ສຂລ-cri ປຶກສາສ້າງກິດຈະກຳໃນວັນສື່
ເວລາອອກຂ່າວ: 2021-06-25 09:38:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 945 | ຄວາມນິຍົມ: ![]()
ສະມາຄົມນັກຂ່າວແຫ່ງ ສປປ ລາວ (ສຂລ) ແລະວິທະຍຸສາກົນແຫ່ງ ປະເທດຈີນ ປະຈໍາ ສປປ ລາວ (cri) ໄດ້ຈັດຕັ້ງການພົບປະ ແລະປຶກສາຫາລືວຽກງານ ກ່ຽວການສ້າງກິດຈະກໍາໃນວັນສ້າງຕັ້ງສື່ມວນຊົນ ແລະພິມຈໍາໜ່າຍ ຄົບຮອບ 71 ປີ (13 ສິງຫາ 1950 ຫາ 13 ສິງ ຫາ 2021) ຊຶ່ງຈັດຂຶ້ນໃນຕອນແລງຂອງວັນທີ 24 ມິຖຸນາ 2021 ທີ່ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕີ ອະດີດຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ, ປະທານ ສຂລ; ທ່ານ ນາງ ແສງແກ້ວ ຫຼື Mo Xiaoling ຫົວໜ້າວິທະຍຸສາກົນແຫ່ງ ປະເທດຈີນ ປະຈໍາ ສປປ ລາວ; ບັນດາທ່ານຫົວໜ້າ/ຮອງກົມຂອງກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະທ່ອງທ່ຽວ ພ້ອມດ້ວຍຄະນະບໍລິຫານງານ ສຂລ ຈໍານວນໜຶ່ງ, ເລຂາທິການ ສຂລ ແລະພະນັກງານ cri ເຂົ້າຮ່ວມ.
ການພົບປະກັນໃນຄັ້ງນີ້ ໄດ້ປຶກສາຫາລືວຽກງານຕ່າງໆ ທີ່ຕິດພັນກັບກິດຈະກໍາ ເພື່ອເປັນການສ້າງຂະບວນການອຸທິດແດ່ວັນສ້າງຕັ້ງສື່ມວນຊົນ ແລະພິມ ຈໍາໜ່າຍ ຄົບຮອບ 71 ປີ; ພ້ອມນັ້ນ ຍັງເປັນວັນສ້າງຕັ້ງ cri ພາສາລາວ ຄົບຮອບ 65 ປີ ແລະວັນເປີດສໍານັກງານ cri ຢູ່ ສປປລາວ; ສະນັ້ນ ເພື່ອເຮັດໃຫ້ວັນດັ່ງກ່າວ ມີຄວາມໝາຍສໍາຄັນ ທັງ 2ຝ່າຍໄດ້ມີການພົບປະ ສົນທະນາ ກ່ຽວກັບການພັດທະນາສື່ມວນຊົນແບບໃໝ່ ໃນໄລຍະໃໝ່ ໂດຍຈະຮ່ວມກັນຈັດຕັ້ງເວທີປຶກສາຫາລືໃນຫົວຂໍ້ຕ່າງໆ ໂດຍຈະເນັ້ນໃນການຫັນເປັນທັນສະໄໝໃນການຜະລິດຂ່າວ, ການນໍາໃຊ້ສື່ສິ່ງພິມ, ສື່ເອເລັກໂທຼນິກ ແລະສື່ທັນສະໄໝ ລວມທັງການນໍາໃຊ້ສື່ອອນລາຍໃຫ້ເປັນປະໂຫຍດ ແລະທັງ 2 ພາກສ່ວນ ຍັງຈະໄດ້ມີການລາຍງານຜົນການພົບປະກັນໃນຄັ້ງນີ້ໃຫ້ການນໍາຂອງຝ່າຍຕົນ ພິຈາລະນາໃນຂັ້ນຕໍ່ໄປ ແລະ ຄາດວ່າ: ການສໍາມະນາຈະຈັດຂຶ້ນໃນເດືອນສິງຫາ 2021 ນີ້.
ໃນໂອກາດດັ່ງກ່າວ, ທ່ານ ສະຫວັນຄອນ ຣາຊມຸນຕີ, ປະທານ ສຂລ ຍັງໄດ້ແນະນໍາ ແລະມອບໝາຍໃຫ້ ທີ່ປະຊຸມນໍາເອົາຈິດໃຈເນື້ອໃນຂອງຜົນກອງປະຊຸມຄັ້ງນີ້ ໄປຈັດຕັ້ງປະຕິບັດ ໂດຍສ້າງເປັນຮ່າງດໍາເນີນວຽກງານແລ້ວຜ່ານຄະນະນໍາ ສຂລ ແລະ cri ເພື່ອໃຫ້ຂັ້ນເທິງ ໂດຍສະເພາະຄະນະນໍາກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະທ່ອງທ່ຽວ ພິຈາລະນາ; ຈາກນັ້ນທັງ 2 ພາກສ່ວນ ກໍ່ຈະນໍາໄປຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ ໂດຍສະເພາະແມ່ນໃຫ້ເຫັນໄດ້ມູນເຊື້ອຂອງສື່ມວນຊົນ ແລະພິມຈໍາໜ່າຍ ຂອງ ສປປ ລາວ ກໍ່ຄືພັດທະນາສື່ມວນຊົນລາວ ໃຫ້ກ້າວທັນຍຸກສະໄໝ ບົນແນວທາງນະໂຍບາຍຂອງພັກ ແລະລັດຖະບານໃນຍຸກປ່ຽນແປງໃໝ່ ໂດຍສະເພາະໃນໄລຍະ ທີ່ມີການລະບາດຂອງພະຍາດໂຄວິດ-19.
ຂ່າວ-ພາບ: ສຂລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















