ່ໄດ້ຮັບຄຳສັ່ງຂອງຂັ້ນເທິງແຕ່ຕົ້ນເດືອນ ເມສາ ມາຮອດປະຈຸບັນນີ້ ຂະແໜ່ງເສນາຮັກພວກເຮົາກໍ່ໄດ້ຈັດຕັ້ງໜ່ວຍງານເຄື່ອນໄຫວໂຄສະນາໃນການຄວບຄຸມ ຕ້ານ ແລະ ສະກັດກັ້ນຕໍ່ກັບການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາອົງການ, ກົມກອງຢ່າງໃກ້ຊິດ ແລະ ເປັນປົກກະຕິເພື່ອຕິດຕາມກວດກາຜູ້ທີມີກຸ່ມສຽງ ເປັນຕົ້ນແມ່ນຜູ້ທີລາພັກເມືອຢາມບ້ານກັບມາສູ່ກົມກອງ, ຜູ້ທີເຮັດວຽກນອກສະຖານທີ, ໃນນີ້ຢູ່ກອງພົນທີ3 ໄດ້ຈັດຕັ້ງສູນກັກບໍລິເວນຈຳນວນ1ສູນໂດຍກຳນົດເອົາ ກອງພັນ 417 ເປັນບອນກັກຕົວ, ມີຜູ້ເຂົ້າມາກັກບໍລິເວນທັງໝົດຈຳນວນ 20 ສະຫາຍ, ກັກຕົວຄົບຕາມກຳນົດ 14 ວັນ ແມ່ນບໍ່ມີເຊື້ອ, ແຕ່ລະສະຫາຍກໍໄດ້ກັບຄືນສູ່ກົມກອງຂອງຕົນປະຕິບັດໜ້າທີຢ່າງເປັນປົກກະຕິ, ເກັບຕົວຢ່າງໄປກວດຈຳນວນ 2 ຕົວຢ່າງ( ຜົນກວດ ແມ່ນລົບ), ຈັດຕັ້ງພະນັກງານວິຊາການລົງກວດກາວັດແທກອຸ່ນຫະພູມຂອງປະນັກງານ-ນັກຮົບ ຢູ່ບັນກາອົງການ, ກົມກອງໄດ້ທັງໝົດຈຳນວນ 17.814 ເທື່ອຄົນ, ໃນນີ້ຍັງໄດ້ເຜີ່ຍແຜ່ ແລະ ຈັດຕັ້ງພິທີສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ພະນັກງານ-ນັກຮົບ ຢູ່ກອງພົນທີ3 ຈຳນວນ2 ຄັ້ງ, ໃນນີ້ເຂັ້ມທີ່1 ມີຜູ້ທີໄດ້ຮັບການສັກຢາທັງໝົດຈຳນວນ782 ເທື່ອຄົນ, ເຂັ້ມທີ2 ມີຈຳນວນຜູ້ເຂົ້າສັກຢາທັງໝົດ 760 ເທື່ອຄົນ. ມາຮອດປະຈຸບັນນີ້ການຄວບຄຸ້ມ ປ້ອງກັນ, ຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ19 ຢູ່ກອງພົນທີ3 ແມ່ນຍັງໄດ້ສືບຕໍ່ຈັດຕັ້ງປະຕິບັດຕາມຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດຈົນກວ່າທີຈະມີຄຳສັ່ງປ່ຽນແປງ. ໂດຍ: ທອງເລື່ອນ ເກີນວົງຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ