ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ພົບປະ ປະຊາຊົນ ກຸ່ມບ້ານນາດີ ເມືອງມຸນລະປາໂມກ
ເວລາອອກຂ່າວ: 2021-06-13 10:28:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 296 | ຄວາມນິຍົມ:



ໃນວັນທີ 11 ມິຖຸນາ 2021, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ພົບປະ ປະຊາຊົນ ກຸ່ມບ້ານນາດີ ເມືອງມຸນລະປາໂມກ ຕິດພັນກັບການຊຸກຍູ້ ວຽກງານ ການຜະລິດພືດກະສິກຳ ເພື່ອພັດທະນາ ເຂດຊົນນະບົດ ລຶບລ້າງຄວາມທຸກຍາກ. ໂດຍທີ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ຜູ້ຊີ້ນຳວຽກງານເສດຖະກິດ. ມີຄະນະນຳຂອງແຂວງ, ບັນດາ ການນຳພະແນກການກ່ຽວຂ້ອງ, ມີ ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງ ຈໍາກັດ ຜູ້ດຽວ ຫຼື AIDC, ທີ່ມີຈຸດປະສົງ ຮ່ວມລົງທຶນ ໃນການພັດທະນາ ເຂດດັ່ງກ່າວ. ໂດຍມີ ທ່ານ ພິດສະຫົງ ພົມມະວົງສາ ເຈົ້າເມືອງມຸນລະປາໂມກ ພ້ອມຄະນະນຳຂອງເມືອງ, ມີ ການຈັດຕັ້ງ, ປະຊາຊົນ ຂອງຮາກຖານ ກຸ່ມບ້ານ ນາດີ ເມືອງມຸນລະປາໂມກ ໃຫ້ການຕ້ອນຮັບ. ເມືອງມຸນລະປາໂມກ ແມ່ນ ມີ 5 ກຸ່ມບ້ານ, ກຸ່ມບ້ານນາດີ ແມ່ນຢູ່ ໄຕ້ສຸດຂອງເມືອງມູນລະປາໂມກ ມີຈຸດພິເສດທາງດ້ານທີ່ຕັ້ງ ມີຊາຍແດນ ທິດໄຕ້ ຕິດກັບປະເທດ ກໍາປູເຈຍ, ທິດຕາເວັນອອກ ຕິດກັບແມ່ນ້ຳຂອງເຊິ່ງເປັນຊາຍແດນຕິດກັບເມືອງໂຂງ, ມີ 11 ບ້ານທີ່ຂຶ້ນກັບ, ມີພົນລະເມືອງທັງໝົດ 8.245 ຄົນ, ມີ 1.387 ຄອບຄົວ, 1.315 ຫຼັງຄາເຮືອນ, ຊົນເຜົ່າຂະແມ ກວມ 26.7 %. ການດໍາລົງຊີວິດຂອງປະຊາຊົນ ສ່ວນໃຫຍ່ ແມ່ນຢຶດຖືການຜະລິດກະສິກຳ ກວມ 90%. ເບື້ອງຕົ້ນ ມີ 6 ບ້ານ, ມີ 3,000 ເຮັກຕາ ທີ່ນອນພື້ນທີ່ພັດທະນາ. ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ມີຄຳເຫັນ ກໍຄື ທິດທາງລວມ ໃນສືບຕໍ່ພັດທະນາແຂວງ ບົນພື້ນຖານໝາກຜົນຂອງ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ໂດຍຂຸດຄົ້ນນໍາໃຊ້ຈຸດພິເສດ ແລະ ທ່າແຮງຂອງແຂວງ ກໍ່ຄື ຂອງເມືອງ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ຖືເອົາເສດຖະກິດເປັນພື້ນຖານ ຂອງການພັດທະນາ ຕິດພັນກັບການ ສົ່ງເສີມການຜະລິດກະສິກຳ ໂດຍສະເພາະ ການປູກ-ການລ້ຽງ ຕາມສະພາບຈຸດພິເສດ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ ເພື່ອສ້າງ ແລະພັດທະນາໃຫ້ ປະຊາຊົນຢູ່ດີກິນດີ ຢ່າງທົ່ວເຖິງ. ໂອກາດດັ່ງກ່າວ, ທ່ານ ພຶດສະພາ ພູມມະສັກ ກໍ່ຄື ບໍລິສັດ AIDC ຍັງໄດ້ມອບເງິນ ຈຳນວນ 170 ລ້ານກີບ ໃຫ້ ເມືອງດັ່ງກ່າວ ເພື່ອຊ່ວຍເຫຼືອ ຄອບຄົວ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກລົມພະຍຸລະດູຮ້ອນ ໃນຄັ້ງວັນທີ 17 ພຶດສະພາ 2021 ຜ່ານມາ. ກ່າວຮັບໂດຍ ທ່ານ ພິດສະຫົງ ພົມມະວົງສາ ເຈົ້າເມືອງມຸນລະປາໂມກ, ໂດຍມີ ທ່ານເຈົ້າແຂວງຈຳປາສັກ ແລະພາກສ່ວນທີ່ກ່ຽວຂ້ອງ ທັງໝົດ ຮ່ວມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ