ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານເມືອງສີໂຄດຕະບອງ ສ້າງຂະບວນການປ່ອຍປາ
ເວລາອອກຂ່າວ: 2021-06-12 13:17:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 438 | ຄວາມນິຍົມ:



ໃນຕອນເຊົ້າຂອງ ວັນທີ 10 ມີຖຸນາ 2021 ນີ້, ກອງບັນຊາການທະຫານເມືອງສີໂຄດຕະບອງ ໄດ້ສ້າງຂະບວນການປ່ອຍປາຂຶ້ນ ເຊິ່ງນຳພາໂດຍ ສະຫາຍ ພັນໂທ ວິໄຊ ມິ່ງມະໄລພອນ, ຫົວໜ້າການເມືອງ, ກອງບັນຊາການທະຫານເມືອງສີໂຄດຕະບອງ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບເຂົ້າຮ່ວມຢ່າງພ້ອມ ພຽງ. ພັນໂທ ຕ້ອຍ ແສນສຸພັນ, ຫົວໜ້າພະລາທິການ, ທະຫານເມືອງສີໂຄດຕະບອງ ໄດ້ໃຫ້ຮູ້ວ່າ: ການທີ່ນຳປາມາປ່ອຍໃນຄັ້ງນີ້ມີຈຳນວນ 3000 ໂຕ ລວມມີປາ3 ຊະນິດຄື: ປາໄນ 1500 ໂຕ, ປາປາກ 500ໂຕ, ປາຄາລ່າ1000ໂຕ ໃນມູນຄ່າ 2.000.000 ກີບ ທັງນີ້ກໍ່ເພື່ອເປັນການສ້າງຂະບວນການເນື່ອງໃນໂອກາດວັນທີ 1 ມິຖຸນາ 2021 ນີ້, ເຊີ່ງກົງກັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນອະນຸລັກສັດນ້ຳສັດປ່າແຫ່ງຊາດ ແລະ ເປັນການສ້າງພະລາທິການກັບທີ່ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງພວກເຮົາ ໃນສະເພາະໜ້າ ແລະ ຍາວນານ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໂດຍ: ວທ ສົມໂພດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ