
ໂຮງຮຽນ 307, ສູນ 66 ແລະ ກອງພັນເຄມີ 15 ເຊື່ອມຊຶມເອກະສານມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 6 ສະໄໝທີ X ຂອງພັກ
ເວລາອອກຂ່າວ: 2019-01-03 09:06:13 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 387 | ຄວາມນິຍົມ:
ກອງປະຊຸມເຊື່ອມຊຶມເອກະ
ສານມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກສະ
ໄໝທີ X ຂອງພັກ ໄດ້ຈັດຂຶ້ນກາງ
ທັນວາ 2018 ຜ່ານມານີ້ ຢູ່ທີ່ສະ
ໂມສອນຂອງໂຮງຮຽນ 307 ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານຂອງທ່ານພົນ ຈັດຕະວາ ພອນໃຈ ພັນທະວົງ ຄະນະພັກກົມໃຫຍ່ເສນາທິການ ຫົວໜ້າກົມກົດລັບ, ມີຄະນະພັກ-
ຄະນະບັນຊາ, ພະນັກງານສະ ມາຊິກພັກ ໃນ 3 ກົມກອງຄື:ໂຮງ ຮຽນ 307, ສູນວິໄຈເຄມີ 66 ແລະ ກອງພັນເຄມີ 15 ເຂົ້າຮ່ວມ.
ກອງປະຊຸມກອງໄດ້ຜ່ານ ບົດລາຍງານກຽ່ວກັບການຕີລາ ຄາການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 5 ສະໄໝທີ X ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໃນໄລຍະຜ່ານມາ ແລະ ບາງໜ້າທີ່ວຽກງານຈຸດສຸມໃນ ຕໍ່ໜ້າ, ເອກະສານມະຕິກອງປະ ຊຸມຄົບຄະນະຂອງຄະນະບໍລິຫານ ງານສູນກາງພັກຄັ້ງທີ 6 ສະໄໝທີ X, ເອກະສານສຶກສາອົບຮົມກ່ຽວກັບມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ແລະ ເອກະສານ
ຕັ້ງໜ້າເຝິກຝົນຫຼໍ່ຫຼອມຄຸນສົມ ບັດສິນທໍາປະຕິວັດ ແລະ ປັບປຸງ ແບບແຜນວິທີເຮັດວຽກຂອງພະ ນັກງານ-ນັກຮົບໃນໄລຍະໃໝ່, ເພື່ອສຶກສາອົບຮົມໃຫ້ບັນດາສະຫາຍພະນັກງານສະມາຊິກພັກໄດ້ຮັບຮູ້ ເຊື່ອມຊຶມ ແລະ ເປັນເອກະ ພາບຕໍ່ແນວທາງນະໂຍບາຍຂອງ
ພັກ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງລັດໃນໄລ
ຍະໃໝ່, ສ້າງຄວາມເຊື່ອໝັ້ນສາມັກຄີປອງດອງພາຍໃຕ້ຮົ່ມທຸງ ຂອງພັກ ແລະ ນໍາເອົາເນື້ອໃນຈິດ ໃຈມະຕິຕ່າງໆຂອງພັກໄປຈັດຕັ້ງ ປະຕິບັດໝູນໄຊ້ເຂົ້າໃນວຽກ ງານຕົວຈິງຢູ່ກົມກອງໃຫ້ປາກົດ ຜົນເປັນຈິງ.
ໃນວາລະກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນຈັດຕັ້ງຄົ້ນຄວ້າ ແລະ ຂຽນໃບສໍາຫຼວດ ຕົນເອງເພື່ອຕີລາຄາຄືນດ້ານດີ ແລະ ດ້ານອ່ອນຂອງຕົນໃນໄລຍະ ຜ່ານມາຂອງສະມາຊິກພັກແຕ່ ລະສະຫາຍເພື່ອປັບປຸງປົວແປງ ພາຍໃນພັກໃຫ້ມີຄວາມເຂັ້ມ ແຂງ, ປອດໃສ, ໜັກແໜ້ນ.
ໂດຍ: ກິດສະໜາ ວົງພະຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ