ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ຫ້ອງການເມືອງ ວພກ ຈັດພິທີມອບຮັບໜ້າທີ່
ເວລາອອກຂ່າວ: 2021-06-24 17:39:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 730 | ຄວາມນິຍົມ:



ໃນຕອນແລງຂອງວັນທີ 22 ມິຖຸນາ 2021 ນີ້, ຫ້ອງການເມືອງ, ວິິທະຍາຄານພະລາທິການກອງທັບ ໄດ້ຈັດຕັ້ງພິທີມອບຮັບໜ້າທີ່ຫົວໜ້າຫ້ອງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນ ມີຄະນະພັກຮາກຖານ ຕະຫຼອດຮອດບັນດາສະຫາຍຫົວໜ້າພະແນກເຂົ້າຮ່ວມເປັນສັກຂີພະຍານ. ອີງຕາມ ມະຕິຕົກລົງແຕ່ງຕັ້ງຂອງຄະນະພັກກະຊວງປ້ອງກັນປະເທດ ສະບັບເລກທີ 18837 ລົງວັນທີ 30/03/2021 ວ່າດ້ວຍການປະກາດການຈັດຕັ້ງຂັ້ນນໍາພາ-ບັນຊາ ຢູ່ວິທະຍາຄານພະລາທິການກອງທັບ; ອີງຕາມ ເນື້ອໃນຈິດໃຈກອງປະຊຸມປະກາດການຈັດຕັ້ງ ຢູ່ວິທະຍາຄານພະລາທິການກອງທັບ ຂອງກະຊວງປ້ອງກັນປະເທດຄັ້ງວັນທີ 15 ມິຖຸນາ 2021. ເປັນການມອບຮັບໜ້າທີ່ລະຫວ່າງສະຫາຍ ພັນເອກ ບຸນສານ ຈັນທະສອນ, ຫົວໜ້າຫ້ອງການເມືອງຜູ້ເກົ່າ ເຂົ້າພັກການຮັບເບ້ຍບຳນານ ແລະ ແຕ່ງຕັ້ງສະຫາຍ ພັນເອກ ປອ ແສງທອງ ອຸ່ນນາງ, ຫົວໜ້າຫ້ອງຄົ້ນຄວ້າ (ຜູ້ເກົ່າ) ຂຶ້ນເປັນຫົວໜ້າຫ້ອງການເມືອງຜູ້ໃໝ່. ໂອກາດດັ່ງກ່າວ ສະຫາຍພັນເອກ ບຸນສານ ຈັນທະສອນ, ຫົວໜ້າຫ້ອງການເມືອງຜູ້ເກົ່າ ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຮອບດ້ານຜ່ານການຊີ້ນຳ-ນຳພາເຄື່ອນໄຫວປະຕິບັດໜ້າທີ່ຕະຫຼອດໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນ ຜົນງານດ້ານດີ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ແກ້ໄຂໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ. ຕອນທ້າຍສະຫາຍ ພັນເອກ ປອ ແສງທອງ ອຸ່ນນາງ ຫົວໜ້າຫ້ອງການເມືອງຜູ້ໃໝ່ ກໍ່ໄດ້ຂຶ້ນກ່າວຮັບໜ້າທີ່ ໃໝ່ ສະຫາຍກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະຫາຍຫົວໜ້າຜູ້ເກົ່າ ທີ່ໄດ້ທຸ່ມເທທຸກແຮງສະຕິປັນຍາ ເຂົ້າໃນການຊີ້ນຳ-ນຳພາປະຕິບັດ ໜ້າທີ່ການເມືອງ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ປັບປຸງແບບແຜນວິທີການເຮັດວຽກ, ປຶກສາຫາລືເປັນໝູ່ຄະນະ, ຜູກແໜ້ນຄວາມສາມັກຄີພາຍໃນ-ພາຍນອກ, ຊີ້ນຳ-ນຳພາອ້າຍນ້ອງເຮັດສຳເລັດທຸກໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້. ໂດຍ: ພອນດາລັດ ດວງປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ