ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ມື້ນີ້ກວດພົບຜູ້ຕິດເຊື້ອໃໝ່ 8 ຄົນ, 2 ຄົນແມ່ນກໍລະນີນຳເຂົ້າ
ເວລາອອກຂ່າວ: 2021-06-16 14:05:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1875 | ຄວາມນິຍົມ:



ວັນທີ 16 ມີຖຸນາ ປີ 2021 ນີ້, ທ່ານ ດຣ.ພອນປະເສີດ ໄຊຍະມຸງຄຸນ, ໄດ້ລາຍງານ ສະພາບການລະບາດຂອງພະຍາດ COVID-19 ແລະ ການປະຕິບັດ ບາງມາດຕະການ ຢູ່ ສປປ ລາວ ຮອດປະຈຸບັນ ສປປລາວ ມີຜູ້ຕິດເຊື້ອ ສະສົມທັງຫມົດ 2.033 ຄົນ (ໃຫມ່ 8), ເສຍຊິວິດສະສົມທັງຫມົດ 03 ຄົນ (ໃຫມ່ 00 ), ປິ່ນປົວດີທັງຫມົດ 1.910 ຄົນ (ໃຫມ່ 5 ຄົນ) ຍັງຕິດຕາມປິ່ນປົວທົ່ວປະເທດທັງຫມົດ 120 ຄົນ (ບໍ່ມີຜູ້ອາການຫນັກ), ປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງ ຫມົດ 50 ສູນ, ມີຜູ້ຈໍາກັດ ບໍລິເວນທັງຫມົດ 4,132 ຄົນ, ວຽກງານການກວດວິເຄາະ ໃນວັນທີ 15 ມີຖຸນາ 2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງຫມົດ 1.824 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ 8 ກໍລະນີ. ສໍາລັບສະຖານທີ່ ການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ 19 ຢູ່ນະຄອນຫຼວງວຽງຈັນ ມີ 5 ໂຮງຫມໍສູນກາງ ແລະ ຍັງມີຈຸດກວດ ຢູ່ ມສ ສີໂຄດ ທີ່ຍັງໃຫ້ບໍລິການ ເກັບຕົວຢ່າງກວດພະຍາດໂຄວິດ-19, ນອກຈາກຈຸດກວດຄົງທີ່ ທີ່ກ່າວມານັ້ນ ທີມງານເຝົ້າລະວັງ ຍັງມີການຄົ້ນຫາກໍລະນີຜູ້ຕິດເຊື້ອໃຫມ່ແບບບຸກ (Active case finding) ໂດຍການເຄື່ອນທີ່ ໄປເກັບຕົວຢ່າງຜູ້ສໍາພັດໃກ້ຊິດ ແລະ ກຸ່ມສ່ຽງ ໃນຈຸດທີ່ມີກໍລະນີຜູ້ຕິດເຊື້ອໃຫມ່ ບໍ່ວ່າຈະເປັນ ບ້ານເຂດແດງ ສໍານັກງານອົງການ,ສະຖາບັນການສຶກສາ, ຕະຫຼາດສົດ, ລວມທັງບາງໂຮງງານ ແລະ ສະຖານທີ່ ທີ່ມີແຮງງານກໍາມະກອນຈໍານວນຫຼາຍ, ກ່ຽວກັບກໍລະນີຕິດເຊື້ອໃຫມ່ 8 ຄົນ (ກໍລະນີຢັ້ງຢືນທີ 2026-2033) ຄົນເຈັບຕິດເຊື້ອໃຫມ່ຈາກນະຄອນຫຼວງ 6 ຄົນ (ຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ທີ່ຕິດເຊື້ອໃນຊຸມຊົນ, ໃນນັ້ນ 2 ຄົນແມ່ນຜູ້ທີ່ລັກອອກຈາກອາພັດເມັນອຸດົມພອນ ແລ້ວໄປກັກຕົວຢູ່ໂຮງແຮມ ມີອາການຈິ່ງເກັບຕົວຢ່າງມາກວດ) ແຂວງຈໍາປາສັກ 2 ຄົນ ນັ້ນແມ່ນກໍລະນີນໍາເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບມາຈາກປະເທດໄທຖືກຕ້ອງຕາມກົດຫມາຍກົດຫມາຍ) . ເຂດບ້ານໃຫມ່ທີ່ກໍານົດເປັນເຂດແດງປະຈໍາວັນທີ່ 15 ມີຖຸນາ 2021 ແມ່ນ ບ້ານ ພະໂພ ເມືອງສີສັດຕະນາກ, ບ້ານພະຂາວ ເມືອງໄຊທານີ. ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ, ປະຈຸບັນການລາຍງານຕົວເລກຜູ້ຕິດເຊື້ອພະຍາດ COVID-19 ປະຈໍາວັນເຫັນວ່າ ບັນດາແຂວງແມ່ນ ມີແຕ່ແຮງງານເດີນທາງມາຈາກຕ່າງປະເທດ, ແຕ່ສໍາລັບຢູ່ນະຄອນຫຼວງວຽງຈັນແມ່ນຍັງມີລາຍງານຕົວເລກການຕິດເຊື້ອໃນຊຸມຊົນ ເຊິ່ງການລະບາດແມ່ນເກີດເປັນຈຸ້ມໃນຄອບຄົວ ແລະ ຄົນໃກ້ຊິດການລາຍງານຜູ້ຕິດເຊື້ອໃຫມ່ແມ່ນ ເຫັນວ່າມີທ່າອ່ຽງຫຼຸດລົງ ຖ້າທຽບໃສ່ໄລຍະເດືອນຜ່ານມາ ແຕ່ກໍຍັງມີລາຍງານກໍລະ ນີໃຫມ່ຂື້ນໆລົງໆໃນແຕ່ລະມື້, ໃນການສອບຖາມປະຫວັດການເຄື່ອນໄຫວຂອງ ຜູ້ຕິດເຊື້ອໃຫມ່ໃນແຕ່ລະວັນສ່ວນໃຫຍ່ ກໍລ້ວນແຕ່ແມ່ນກຸ່ມຜູ້ສໍາຜັດໄກ້ຊິດ ທີ່ມີການພົວພັນກັບກໍລະນີຕິດເຊື້ອເກົ່າ ແຕ່ບໍ່ມີອາການສະແດງ ພວກກ່ຽວຈື່ງບໍ່ໄປກວດຊອກຫາເຊື້ອໂຄວິດ-19 ແລະ ບໍ່ຈໍາກັດບໍລິເວນຕົນເອງ ພ້ອມທັງຍັງສືບຕໍ່ພົວພັນ ໄປມາຫາສູ່, ກິນຊຸມແຊວນໍາຫມູ່ຄູ່, ຄົນໃກ້ຊິດ ແລະ ອອກໄປເຄື່ອນໄຫວປົກກະຕິໃນສັງຄົມ ຈົນກວ່າຕົນເອງມີອາການ ສະແດງໄປກວດຊອກຫາເຊື້ອ ພະຍາດ COVID-19 ແລ້ວໃຫ້ຜົນບວກ (+) ເຮັດ ໃຫ້ການແຜ່ເຊື້ອ ພະຍາດ COVID-19 ຈາກຄົນນຶ່ງໄປຫາບຸກຄົນອື່ນເປັນຕ່ອງໂສ້ ຕໍ່ໆກັນໄປ ແລະ ພະຍາດກໍ່ສືບຕໍ່ລະບາດໃນຊຸມຊົນບໍ່ສິ້ນສຸດ ດັ່ງນັ້ນ ຖ້າຫາກທ່ານ ເປັນຜູ້ ສໍາພັດໃກ້ຊິດກັບຜູ້ຕິດເຊື້ອພະຍາດ COVID-19 ກໍຂໍໃຫ້ຕື່ນຕົວໄປກວດຕົວຢ່າງ ແລະ ໄປຈໍາກັດບໍລິເວນຕາມລະບຽບຫຼັກການທີ່ຄະນະສະເພາະກິດວາງອອກ ໂດຍທັນທີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ