ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມກອງທ້ອງຖິ່ນ ສະຫຼຸບວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ
ເວລາອອກຂ່າວ: 2021-07-20 08:58:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 197 | ຄວາມນິຍົມ:



ຕົ້ນເດືອນກໍລະກົດຜ່ານມາ, ພະແນກສັງຮວມ ກອງພັນໃຫຍ່ 202 ກອງພົນທີ 2, ກອງຮ້ອຍ 1 ກອງພັນ 408 ກອງພົນທີ 3, ກອງຮ້ອຍ 25 ທະຫານແຂວງ ຫຼວງນ້ຳທາ, ພະແນກການເມືອງ ກອງພັນໃຫຍ່ 302 ກອງພົນທີ 3, ທະຫານເມືອງຊຽງຮ່ອນ, ພະ ແນກບໍລິຫານກອງພັນໃຫຍ່ 302, ກອງພົນທີ 3 ແລະ ພະ ແນກການເມືອງ ສູນເຝິກອົບຮົມ ກອງພົນທີ 3 ຕ່າງກໍໄດ້ສະຫຼຸບ ວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ, ເຊິ່ງອີງຕາມບົດສະ ຫຼຸບຂອງແຕ່ລະກົມກອງນັ້ນ ສັງຮວມໄດ້ວ່າ ຄະນະພັກ-ຄະ ນະບັນຊາ ແລະ ພະນັກງານ-ນັກຮົບແຕ່ລະກົມກອງ ລ້ວນແຕ່ໄດ້ພ້ອມກັນຈັດຕັ້ງປະຕິບັດແຕ່ ລະຂົງເຂດວຽກງານດ້ວຍຄວາມ ຮັບຜິດຊອບສູງບັນລຸໝາກຜົນດີ ແລະ ມີຫຼາຍດ້ານມີລັກສະນະ ພົ້ນເດັ່ນຂຶ້ນ ໃນນີ້. ພະແນກສັງຮວມ ກອງພັນ ໃຫຍ່ 202 ກອງພົນທີ 2: ຄະ ນະພັກ-ຄະນະບັນຊາໄດ້ເອົາ ໃຈໃສ່ວຽກງານສຶກສາອົບຮົມ ການເມືອງ-ແນວຄິດໃຫ້ພະນັກ ງານ-ນັກຮົບມີແນວຄິດອຸ່ນອຽນ ທຸ່ນທ່ຽງເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ມີສະຕິຕໍ່ການ ຈັດຕັ້ງ ພ້ອມນີ້ ຄະນະພັກ-ຄະນະ ບັນຊາຍັງໄດ້ເອົາໃຈໃສ່ຊີ້ນໍາວຽກ ງານອົບຮົມ-ຫັດແອບກຽມພ້ອມ ສູ້ຮົບ, ວຽກງານກໍ່ສ້າງພັກ-ພະ ນັກງານ, ວຽກງານປູກຝັງ-ລ້ຽງ ສັດເພື່ອແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບໃຫ້ດີ ຂຶ້ນ ແລະ ຂົງເຂດວຽກງານອື່ນໆ ທີ່ປິ່ນອ້ອມໜ້າທີ່ການເມືອງກົມ ກອງໄດ້ຮັບຜົນສໍາເລັດໃນຂັ້ນ ພື້ນຖານ. ກອງຮ້ອຍ 1 ກອງພັນ 408 ກອງພົນທີ 3: ຄະນະພັກ-ຄະນະບັນຊາໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ແນວຄິດຕິດພັນກັບວຽກງານ ປ້ອງກັນຄວາມສະຫງົບ ໂດຍ ຈັດຕັ້ງພະນັກງານ-ນັກຮົບຫັນລົງ ກໍ່ສ້າງຮາກຖານການເມືອງສົມ ທົບກັບອຳນາດການປົກຄອງ ທ້ອງຖິ່ນເຄື່ອນໄຫວ ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ ເກີດຂຶ້ນ ເຮັດໃຫ້ສະພາບຂອບ ເຂດກົມກອງຮັບຜິດຊອບມີ ຄວາມສະຫງົບປອດໄພໂດຍພື້ນ ຖານຄຽງຄູ່ກັນນັ້ນ ຍັງໄດ້ເອົາໃຈ ໃສ່ວຽກງານເພີ່ມພູນຜະລິດຜົນ ດ້ວຍການປູກຝັງ-ລ້ຽງສັດສາ ມາດສ້າງລາຍຮັບເຂົ້າກົມກອງ ໄດ້ 55 ລ້ານກວ່າກີບ. ກອງຮ້ອຍ 25 ທະຫານແຂວງ ຫຼວງນ້ຳທາ: ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາເອົາໃຈ ໃສ່ຈັດຕັ້ງລະບົບປະຈໍາການ 3 ຂັ້ນຕະຫຼອດ 24 ຊົ່ວໂມງ ນອກ ນັ້ນ ຍັງໄດ້ເຄື່ອນໄຫວລາດຕາ ເວນຕາມຂອບເຂດຄວາມຮັບຜິດ ຊອບຂອງຕົນເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ຖ່ວງດຶງຕໍ່ກັບການພັດທະນາ ຂອງກົມກອງໃນຂອບເຂດຂອງ ຕົນຮັບຜິດຊອບໃຫ້ມີຄວາມສະ ຫງົບປອດໄພໂດຍພື້ນຖານ, ຄຽງ ຄູ່ກັນນັ້ນ ຍັງໄດ້ເອົາໃຈໃສ່ໃນ ວຽກງານປູກຝັງ-ລ້ຽງສັດເພື່ອ ແກ້ໄຂຊີວິດການເປັນຢູ່ຂອງກົມ ກອງ ໃນນີ້ ປູກຕົ້ນຢາງພາລາ, ປູກຕົ້ນໄມ້ກິນໝາກ, ຕົ້ນໄມ້ປະ ດັບ, ປູກພືດລົ້ມລຸກຕາມລະດູ ການ. ໃນໄລຍະ 6 ເດືອນຜ່ານ ມາສາມາດສ້າງລາຍຮັບຈາກ ການປູກຝັງ-ລ້ຽງສັດ ແລະ ການ ບໍລິການດ້ານຕ່າງໆໄດ້ທັງໝົດ 35 ລ້ານກວ່າກີບ. ພະແນກການເມືອງ ກອງ ພັນໃຫຍ່ 302 ກອງພົນທີ 3: ອັນ ພົ້ນເດັ່ນແມ່ນການຫັນເອົາພະ ນັກງານລົງກໍ່ສ້າງຮາກຖານການ ເມືອງສົມທົບແໜ້ນກັບອຳນາດ ການປົກຄອງທ້ອງຖິ່ນເຄື່ອນ ໄຫວແກ້ໄຂບັນດາໜໍ່ແໜງຂອງ ຄວາມບໍ່ສະຫງົບ, ປະກົດການຫຍໍ້ ທໍ້ຕ່າງໆຕາມຂອບເຂດກົມກອງ ຮັບຜິດຊອບ ອັນໄດ້ເຮັດໃຫ້ສະ ພາບມີຄວາມສະຫງົບໂດຍພື້ນ ຖານ. ພ້ອມນີ້ ຄະນະພັກ-ຄະນະ ບັນຊາຍັງໄດ້ເອົາໃຈໃສ່ຊີ້ນໍາ ວຽກງານກໍ່ສ້າງພັກ-ພະນັກ ງານ, ວຽກງານປັບປຸງກໍ່ສ້າງສະຖານທີ່ຄ້າຍຄູ, ວຽກງານປູກຝັງ-ລ້ຽງສັດເພື່ອແກ້ໄຂຊີວິດການ ເປັນຢູ່ຂອງພະນັກງານ-ນັກຮົບ ໃຫ້ດີຂຶ້ນດ້ວຍການປູກຝັງ-ລ້ຽງ ສັດ ໃນນີ້, ປູກຕົ້ນໄມ້ປະດັບ, ຕົ້ນ ໄມ້ກິນໝາກ, ພືດລົ້ມລຸກ, ປູກຜັກ ຊະນິດຕ່າງໆ, ລ້ຽງໄກ່-ເປັດ ສາ ມາດສ້າງລາຍຮັບຈາກການປູກ ຝັງ-ລ້ຽງສັດ ແລະ ການບໍລິການ ດ້ານຕ່າງໆໄດ້ 18 ລ້ານກວ່າກີບ. ທະຫານເມືອງຊຽງຮ່ອນ ແຂວງໄຊຍະບູລີ: ນອກຈາກວຽກ ງານວິຊາສະເພາະແລ້ວ ຄະນະ ພັກ-ຄະນະບັນຊາຍັງໄດ້ເອົາໃຈ ໃສ່ສຶກສາອົບຮົມການເມືອງ-ແນວຄິດໃນການເຊື່ອມຊຶມບັນດາ ມະຕິຄຳສັ່ງ, ຂໍ້ກຳນົດກົດລະບຽບ ຕ່າງໆຂອງພັກ, ຂອງກອງທັບ ອັນໄດ້ເຮັດໃຫ້ພະນັກງານ-ນັກ ຮົບມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທຳປະ ຕິວັດ, ສາມາດເຮັດສຳເລັດໜ້າ ທີ່ການເມືອງຂອງຕົນໄດ້ເປັນ ຢ່າງດີ, ຄຽງຄູ່ກັບວຽກງານ ປກຊ-ປກສ ເຄື່ອນໄຫວແກ້ໄຂບັນດາໜໍ່ແໜງຂອງຄວາມບໍ່ສະຫງົບ, ປະກົດການຫຍໍ້ທໍ້ຕ່າງໆ ຕາມຂອບເຂດກົມກອງຮັບຜິດ ຊອບ ອັນໄດ້ເຮັດໃຫ້ສະພາບພາຍ ໃນກົມກອງມີຄວາມສະຫງົບໂດຍ ພື້ນຖານ. ພະແນກບໍລິຫານ ກອງພັນ ໃຫຍ່ 302 ກອງພົນທີ 3: ອັນພົ້ນ ເດັ່ນຄະນະພັກ-ຄະນະບັນຊາແຕ່ ລະຂັ້ນໄດ້ເອົາໃຈໃສ່ວຽກງານ ສຶກສາອົບຮົມການເມືອງ-ແນວຄິດເປັນສຳຄັນຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ວຽກງານຂະ ບວນການຕ່າງໆທີ່ປິ່ນອ້ອມໃຫ້ ມີໝາກຜົນສູງ ພ້ອມກັນນັ້ນຍັງ ໄດ້ເອົາໃຈໃສ່ວຽກງານເພີ່ມພູນ ຜະລິດຜົນດ້ວຍການປູກພືດລົ້ມ ລຸກຊະນິດຕ່າງໆຕາມລະດູການ, ປູກໝາກເຜັດ, ປູກໝາກເຂືອ, ໝາກຖົ່ວ, ໝາກອຶ ສາມາດເກັບ ກູ້ໄດ້ 125 ກິໂລ, ລ້ຽງເປັດ-ໄກ່ ສາມາດສ້າງລາຍຮັບຈາກການ ປູກຝັງ-ລ້ຽງສັດໄດ້ທັງໝົດ 9 ລ້ານກວ່າກີບ. ພະແນກການເມືອງ ສູນເຝິກ ອົບຮົມກອງພົນທີ 3: ອັນພົ້ນເດັ່ນ ຄະນະພັກ-ຄະນະບັນຊາໄດ້ເອົາ ໃຈໃສ່ຊີ້ນຳ-ນຳພາພະນັກງານ-ນັກຮົບສົມທົບແໜ້ນກັບອຳນາດ ການປົກຄອງບ້ານເຄື່ອນໄຫວກໍ່ ສ້າງຮາກຖານການເມືອງເພື່ອ ຕ້ານ ແລະ ສະກັດກັ້ນປະກົດການ ຫຍໍ້ທໍ້ຕ່າງທີ່ເກີດຂຶ້ນ ເຊິ່ງເຮັດໃຫ້ ສະພາບພາຍໃນກົມກອງມີຄວາມ ສະຫງົບປອດໄພໂດຍພື້ນຖານ ຄຽງຄູ່ກັນນັ້ນ ຍັງໄດ້ເອົາໃຈໃສ່ ວຽກງານການແກ້ໄຂຊີວິດການເປັນຢູ່ຕາມທິດທີ່ວ່າ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ຕາມທ່າແຮງ ບົ່ມຊ້ອນຂອງກົມກອງ ໃນນີ້, ປູກ ພືດລົ້ມລຸກຕາມລະດູການ, ລ້ຽງ ປາ ປ່ອຍປາແລ້ວ 3.000 ໂຕ, ແລະ ການບໍລິການອື່ນໆ ສາມາດ ສ້າງລາຍຮັບເຂົ້າຄັງລວມໄດ້ທັງ ໝົດ 2 ລ້ານກວ່າກີບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ