
ໄຊຍະບູລີ ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດແກ້ໄຂ ແລະ ຕອບໂຕ້ ໄພນໍ້າຖ້ວມ
ເວລາອອກຂ່າວ: 2021-06-23 16:01:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 652 | ຄວາມນິຍົມ:
ວັນທີ 23 ມິຖຸນາ 2021 ນີ້, ແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມ ສະຫຼຸບຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານແກ້ໄຂຜົນກະທົບໄພພິບັດ ນໍ້າຖ້ວມທົ່ວແຂວງ ໄຊຍະບູລີ, ໂດຍການເປັນປະທານຂອງສະຫາຍ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ປະທານຄະນະຄຸ້ມຄອງໄພພິບັດຂັ້ນແຂວງ, ມີຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.
ສະຫາຍ ໜູເກນ ພັນລັກ ວ່າການຫົວໜ້າພະແນກ ຮສສ ແຂວງ ໄຊຍະບູລີ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານແກ້ໄຂຜົນກະທົບໄພພິບັດນໍ້າຖ້ວມທີ່ເກີດຂຶ້ນຢູ່ແຂວງໄຊຍະບູລີ ຄັ້ງວັນທີ 14 ມິຖຸນາ 2021 ໄດ້ລາຍງານໃຫ້ຮູ້ວ່າ: ນໍ້າຖ້ວມແຂວງ ໄຊຍະບູລີ ຄັ້ງນີ້ ໄດ້ສ້າງຄວາມເສຍຫາຍຢ່າງໜັກ ໜ່ວງເປັນຕົ້ນແມ່ນ ນໍ້າຖ້ວມເຮືອນປະຊາຊົນ, ເນື້ອທີ່ທໍາການຜະລິດ, ເສັ້ນທາງຈໍານວນໜຶ່ງຖືກຕັດຂາດ, ຕາຂ່າຍໄຟຟ້າ ແລະ ເສົາໄຟຟ້າຫັກໂຄ້ນ, ຈັກປັ່ນນໍ້າເພື່ອຜະລິດນ້ຳປະປາຖືກຈົມ ແລະ ດິນຖົມ, ສັດລ້ຽງຖືກນໍ້າພັດໄຫຼໜີ ແລະ ລົ້ມຕາຍຈໍານວນຫຼວງຫຼາຍ, ປະຊາຊົນຈໍານວນໜຶ່ງຂາດທີ່ຢູ່ອາໄສ, ຂອບເຂດຂອງໄພພິບັດຄັ້ງນີ້ ກວມເອົາ 8 ເມືອງທີ່ໄດ້ຮັບຜົນກະທົບ, ມີ 130 ບ້ານ, ມີ 4.816 ຄອບຄົວ ໃນນັ້ນ ຢູ່ເມືອງໄຊຍະບູລີ ໄດ້ຮັບຜົນກະທົບຫຼາຍກວ່າໝູ່, ລວມມູນຄ່າເສຍຫາຍທັງໝົດໃນທົ່ວແຂວງ 136,57 ຕື້ກວ່າກີບ, ເຫດໄພນໍ້າຖ້ວມຄັ້ງນີ້ ແມ່ນບໍ່ມີຄົນເສຍຊີວິດ, ມີແຕ່ບາດເຈັບເລັກນ້ອຍ, ການຈັດຕັ້ງປະຕິບັດຊ່ວຍເຫຼືອປະຊາຊົນໃນເວລາເກີດເຫດການ ຄະນະນໍາຂອງແຂວງ, ຂອງເມືອງ ກໍຄືຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ສົມທົບກັບກອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານລັດຖະກອນ, ໜ່ວຍງານກູ້ຊີບ-ກູ້ໄພ ແລະ ຊາວໜຸ່ມຢູ່ພາຍໃນພະແນກການອ້ອມຂ້າງແຂວງ, ເມືອງ ໄຊຍະບູລີ, ທີມງານຄຸ້ມຄອງໄພພິບັດ ແລະ ໜ່ວຍກູ້ໄພ ແຂວງຫຼວງພະບາງ ແລະ ກໍາລັງທະຫານເມືອງນານ, ເຊິ່ງໄດ້ເຄື່ອນຍ້າຍປະຊາຊົນຜູ້ທີ່ຕົກຢູ່ເຂດໄພອັນຕະລາຍ ແລະ ວັດຖຸສິ່ງຂອງທີ່ຈໍາເປັນຈໍານວນໜຶ່ງໄປຢູ່ຈຸດປອດໄພ, ໄດ້ນຳໃຊ້ພາຫະນະປະເພດ: ກົນຈັກໜັກຈໍານວນ 7 ຄັນ, ລົດບັນທຸກ ຈໍານວນ 38 ຄັນ, ເຮືອກູ້ໄພ-ເຮືອກູ້ຊີບ-ເຮືອທ້ອງແບນ ຈໍານວນ 7 ລໍາ; ໃນນັ້ນ ມີເຮືອທ້ອງແບນຈາກແຂວງຫຼວງພະບາງຈໍານວນ 3 ລໍາ, ພາຫະນະລົດລາກແກ່ ແລະ ບັນທຸກເຄື່ອງ 5 ຄັນ, ຫຼັງນໍ້າຖ້ວມແມ່ນໄດ້ຮີບຮ້ອນລົງເກັບກໍາຂໍ້ມູນຄວາມເສຍຫາຍຂອງປະຊາຊົນ, ລົງຊ່ວຍເຫຼືອໃນການອານາໄມບ້ານເຮືອນ, ສໍານັກງານອົງການຂອງລັດ, ລົງແຈກຢາຍນໍ້າກິນ-ນໍ້າໃຊ້, ເຂົ້າສານອາຫານແຫ້ງ, ເຄື່ອງນຸ່ງຮົ່ມ, ເຄື່ອງໃຊ້ເຮືອນຄົວ ແລະ ປຸກເຮືອນໃຫ້ຄອບຄົວທີ່ຖືກນໍ້າພັດໄຫຼ, ສໍາລັບການລະດົມທຶນຈາກຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນ ພາຍໃນ ແລະ ຕ່າງແຂວງ ທີ່ເປັນວັດຖຸ ແລະ ເງິນສົດ ຮອດປັດຈຸບັນລວມທັງໝົດ 1,7 ຕື້ກວ່າກີບ.
ພ້ອມນີ້ ກອງປະຊຸມຍັງໄດ້ມີການປະກອບຄໍາຄິດຄໍາເຫັນ, ເຊິ່ງແຕ່ລະພາກສ່ວນໄດ້ຍົກໃຫ້ເຫັນສະພາບຕົວຈິງໃນການຊ່ວຍເຫຼືອປະຊາຊົນໃນມື້ນໍ້າຖ້ວມ ແລະ ຫຼັງນໍ້າຖ້ວມ, ບັນຫາຫຍຸ້ງຍາກທີ່ພົບເຫັນໃນການຊ່ວຍເຫຼືອ, ພ້ອມດຽວກັນກໍໄດ້ຮ່ວມກັນວາງແຜນການໃນການຟື້ນຟູ ແລະ ໃຫ້ການຊ່ວຍເຫຼືອປະຊາຊົນໃນໄລຍະຍາວ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ