ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ສອບເສັງ ຈົບຊັ້ນ ນັກຮຽນປະຈຳສົກຮຽນ 2020-2021.
ເວລາອອກຂ່າວ: 2021-06-14 16:49:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 969 | ຄວາມນິຍົມ: ![]()
ການສອບເສັງຈົບຊັ້ນຂອງນັກຮຽນກໍ່ສ້າງນາຍສິບຊຸດທີ 24 ແລະ ນັກສຶກສາກໍ່ສ້າງເລັ່ງລັດ ຂັ້ນໝວດ, ກອງຮ້ອຍ ລະບົບ 01 ປີ ຊຸດທີ 3 ປະຈຳສົກຮຽນ 2020 – 2021 ໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 14 ມິຖຸນາ 2021 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານໂຮງຮຽນ ພ້ອມຄະນະ , ມີຄະນະກຳມະການຄວບຄຸມຫ້ອງເສັງ, ມີນັກຮຽນເຂົ້າຮ່ວມທັງໝົດ 511 ສະຫາຍ, ໃນນັ້ນ ນັກຮຽນນາຍສິບມີໜ້າສອບເສງ 267 ຄົນ, ມີ 5 ວິຊາ ຄື: ວິຊາຍຸດທະວິທີ, ສິລະປະຍຸດ, ປືນໃຫຍ່ແບກຫາບ, ວິຊາການເມືອງ - ກົດໝາຍ, ລະບຽບ - ງົດງາມ , ນັກສຶກສາກໍ່ສ້າງເລັ່ງລັດ ຂັ້ນໝວດ, ກອງຮ້ອຍ ລະບົບ 01 ປີ ມີໜ້າສອບເສັງ 99 ສະຫາຍ, ຍີງ 1 ສະຫາຍ ເຫຼົ່າການເມືອງ ມີ 3 ວິຊາຄື: ວີຊາ ວຽກງານພັກ - ວຽກງານການເມືອງ, ທິດສະດີ ມາກ - ເລນິນ, ຍຸດທະວິທີ, ເຫຼົ່າການທະຫານ ມີ 3 ວິຊາ ຄື: ວິຊາຍຸດທະວິທີ, ສິລະປະຍຸດ, ວຽກງານພັກ - ວຽກງານການເມືອງ. ລວມມີ 12 ຫ້ອງສອບເສັງ ເຊີ່ງຈະດຳເນີນເປັນເວລາ 8 ວັນ ນັບແຕ່ ວັນທີ 14 – 21 ມິຖຸນາ 2021 ຈິ່ງສຳເລັດ. ພ້ອມນີ້. ຍັງໄດ້ເອົາໃຈໃສ່ປະຕິບັດບັນດາມາດຕະການປ້ອງກັນ ຄວບຄຸມ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















