ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມ ວສ-ປສ ການທະຫານຈັດຕັ້ງຫວນຄືນມູນເຊື້ອວັນສ້າງຕັ້ງກົມຄົບຮອບ 18 ປີ
ເວລາອອກຂ່າວ: 2021-06-12 14:44:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 215 | ຄວາມນິຍົມ:



ວັນທີ 11 ມີຖຸນາປີ 2021 ນີ້, ຢູ່ກົມວິທະຍາສາດ-ປະຫວັດສາດການທະຫານກະຊວງປ້ອງກັນປະເທດໄດ້ຈັດໃຫ້ມີພິທີຫວນຄືນມວນເຊື້ອ ວັນສ້າງຕັ້ງຂອງກົມ ຄົບຮອບ 18 ປີ ແຕ່ວັນທີ 10 ມິຖຸນາ 2003 ເຖິງ ວັນທີ 10 ມິຖຸນາ 2021 ຂື້ນ, ໂດຍການເຂົ້າຮ່ວມຂອງ ສະຫາຍພົນຈັດຕະວາ ວຽງໄຊ ສົມວິຈິດ, ຫົວໜ້າກົມ ວິທະຍາ ສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຮັບພັງ. ໃນພິທີສະຫາຍ ພັນໂທ ສັນຕິ ດວງພູມມີ, ຫົວໜ້າພະແນກຍຸດທະສາດ ໄດ້ຂື້ນຫວນຄືນມູນເຊື້ອໂດຍຫຍໍ້ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ ສະມາຊິກພັກ ພາຍໃນກົມ ກຳໄດ້ປະຫວັດສາດມູນເຊື້ອຂອງກົມກອງ ໃນຕະຫຼອດໄລຍະ 18 ປີຜ່ານມາວ່າ ໃນເມື່ອກ່ອນກົມກອງເປັນພຽງອົງການຄົ້ນຄ້ວາສະຫຼຸບສົງຄາມ, ສະຫຼຸບບັ້ນຮົບ-ບັ້ນຕີ ເທົ່ານັ້ນ, ຕໍ່ມາໄລຍະໜື່ງຂັ້ນເທີງໄດ້ຕົກລົງສ້າງຕັ້ງເປັນສອງກົມ ມີກົມວິທະຍາສາດ ແລະ ກົມປະຫວັດສາດໂດຍພາຍໃຕ້ທິດຊີ້ນຳຂອງກົມໃຫ່ຍເສນາ ແລະ ກົມໃຫ່ຍການເມືອງກອງທັບ ຜ່ານການເຄື່ອນໄຫວມາໄດ້ໄລຍະໜື່ງມາຮອດປີ 2003 ກະຊວງປ້ອງກັນປະເທດ ຈິ່ງອອກຂໍ້ຕົກລົງລວມເອົາສອງກົມມາເປັນກົມດຽວ ໃສ່ຊື່ວ່າ ກົມວິທະຍາສາດ-ປະຫວັດສາດການທະຫານ ຈົນເຖີງປະຈຸບັນ ພາຍໃຕ້ທິດຊີ້ນຳໂດຍກົງຮອບດ້ານຂອງກະຊວງປ້ອງກັນປະເທດ, ມີໜ້າທີ່ເປັນເສນາທິການ ໃຫ້ແກ່ກະຊວງໃນການຄົ້ນຄ້ວາວຽກວິທະຍາສາດ, ເຕັກໂນໂລຢີ ແລະສິ່ງແວດລ້ອມ, ວຽກປະຫວັດສາດຂອງກອງທັບ, ວຽກຍຸດທະສາດປ້ອງກັນຊາດ ແລະ ຂໍ້ມູນຂ່າວສານການທະຫານເຊີ່ງປະກອບມີ ສີ່ພະແນກວິຊາສະເພາະ ແລະ ສີ່ພະແນກຮັບປະກັນ ໃນນັ້ນມີຫ້ອງການ, ບໍລິຫານ, ການເມືອງ ແລະພະແນກການເງິນ ຕະຫຼອດໄລະຍະ 18 ຜ່ານມາໄດ້ຮັບການເຕີບໃຫ່ຍ ແລະ ຂະຫຍາຍຕົວເປັນແຕ່ລະໄລຍະ ຈາກກຳລັງເບື້ອງຕົນມີ 20 ກ່ວາສະຫາຍ ມາຮອດປະຈຸບັນມີ 200 ກ່ວາສະຫາຍ, ໄດ້ເຮັດສຳເລັດຫຼາຍໂຄງການ ສາ ມາດຍາດໄດ້ຜົນງານຫຼາຍດ້ານ ເປັນທີ່ຮູ້ຈັກຂອງສັງຄົມຢ່າງກວ້າງຂວາງ. ຕອນທ້າຍພິທີ ສະຫາຍ ຫົວໜ້າກົມຍັງໄດ້ໂອ້ລົມຮຽກຮ້ອງໃຫ້ພະນັກງານນັກຮົບ ຈົ່ງພ້ອມກັນຮັບຮູ້ ແລະສືບຕໍ່ຮັກສາມູນເຊື້ອອັນດີງາມນັ້ນໄວ້ ຕອບຕ້ານປະກົດການຫຍໍ້ທໍ້ຕ່າງໆ ໃຫ້ໝົດໄປສືບຕໍ່ອອກແຮງເຮັດວຽກງານການເມືອງແນວຄິດ ເຮັດວຽກງານພັກ-ພະນັກງານ, ວຽກກວດກາ ແລະ ປ້ອງກັນໃຫ້ດີ ຈິ່ງເປັນພື້ນຖານເຮັດໃຫ້ວຽກງານວິຊາສະເພາະ ສຳເລັດໜ້າທີ່ການເມືອງທີ່ຂັ້ນເທີງມອບໝາຍໃຫ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ