ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມສ່ອງແສງວຽກງານຮອບດ້ານເຂດ 5 ປະຈໍາໄຕມາດ II
ເວລາອອກຂ່າວ: 2021-06-12 13:20:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 541 | ຄວາມນິຍົມ:



ກອງປະຊຸມສ່ອງແສງວຽກງານຮອບດ້ານເຂດ 5 ປະຈຳໄຕມາດ II ຂອງກອງບັນຊາການທະຫານແຂວງຫຼວງພະບາງໄດ້ຈັດຂື້ນ ຢູ່ທີ່ກອງບັນຊາການທະຫານເມືອງຈອມເພັດ ໃນວັນທີ 10 ມີຖຸນາ 2021 ນີ້ ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ສີວິໄຊ ເພັງສັນຕິສຸກ, ສະມາຊິກສະພາແຫ່ງຊາດ, ຄະນະປະຈຳພັກກອງບັນຊາການ, ຫົວ ໜ້າຫ້ອງການເມືອງທະຫານແຂວງ, ມີຕາງໜ້າຈາກ 6 ຫົວໜ່ວຍກົມກອງຄື: ກອງບັນຊາການທະຫານນະຄອນຫຼວງພະບາງ, ທະຫານເມືອງຊຽງເງິນ, ໂຮງຮຽນການທະຫານທ້ອງຖິ່ນ, ທະຫານເມືອງຈອມເພັດ, ກອງພັນ 414, ກອງບັນຊາການທະຫານເມືອງນ່ານ, ແຂກຮັບເຊີນຈາກກົມກອງອ້ອມຂ້າງເຂົ້າຮ່ວມ. ໃນກອງປະຊຸມຜູ້ຕາງໜ້າບັນດາກົມກອງ ໄດ້ຜັດປ່ຽນກັນຂື້ນສ່ອງແສງລາຍງານສະພາບການອັນພົ້ນເດັ່ນ ໂດຍສະເພາະກໍ່ແມ່ນສະພາບທົ່ວໄປໃນຂອບເຂດກົມກອງຮັບຜິດຊອບ ແລະ ບັນຫາປາກົດການຫຍໍ້ທໍ້ໃນສັງຄົມ ວຽກງານທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີຄະນະພັກຂັ້ນເທິງໄດ້ວາງລົງມາ ເຊິ່ງໃນນີ້ ອັນພົ້ນເດັ່ນແມ່ນການເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ຈັດຕັ້ງກໍາລັງຫັນລົງກໍ່ສ້າງຮາກຖານການເມືອງປະຊາ ຊົນ ເຄື່ອນໄຫວຕາມພາລະບົດບາດ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ວຽກງານ 3 ສ້າງ ແລະ ການສ້າງກຸ່ມບ້ານປ້ອງກັນຊາດເຂັ້ມແຂງ, ກຸ່ມບ້ານປ້ອມໝັ້ນສູ້ຮົບຕິດລຽນ ໄປພ້ອມກັບການເຮັດວຽກງານສຶກສາປ້ອງກັນຊາດ ໃນບັນດາສະຖາບັນແຫ່ງຕ່າງໆ ແລະ ເຄື່ອນໄຫວຕ້ານ ສະກັດກັ້ນໜໍ່ແໜງທີ່ກໍ່ຄວາມບໍ່ສະ ຫງົບ, ເປີດອົບຮົມການເມືອງ-ການທະຫານ, ປັບປຸງລະບອບ-ລະບຽບແບບແຜນ, ປັບປຸງລະບົບປະຈໍາການຂອງກົມກອງ ຢ່າງເຂັ້ມງວດປົກກະຕິ ແລະ ຈັດຕັ້ງກໍາລັງເຄື່ອນໄຫວສາລະເວ ພ້ອມທັງຕັ້ງທັບອັດປ່ອງຂ້າມລອຍຂອງກຸ່ມຄົນທີ່ບໍ່ຫວັງດີ ເຮັດໃຫ້ຂອບເຂດຮັບຜິດຊອບມີສະຖຽນລະພາບ ແລະ ສະຫງົບປອດໄພໂດຍພື້ນຖານ. ພ້ອມກັນນີ້ຍັງເຄື່ອນໄຫວເຮັດວຽກງານຮັບປະກັນພະລາທິການ-ເຕັກນິກ ແລະ ປັບປຸງກໍ່ສ້າງກົມກອງບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕິດພັນກັບການສ້າງແຫຼ່ງລາຍຮັບ ເພື່ອປັບປຸງ ເຮັດໃຫ້ຊີວິດການເປັນຢູ່ຂອງອ້າຍເອື້ອຍນ້ອງພະນັກງານ-ນັກຮົບ ໄດ້ຢູ່ດີກິນດີ ເພື່ອຮັບປະກັນເຮັດໃຫ້ຊີວິດການເປັນຢູ່ຂອງກົມກອງໄດ້ຮັບການພັດ ທະນາດີຂື້ນເທື່ອລະກ້າວ. ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ ແມ່ນໄດ້ປະຕິບັດຕາມຫຼັກການທີ່ຖືກຕ້ອງສອດຄ່ອງ ໂດຍຖືສໍາຄັນທາງດ້ານຄຸນນະພາບ ແລະ ວຽກງານອື່ນໆ ທີ່ປິ່ນອ້ອມໜ້າທີ່ການເມືອງຂອງແຕ່ລະກົມກົມກອງ. ໃນຕອນທ້າຍ ສະຫາຍ ພັນເອກ ສີວິໄຊ ເພັງສັນຕິສຸກ ໄດ້ມີຄໍາເຫັນຊີ້ນໍາ ແລະ ຮຽກຮ້ອງໃຫ້ຄະນະພັກແຕ່ລະຫົວໜ່ວຍກົມກອງ ຕ້ອງເພີ່ມທະວີບົດບາດການນໍາພາ-ບັນຊາ ແລະ ປັບປຸງລະບຽບແບບແຜນວິທີເຮັດວຽກ ໃຫ້ໜັກ ແໜ້ນ ຕິດພັນກັບການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກໃຫ້ເຂັ້ມງວດ, ເພີ່ມທະວີການຈັດຕັ້ງກໍາລັງຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບ 4 ເນື້ອໃນ 4 ຄາດໝາຍ, ສືບຕໍ່ເຄື່ອນໄຫວແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນການລັບລອບຕັດໄມ້ທໍາລາຍປ່າແບບຊະຊາຍ, ການເຄື່ອນຍ້າຍຖິ່ນລໍາເນົາທີ່ບໍ່ຖືກຕ້ອງ, ການຂ້າຂາຍເຖື່ອນ, ການເຂົ້າ-ອອກເມືອງ ແລະ ບັນຫາສິ່ງເສບຕິດອື່ນໆ ໃຫ້ໝົດໄປ. ສືບຕໍ່ຄຸ້ມຄອງຊາຍແດນໃຫ້ມີຄວາມສະຫງົບ ໂດຍຈັດຕັ້ງກໍາລັງເຄື່ອນໄຫວເກັບກໍາຂໍ້ມູນ ປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນຢ່າງເປັນປົກກະຕິ, ສືບຕໍ່ປົກປັກຮັກສາພາຫະນະ, ອາວຸດ-ກະສູນ, ໂດຍປະຕິບັດລະບອບບົວລະບັດຜັດເຊັດ, ຮັບປະກັນກຽມພ້ອມສູ້ຮົບ, ພ້ອມກັນນີ້ກໍ່ຕ້ອງຊຸກຍູ້ຂະບວນການສ້າງຜົນງານ ເພື່ອຄໍ່ານັບຮັບຕ້ອນໂອກາດວັນປະຫວັດສາດທີ່ສໍາຄັນຂອງຊາດ ຂອງພັກ ແລະ ຂອງກອງທັບ ໃຫ້ມີບັນຍາກາດຟົດຟື້ນຕໍ່ເນື່ອງ ແລະ ມີເນື້ອໃນຄວາມໝາຍສໍາຄັນຢ່າງເລິກເຊິ່ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ