ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ມື້ນີ້ກວດພົບຜູ້ຕິດເຊື້ອໃໝ່ 4 ຄົນ, 1 ຄົນເປັນກໍລະນີນຳເຂົ້າ
ເວລາອອກຂ່າວ: 2021-06-24 17:49:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 990 | ຄວາມນິຍົມ:



ວັນທີ 24 ມີຖຸນາ ປີ 2021 ນີ້, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ດຣ. ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບໂຄວິດ-19 ໃນ ສປປລາວ ມາຮອດວັນທີ 23 ມິຖຸນາ 2021 ໄດ້ກວດວິເຄາະທັງໝົດ 1.574 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 4 ຄົນ, ຈາກນະຄອນຫຼວງ 3 ຄົນ ແລະ ສະຫວັນນະເຂດ 1 ຄົນ. ສຳລັບນະຄອນຫຼວງວຽງຈັນ 3 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ. ສ່ວນແຂວງສະຫວັນນະເຂດ 1 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ. ຄົນທີ 1: ເພດຍິງ, ອາຍຸ 22 ປີ, ສັນຊາດລາວ, ອາຊີບ: ປະຊາຊົນ, ບ້ານນາສ້າງໄພ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີອາການເຈັບຫົວ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 23 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ. ຄົນທີ 2: ເພດຊາຍ, ອາຍຸ: 22 ປີ, ສັນຊາດລາວ, ອາຊີບ: ກຳມະກອນ, ບ້ານດອນແດງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 23 ມີຖຸນາ 2021 ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ. ຄົນທີ 3: ເພດຍິງ, ອາຍຸ: 19 ປີ, ສັນຊາດລາວ, ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 23 ມີຖຸນາ 2021 ຢູ່ບ້ານພະຂາວ ແລະ ຜົນກວດພົບເຊື້ອ. ສະຖານທີ່ສ່ຽງ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ, ມີດ່ັງຕໍ່ໄປນີ້: - ເວລາ 17:50 -18:10 ໂມງ ຂອງວັນທີ 19/06/2021: ໄປຕະຫລາດໄອຊິນ, ບ້ານນາສ້າງໄພ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 13 ບ້ານ ໃນ 04 ເມືອງ. - ບ້ານໃໝ່ທີ່ຖືກກຳນົດເປັນເຂດແດງ ມີ 2 ບ້ານ ຄື: ບ້ານໂພນຕ້ອງສະຫວາດ, ເມືອງຈັນທະບູລີ ແລະ ບ້ານໂນນແກ້ວ, ເມືອງສີໂຄດຕະບອງ. ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ, ຮອດປະຈຸບັນນີ້ ອົງການອະນາໄມໂລກ ໄດ້ຈັດແບ່ງສາຍພັນໂຄວິດ-19 ອອກເປັນ 2 ໝວດໃຫຍ່ ຄື: ໝວດທີ 1 ສາຍພັນທີ່ໜ້າເປັນຫ່ວງ, ໝວດທີ 2 ສາຍພັນທີ່ຄວນເຝົ້າລະວັງ, ສຳລັບໝວດທີ 1 ນັ້ນ ຈະມີສາຍພັນ ອານຟ້າ (ສາຍພັນອັງກິດ), ເບຕ້າ (ສາຍພັນອາຟຣິກາໃຕ້), ກາມມ້າ (ສາຍພັນບຣາຊິວ) ແລະ ເດວຕ້າ (ສາຍພັນອິນເດຍ) ເຊິ່ງສາຍພັນທີ່ຢູ່ໃນໝວດທີ 1 ແມ່ນສາມາດແຜ່ເຊື້ອໄດ້ໄວ ແລະ ມີຄວາມຮຸນແຮງ. ສຳລັບໝວດທີ 2 ເຊິ່ງປະກອບດ້ວຍ ແອັບຊີລອນ (ອາເມລິກາ), ເຊຕ້າ (ບຣາຊິວ), ເອຕ້າ (ພົບເຫັນໃນຫຼາຍປະເທດ), ເຕຕ້າ (ຟີລິບປິນ), ອີໂອຕ້າ (ອາເມລິກາ) ແລະ ກັບປ້າ (ອິນເດຍ) ເຊິ່ງສາມາດເຮັດໃຫ້ເກີດມີການແຜ່ເຊື້ອໃນຊຸມຊົນ ຫຼື ເກີດມີການຕິດເຊື້ອເປັນຫຼາຍຈຸ້ມ ຫຼື ພົບເຫັນໄດ້ໃນຫຼາຍປະເທດ. ສປປ ລາວ ເຮົາ ກວດພົບເຫັນ ການນຳເຂົ້າຂອງສາຍພັນອານຟ້າ (ສາຍພັນອັງກິດ) ໃນໄລຍະປີໃໝ່ລາວ ຈຶ່ງເຮັດໃຫ້ມີການຕິດເຊື້ອເປັນຈຳນວນຫຼວງຫຼາຍ ແລະ ປະຈຸບັນ ກໍ່ຍັງໃຊ້ຄວາມພະຍາຍາມຈາກທຸກພາກສ່ວນ ເພື່ອຢຸດຕິການຕິດເຊື້ອໂດຍໄວ. ເນື່ອງຈາກວ່າ ມີລາຍງານການກວດພົບ ສາຍພັນເດວຕ້າ (ສາຍພັນອິນເດຍ), ສາຍພັນເບຕ້າ (ສາຍພັນອາຟຣິກາໃຕ້) ໃນປະເທດເພື່ອນບ້ານ ແລະ ສາຍພັນປະສົມອານຟ້າ, ເດວຕ້າ (ອິນເດຍ-ອັງກິດ) ຈຶ່ງມີຄວາມຈຳເປັນທີ່ ສປປ ລາວເຮົາ ຈະຕ້ອງໄດ້ເຂັ້ມງວດໃນການກວດຂັນ, ກ່ັນກອງ ທຸກຄົນທີ່ເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນຕ່າງໆ ໂດຍສະເພາະແມ່ນປະເທດທີ່ມີການລະບາດຂອງສາຍພັນດ່ັງກ່າວ. ພວກເຮົາ ຈະເກັບຕົວຢ່າງທັງໝົດຂອງຜູ້ທີ່ເດີນທາງເຂົ້າມາຈາກຕ່າງປະເທດ ເພື່ອໄປວິໄຈ ຊອກຫາສາຍພັນ ໃນກຸ່ມຄົນທີ່ກວດພົບເຊື້ອໂຄວິດ-19 ; ເພື່ອສະກັດກັ້ນ ບໍ່ໃຫ້ມີການລະບາດຄັ້ງໃໝ່ ໂດຍການນຳເຂົ້າສາຍພັນໃໝ່ ເຂົ້າມາບ້ານເຮົາເພິ່ມເຕີມ ຈຶ່ງຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນ, ເຈົ້າໜ້າທີ່ ປກສ, ປກຊ ເຂັ້ມງວດຕໍ່ຜູ້ທີ່ເຂົ້າມາບໍ່ຖືກກົດໝາຍ. ດັ່ງນັ້ນ, ຈຶ່ງໃຫ້ເອົາໃຈໃສ່ ເພິ່ມທະວີ ການລາດຕະເວນ ເພື່ອສະກັດກັ້ນ ການນຳເອົາເຊື້ອເຂົ້າມາ ແລະ ຖ້າພົບເຫັນ ບຸກຄົນທີ່ກັບມາຈາກປະເທດເພື່ອນບ້ານ ແມ່ນໃຫ້ຮີບຮ້ອນລາຍງານໃຫ້ແກ່ອຳນາດປົກຄອງບ້ານທັນທີ ເພື່ອຈະນຳເອົາຜູ້ກ່ຽວ ເຂົ້າໄປສູນຈຳກັດບໍລິເວນ, ເກັບຕົວຢ່າງກວດຊອກຫາເຊື້ອ ແລະ ສາຍພັນ; ເຖິງວ່າ ປະຊາຊົນລາວ ບັນດາເຜົ່າໃນຂອບເຂດທົ່ວປະເທດ ພ້ອມທັງພະນັກງານ, ທະຫານ, ຕຳຫຼວດ ສ່ວນຫຼາຍ ແມ່ນໄດ້ຮັບການສັກວັກຊີນ ຢ່າງໜ້ອຍ 1 ເຂັມ ແລ້ວກໍ່ຕາມ ແຕ່ການຮັກສາໄລຍະຫ່າງທາງສັງຄົມ, ສວມໃສ່ຜ້າປິດ-ດັງ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວເຫຼົ້າ 70% ຂຶ້ນໄປ ຍັງຈະຕ້ອງໄດ້ສືບຕໍ່ປະຕິບັດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ຂະຫຍາຍເປັນວົງກວ້າງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ