ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ວປກ ຈັດກອງປະຊຸມຄະນະປະຈຳພັກເປີດກວ້າງ
ເວລາອອກຂ່າວ: 2021-06-23 15:17:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 746 | ຄວາມນິຍົມ:



ວັນທີ 21 ມິຖຸນາ 2021 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດກອງປະຊຸມຄະນະປະຈຳພັກເປີດກວ້າງຂຶ້ນ. ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະປະຈຳ, ຄະນະພັກ - ຄະນະບັນຊາ ວປກ ແລະ ວິຊາການທີ່ກ່ຽວຂ້ອງຈຳນວນໜຶ່ງເຂົ້າຮ່ວມ. ໃນກອງປະຊຸມ ແມ່ນໄດ້ຄົ້ນຄວ້າເຊື່ອມຊຶມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ວ່າດ້ວຍການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະວັນທີ 20 ມິຖຸນາ - 04 ກໍລະກົດ 2021 ແລະ ແຈ້ງການຂອງກະຊວງປ້ອງກັນປະເທດ ວ່າດ້ວຍການສືບຕໍ່ຈັດຕັ້ງການຮຽນ - ການສອນ. ໄດ້ຮັບຟັງການລາຍງານ ການປະເມີນຜົນການປະຕິບັດມາດຕະການຜ່ານມາ ແລະ ການຄາດກະມາດຕະການຕ່າງໆຂອງຄະນະສະເພາະກິດ ວປກ ຕໍ່ໄປ. ໃນກອງຊຸມດັ່ງກ່າວບັນດາສະຫາຍຄະນະພັກ ວປກ ກໍໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາ ແລະ ມີຄວາມເປັນເອກະພາບສູງ, ເປັນຕົ້ນ: ໃຫ້ບັນດາອົງການ, ກົມກອງເຂົ້າມາປະຈຳການປົກກະຕິ, ດໍາເນີນການຮຽນ - ການສອນຕາມແຜນການ, ອະນຸຍາດໃຫ້ຈັດກອງປະຊຸມທີ່ມີຜູ້ເຂົ້າຮ່ວມບໍ່ເກີນ 50 ຄົນ. ນອກນັ້ນ ແມ່ນໃຫ້ທຸກຄົນ, ທຸກພາກສ່ວນສືບຕໍ່ປະຕິບັດມາດຕະການທີ່ທາງຂັ້ນເທິງວາງອອກຢ່າງເຂັ້ມງວດ. ພາບ - ຂ່າວ: ສຕ ພິດສະໄໝ ແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ