ກົມ ວສ-ປສ ຈັດພິທີມອບນາມມະຍົດການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ.
ເວລາອອກຂ່າວ: 2021-06-23 11:34:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 248 | ຄວາມນິຍົມ:
ໃນວັນທີ 23 ມິຖຸນາ 2021 ນີ້. ກົມວິທະຍາສາດ-ປະຫວັດສາດການທະຫານ ໄດ້ຈັດພິທີມອບນາມມະຍົດການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ປະຈຳປີ 2020 ແລະ ເປີດຂະບວນການແຂ່ງຂັນປະຈຳປີ 2021 ຂອງກົມ ວສ -ປສ ການທະຫານຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ເລຂາຄະນະພັກ ຫົວໜ້າກົມ ວສ-ປສ ການທະຫານ, ມີຄະນະພັກ -ຄະນະໜ່ວຍພັກ ແລະ ພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ສຸລິຍົງ ໄຊຍະວົງ ເລຂາໜ່ວຍພັກພະແນກການເມືອງ ກົມ ວສ-ປສ ການທະຫານ ໄດ້ຂຶ້ນຜ່ານເອກະສານ ບົດສະຫຼຸບຕີລາຄາການນຳພາປັບປຸງກໍ່ສ້າງໜ່ວຍພັກ, ເອກະສານວ່າດ້ວຍການກຳນົດເນື້ອໃນ, ມາດຖານຂໍ້ແຂ່ງຂັນ ແລະ ຂໍ້ຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ບັນດາກົມກອງທີ່ຂຶ້ນກັບຄະນະພັກຮາກຖານ ກົມວິທະຍາສາດ-ປະຫວັດສາດ ການທະຫານ ປະຈຳປີ 2020 ໂດຍໄດ້ຮັບຮອງເອົາເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຈຳນວນ 8 ໜ່ວຍພັກ ໃນນີ້ມີໜ່ວຍພັກພະແນກວິທະຍາສາດ, ໜ່ວຍພັກພະແນກປະຫວັດສາດ, ໜ່ວຍພັກພະແນກຂໍ້ມູນ-ຂ່າວສານ, ໜ່ວຍພັກພະແນກການເມືອງ, ໜ່ວຍພັກຫ້ອງການ, ໜ່ວຍພັກພະແນກການເງິນ, ໜ່ວຍພັກພະແນກບໍລິຫານ ແລະ ໜ່ວຍພັກພະແນກຍຸດທະສາດ.
ໂດຍ: ແສງດາວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ