ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມື້ນີ້ກວດພົບຜູ້ຕິດເຊື້ອໃໝ່ 11 ຄົນ, 8 ຄົນເປັນກໍລະນີນຳເຂົ້າ
ເວລາອອກຂ່າວ: 2021-06-12 13:23:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 382 | ຄວາມນິຍົມ:



ວັນທີ 12 ມີຖຸນາ ປີ 2021 ນີ້, ທ່ານດຣ.ພອນປະເສີດ ໄຊຍະ ມຸງຄຸນ, ໄດ້ລາຍງານ ສະພາບການລະບາດຂອງພະຍາດ CoVID-19 ປະຈຸບັນ ສປປລາວ ມີຜູ້ຕິດເຊື້ອ ສະສົມ ທັງຫມົດ 1.990 ຄົນ (ໃຫມ່ 11), ເສຍຊິວິດສະສົມທັງຫມົດ 03 ຄົນ (ໃຫມ່ 00 ), ປິ່ນປົວດີທັງຫມົດ 1,859 ຄົນ (ໃຫມ່24ຄົນ) ຍັງຕິດຕາມປິ່ນປົວທົ່ວປະເທດທັງຫມົດ 128 ຄົນ (ຕິດຕາມອາການ ໄດ້ດົມອົກຊີມີ 03 ຄົນ, ອາການຫນັກໄດ້ໃສ່ເຄື່ອງຊ່ວຍຫາຍໃຈ ບໍ່ມີ) ໃນວັນທີ 11 ມີຖຸນາ 2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດ ຊອກຫາເຊື້ອ COVID-19 ທັງຫມົດ1.842 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 11 ກໍລະນີ. ສໍາລັບສະຖານທີ່ ການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ 19 ນັ້ນ. ນະຄອນ ຫຼວງວຽງຈັນ ມີ 5 ໂຮງຫມໍສູນກາງ ແລະ ໂຮງຫມໍ 103 • ນອກນັ້ນ, ຍັງມີຈຸດກວດ ຢູ່ ມສ ສີໂຄດ ທີ່ຍັງໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງທຸກມື້ ແລະ ຖ້າມີກໍລະນີ + ໃຫມ່ ຢູ່ຈຸດໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສໍາພັດໃກ້ຊິດ ໃນຈຸດທີ່ມີກໍລະນີຜູ້ຕິດເຊື້ອໃຫມ່. ກ່ຽວກັບກໍລະນີຕິດເຊື້ອໃຫມ່ 11 ຄົນ (ກໍລະນີຢັ້ງຢືນທີ 1980-190), ຄົນເຈັບຕິດເຊື້ອໃຫມ່ຈາກນະຄອນຫຼວງ 3 ຄົນ (2 ຄົນແມ່ນຜູ້ສາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ ແລະ ອີກ 1 ຄົນແມ່ນ ກໍລະນີໃຫມ່ທີ່ກໍາລັງຊອກຫາແຫຼ່ງທີ່ມາຂອງການຕິດເຊື້ອ), ແຂວງຈໍາປາສັກ 8 ຄົນນັ້ນແມ່ນກໍລະນີນໍາເຂົ້າເຊິ່ງກວດພົບເຊື້ອໃນແຮງງານລາວ ທີ່ກັບມາຈາກປະເທດໄທຖືກຕ້ອງຕາມກົດຫມາຍກົດຫມາຍ ເປັນຄົນພູມລໍາເນົາແຂວງສາລະວັນ ) . ເຂດສ່ຽງ/ສະຖານທີ່ ທີ່ຜູ້ຕິດເຊື້ອໃຫມ່ໄດ້ເດີນທາງໄປ - ວັນທີ 03/06/2001 ແລະ 10/06/2021: ຜູ້ກ່ຽວ ໄດ້ເອົາເອກະສານ ໄປສົ່ງໃຫ້ເອອື້ຍ ຢູ່ບ້ານສະພານທອງ ແລະ ໄດ້ແວ່ຕະຫລາດສະພານທອງ, ເມືອງສີສັດຕະນາກ, ວັນທີ 10/06/2021: ຜູ້ກ່ຽວໄດ້ເດີນທາງ ໄປຫາຄອບຄົວ ຢູ່ບ້ານນາແພງ, ເມືອງໂພນໂຮງ, ແຂວງວຽງຈັນ (ເດີນທາງໄປ-ກັບ) ຮອດປະຈຸບັນ ບ້ານທີ່ເປັນເຂດແດງຢູ່ນະຄອນຫຼວງ ມີ 16 ບ້ານ (ໃໝ່ 1) ຢູ່ 7 ເມືອງ ບ້ານໃຫມ່ທີ່ ກໍານົດເປັນເຂດແດງປະຈໍາວັນທີ່ 12 ມີຖຸນາ 2021 ແມ່ນ: ບ້ານດອນແດງ, ເມືອງຈັນທະບູລີ. ປະຈຸບັນສປປລາວເຮົາ ແມ່ນຢູ່ໃນໄລຍະ ປະຕິບັດມາດຕະການ ຄວບຄຸມພະຍາດ ໂຄວິດ-19 ຕາມແຈ້ງການຫ້ອງການ ສນຍ ເລກທີ 595ຫສນຍ ລົງວັນທີ 452021 ເຊິ່ງກໍແມ່ນ ຍັງສືບຕໍ່ປະຕິບັດຄໍາສັ່ງຂອງທ່ານນາຍົກລັດ ຖະມົນຕີ ສະບັບ ເລກທີ 15/ນຍ ເຊິ່ງມີໄລຍະ ປະຕິບັດ ແຕ່ວັນທີ 05-19 ມີຖຸນາ 2021 ແລະ ປະຈຸບັນ ເຫັນວ່າຕົວເລກລາຍງານຈໍານວນຜູ້ຕິດເຊື້ອໃຫມ່ ຈາກບັນດາແຂວງແມ່ນບໍ່ມີການຕິດເຊື້ອໃນຊຸມຊົນ ຍັງມີແຕ່ແຮງງານທີ່ເດີນທາງກັບຈາກປະເທດໃກ້ຄຽງ, ສໍາລັບນະຄອນຫຼວງວຽງຈັນກໍເຫັນວ່າການລາຍງານຜູ້ຕິດເຊື້ອໃຫມ່ໃນຊຸມຊົນ ແມ່ນມີທ່າອ່ຽງຫຼຸດລົງເທື່ອລະກ້າວ ແຕ່ກໍເຫັນວ່າຍັງມີລາຍງານກໍລະນີໃຫມ່ທຸກມື້ ແລະ ຍັງມີສະພາບການ ຕິດເຊື້ອ ເກີດເປັນຈຸ້ມໃນຄອບຄົວ ແລະ ບຸກຄົນທີ່ມີການພົວພັນກັນໃນສັງຄົມ ຍ້ອນວ່າຜູ້ສໍາພັດໃກ້ຊິດ ແລະ ກຸ່ມຄົນທີ່ສ່ຽງ ຍັງມີການລັງເລ ບໍ່ໄປກວດຊອກຫາ ເຊື້ອພະຍາດ COVID-19 ຍັງສືບຕໍ່ພົວພັນກັບ ຄົນອ້ອມຂ້າງ ແລະ ຍັງເຄື່ອນໄຫວປົກກະຕິ ໃນສັງຄົມ ຈົນວ່າຕົນເອງມີອາການສະແດງຈຶ່ງໄປກວດ ຊອກຫາເຊື້ອພະຍາດ COVID-19, ເມື່ອມີອາການແລ້ວ ຜົນກວດ ແມ່ນເປັນຜົນບວກ ນັ້ນກໍ່ຫມາຍເຖິງວ່າ ຄອບຄົວ, ຄົນໃກ້ຊີດ ແລະ ຄົນອ້ອມຂ້າງ ກໍຈະເປັນຜູ້ທີ່ຕິດເຊື້ອພະຍາດໂຄວິດ19 ຈາກ ທ່ານ ເພາະໄລຍະທີ່ບໍ່ທັນມີອາການສະແດງ ແມ່ນໄດ້ມີການພົວພັນກັບທ່ານ ຖ້າຍັງມີເຫດການດັ່ງກ່າວນີ້ ການຕິດເຊື້ອ ພະຍາດ COVID-19 ຈາກຄົນນຶ່ງໄປຫາບຸກຄົນອື່ນໃນຊຸມຊົນ ກໍ່ຈະສືບຕໍ່ລະບາດ ຢູ່ໃນສັງຄົມບໍ່ມີມື້ຈຸສິ້ນສຸດ ດັ່ງນັ້ນ ຂໍໃຫ້ທຸກທ່ານ ເອົາໃຈໃສ່ ແລະ ເປັນເຈົ້າການນໍາກັນ ຖ້າທ່ານເປັນຜູ້ທີ່ສໍາຜັດໃກ້ຊິດ ຫຼື ເປັນຜູ້ທີ່ມີຄວາມສ່ຽງ ຂໍໃຫ້ຮີບຮ້ອນໄປເກັບຕົວຢ່າງກວດຫາເຊື້ອພະຍາດໂຄວີດ-19 ໂດຍທັນທີ ພ້ອມທັງ ແຍກໂຕອອກຈາກ ຄົນໃກ້ຊິດ ແລະ ຢຸດການ ເຄື່ອນໄຫວ ຂອງຕົນເອງ ໃນສັງຄົມ ເປັນເວລາ 14ມື້ ເຖິງແມ່ນວ່າຜົນກວດເປັນ (-) ກໍ່ແມ່ນໃຫ້ສືບຕໍ່ ຈໍາກັດບໍລິເວນຕົນເອງຈົນຄົບກໍານົດ ເພື່ອເປັນການ ຮັບປະກັນວ່າຖ້າເຮົາເປັນຜູ້ຕິດເຊື້ອ ກໍບໍ່ໄດ້ໄປແຜ່ເຊື້ອຕໍ່ໃສ່ຜູ້ອື່ນ, ຖ້າປະຕິບັດໄດ້ຕາມທີ່ກ່າວມານັ້ນ ແມ່ນ ຈະເປັນ ການຢຸດການ ແຜ່ເຊື້ອພະຍາດຈາກຜູ້ທີ່ຕິດເຊື້ອ ໄປຫາບຸກຄົນອື່ນ ແລະ ແນ່ນອນກໍຈະສາມາດສະກັດກັ້ນການລະບາດຂອງພະຍາດ ເຮັດໃຫ້ຈໍານວນຜູ້ຕິດເຊື້ອໃຫມ່ ແລະ ເສຍ ຊີດວິດໃຫມ່ ຫຼຸດຜ່ອນລົງຈົນກ້າວໄປເຖິງ ບໍ່ມີການຕິດເຊື້ອ ພະ ຍາດ COVID-19 ໃນປະເທດຂອງພວກເຮົາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ