ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮັບຮອງເອົາໂຮງໝໍທະຫານແຂວງຫຼວງນ້ຳທາເປັນກອງວັດທະນະທຳ-ນັກຮົບວັດທະນະທຳ ສະໄໝທີ 2
ເວລາອອກຂ່າວ: 2021-07-20 09:00:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 75 | ຄວາມນິຍົມ:



ພິທີປະກາດຮັບຮອງເອົາໂຮງ ໝໍທະຫານແຂວງຫຼວງນໍ້າທາ ເປັນກອງວັດທະນະທໍາ ແລະ ນັກຮົບວັດທະນະທໍາ ສະໄໝທີ 2 ຈັດຂຶ້ນໃນວັນທີ 13 ກໍລະກົດນີ້, ໂດຍການເຂົ້າຮ່ວມຂອງສະຫາຍ ພັນເອກ ຫຸມພັນ ແກ້ວວັງລາດ ຮອງເລຂາພັກ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງຫຼວງນໍ້າທາ, ມີຄະນະ ພັກ-ຄະນະອໍານວຍການໂຮງໝໍ, ກົມກອງອ້ອມຂ້າງ ແລະ ພະນັກ ງານ-ນັກຮົບພາຍໃນໂຮງໝໍເຂົ້າ ຮ່ວມ. ສະຫາຍ ພັນໂທ ດຣ ໜູປອງ ປະເສີດສຸກ ອໍານວຍການໂຮງ ໝໍທະຫານແຂວງ ໄດ້ລາຍງານ ຜ່ານການກໍ່ສ້າງກົມກອງວັດທະ ນະທໍາ-ນັກຮົບວັດທະນະທໍາໃນ ໄລຍະຜ່ານມາ, ເຊິ່ງຄະນະພັກ-ຄະນະອໍານວຍການໂຮງໝໍຍາມໃດກໍໄດ້ຖືເອົາວຽກງານດັ່ງກ່າວ ຕິດພັນກັບທຸກຂົງເຂດວຽກງານ, ປຸກລະດົມຊຸກຍູ້ໃຫ້ພະນັກງານ- ນັກຮົບເຂົ້າຮ່ວມຈັດຕັ້ງປະຕິບັດ ຢ່າງເປັນຂະບວນຟົດຟື້ນ, ເອົາໃຈ ໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບ ເຮັດໜ້າທີ່ວິຊາສະເພາະ ໃນການຮັບປະກັນສຸຂະພາບຂອງ ນາຍ ແລະ ພົນທະຫານ ໃຫ້ມີສຸຂະ ພາບແຂງແຮງ ສາມາດເຄື່ອນ ໄຫວກຽມພ້ອມສູ້ຮົບໃນເມື່ອມີ ຄໍາສັ່ງຈາກຂັ້ນເທິງ, ເອົາໃຈໃສ່ ເບິ່ງແຍງປິ່ນປົວນາຍ ແລະ ພົນ ທະຫານ ກໍຄື ຄົນເຈັບທີ່ມາໃຊ້ບໍ ລິການຢູ່ໂຮງໝໍໃຫ້ຫາຍດີເປັນປົກ ກະຕິ, ພ້ອມກັນນັ້ນ, ກໍໄດ້ຕັ້ງໜ້າ ຄົ້ນຄວ້າເຊື່ອມຊຶມແນວທາງນະ ໂຍບາຍຂອງພັກ, ກົດໝາຍຂອງ ລັດ ແລະ ຂໍ້ກໍານົດ, ກົດລະບຽບ ຂອງກອງທັບ, ເຝິກແອບຮໍ່າຮຽນ ການເມືອງ-ການທະຫານ ແລະ ວິຊາສະເພາະໃຫ້ມີຄວາມຊໍາ ນານ ຕິດພັນກັບການປັບປຸງກໍ່ ສ້າງກົມກອງໃນທຸກດ້ານ ສ້າງ ໃຫ້ກົມກອງເປັນກົມກອງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ເປັນກົມກອງຕົວແບບຂອງກອງ ບັນຊາການທະຫານແຂວງ. ຜ່ານ ການປະເມີນຜົນຕາມແຕ່ລະມາດ ຖານເຮັດໃຫ້ໂຮງໝໍທະຫານແຂວງ ໄດ້ຮັບນາມມະຍົດເປັນກົມກອງ ວັດທະນະທໍາ ແລະ ນັກຮົບວັດທະ ນະທໍາ ແລະ ນາມມະຍົດກົມກອງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ 2 ສະໄໝຕິດຕໍ່ກັນ. ຈາກນັ້ນ, ສະຫາຍຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງຫຼວງນໍ້າທາ ໄດ້ມອບໃບ ຢັ້ງກົມກອງວັດທະນະທໍາ ແລະ ນັກຮົບວັດທະນະທໍາ ໃຫ້ໂຮງ ໝໍທະຫານແຂວງເປັນສະໄໝທີ 2 ຢ່າງສົມກຽດ. ພາບ-ຂ່າວ: ບຸນມີ ສິດທິພົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ