ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 2 ເຜີຍແຜ່ເຊື່ອມຊືມຜົນສຳເລັດກອງປະຊຸມໃຫຍ່ ຂອງພັກ ແລະ ຂອງກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2021-06-12 13:14:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 167 | ຄວາມນິຍົມ:



ໃນວັນທີ 10-11 ມິຖຸນາ 2021 ນີ້. ກອງພົນທີ 2 ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມຜົນສຳເລັດ ກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫ່ຍ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງສະຫາຍ ພົນຕີ ວໍລະສານ ວິລັດດາວົງ, ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ ມີຄະນະພັກ-ຄະນະບັນຊາກອງພົນທີ 2, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງໄຊຍະບູລີ , ພະນັກງານວິຊາການຈາກກົມໃຫ່ຍການເມືອງກອງທັບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ເອກະສານທີ່ນໍາມາເຜີຍແຜ່ເຊື່ອມຊືມໃນຄັ້ງນີ້ລວມມີ: ເອກະສານລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ , ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງລັດ 5 ປີ ເທື່ອທີ 9, ກົດລະບຽບຂອງ ພັກປະຊາຊົນປະຕິວັດລາວສະໄໝທີ XI, ມະຕິກອງປະຊຸມໃຫ່ຍ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກະຊວງປ້ອງກັນປະກັນປະເທດວ່າດ້ວຍການຄຸ້ມຄອງນາຍ ແລະ ພົນທະຫານ ທີ່ໄດ້ຮັບນະໂຍບາຍອຸດໜູນບຳນານ, ເສຍອົງຄະຍ້ອນການສູ້ຮົບ ແລະ ດຳລັດວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍຍຸດທະສາດ ແຜນປະຕິບັດງານແຫ່ງຊາດເພື່ອຄົນພິການ. ຜ່ານການດຳເນີນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ ພ້ອມກັນຕິດຕາມ, ຄົ້ນຄ້ວາບັນດາເນື້ອໃນເອກະສານຢ່າງເລິກເຊີ່ງ ແລະ ປະກອບຄຳຄິດ, ຄຳເຫັນບາງບັນຫາ ຕໍ່ກັບຂົງເຂດວຽກງານວ່າດ້ວຍການຄຸ້ມຄອງນາຍ ແລະ ພົນທະຫານ ທີ່ໄດ້ຮັບນະໂຍບາຍອຸດໜູນບຳນານ, ເສຍອົງຄະ ຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບຢ່າງກົງໄປກົງມາ ເພື່ອພ້ອມກັນປັບປຸງແກ້ໄຂໃຫ້ຖຶກຕ້ອງຕາມທິດຊີ້ນຳຂອງຂັ້ນເທິງ. ການເຜິຍແຜ່ເຊື່ອມຊຶມເອກະສານໃນຄັ້ງນີ້ ກໍເພື່ອແນໃສ່ເຮັດໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງທຸກຄົນ ສ້າງຄວາມເຂົ້າໃຈເປັນເອກະພາບຢ່າງເລິກເຊິ່ງ ຕໍ່ບັນດາເນື້ອໃນຈິດໃຈ ທີ່ໄດ້ກຳນົດໄວ້ໃນມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ພ້ອມກັນເປັນເຈົ້າການຜັນຂະຫຍາຍໃຫ້ເກີດໝາກຜົນຕົວຈິງ ແລະ ເພື່ອເປັນພື້ນຖານໃຫ້ຄະນະພັກ-ຄະນະບັນຊາ ສືບຕໍ່ສຶກສາອົບຮົມ ແລະ ນຳເອົາເນື້ອໃນດັ່ງກ່າວ ມາຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທຳ, ບົນພື້ນຖານການປັບປຸງ ຍົກສູງທັດສະນະຫຼັກໝັ້ນ, ຄຸນທາດການເມືອງຂອງພະນັກງານຫຼັກແຫຼ່ງ ແຕ່ລະຂັ້ນໃຫ້ມີຄວາມເດັດດ່ຽວໜຽວແໜ້ນ, ສືບຕໍ່ບຸກທະລຸດ້ານແນວຄິດ-ຈິນຕະນາການ ສ້າງໃຫ້ມີການຫັນປ່ຽນທາງດ້ານທັດສະນະແນວຄິດ ແລະ ການກະທຳທີ່ສົ່ງເສີມດ້ານດີ, ແກ້ໄຂຈຸດອ່ອນ ເປັນເຈົ້າການຕອບຕ້ານທຸກກົນອຸບາຍມ້າງເພທຳລາຍຂອງ ພວກອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ມີແບບແຜນດຳລົງຊີວິດທີ່ປອດໃສ, ມີຄວາມສາມັກຄີພາຍໃນເປັນເອກະພາບ, ເປັນກ້ອນກຳລັງແຮງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ. ໂອກາດດັ່ງກ່າວສະຫາຍ ພົນຕີ ວໍລະສານ ວິລັດດາວົງ ໄດ້ໂອ້ລົມ ເຊີ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ-ຄະນະບັນຊາ ກອງພົນທີ 2 ທີ່ໄດ້ຫ້າງຫາກະກຽມຄວາມພ້ອມທຸກດ້ານ ໃຫ້ແກ່ການເປີດກອງປະຊຸມຄັ້ງນີ້ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍດີ ຈາກນັ້ນສະຫາຍຍັງໄດ້ຮຽກຮ້ອງມາຍັງ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ຈົ່ງພ້ອມກັນນຳເອົາເນື້ອໃນເອກະສານ ທີ່ເຜີຍແຜ່ເຊື່ອມຊືມຄັ້ງນີ້ ນຳໄປຈັດຕັ້ງປະຕິບັດໃຫ້ເປັນແຜນງານອັນລະ ອຽດ ລົງເຜີຍແຜ່ເຊື່ອມຊືມໃຫ້ບັນດາຫົວໜ່ວຍ, ກົມກອງຮາກຖານໃຫ້ທົ່ວເຖີງ ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ໄດ້ປູກຈິດສຳນຶກ ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ມີຄຸນນະພາບສູງ ຕໍ່ກັບມະຕິກໍ່ຄືແນວທາງຂອງພັກທີ່ໄດ້ວາງອອກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ