ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລັດຖະບານໃຫ້ສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19
ເວລາອອກຂ່າວ: 2021-07-22 11:20:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 220 | ຄວາມນິຍົມ:



ວັນທີ 20 ກໍລະກົດ 2021, ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ພັນຄໍາ ວິພາວັນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ ຖະແຫຼງກ່ຽວກັບການສືບຕໍ່ປະ ຕິບັດມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງ ພະຍາດໂຄວິດ-19 ຢູ່ ສປປ ລາວ ເຊິ່ງບາງຕອນທ່ານກ່າວວ່າ: ນັບ ແຕ່ມີການລະບາດຂອງພະຍາດ ໂຄວິດ-19 ໃນຕົ້ນປີ 2020, ລັດ ຖະບານຊຸດທີ VIII ໄດ້ມີຄວາມ ພະຍາຍາມໃນການແກ້ໄຂໂດຍ ໄດ້ວາງມາດຕະການ ແລະ ຊີ້ ນໍາການປະຕິບັດບັນດາມາດຕະ ການໃນແຕ່ລະໄລຍະໃຫ້ສອດ ຄ່ອງເຮັດໃຫ້ບໍ່ມີຜູ້ຕິດເຊື້ອໃນຊຸມ ຊົນເປັນເວລາ 8 ເດືອນຈົນມາ ຮອດກາງເດືອນເມສາ 2021 ໄດ້ມີການລະບາດ ໃນຊຸມຊົນຄັ້ງ ໃໝ່ທີ່ຮ້າຍແຮງຂຶ້ນ, ລັດຖະບານ ກໍຄືຄະນະສະເພາະກິດ ແລະ ອົງ ການປົກຄອງທ້ອງຖິ່ນໄດ້ສືບ ຕໍ່ປະຕິບັດບັນດາມາດຕະການໃນ ໄລຍະຮອບ I ຜ່ານມາ ແລະ ໄດ້ ສົມທົບກັບການວາງມາດຕະ ການໃໝ່ເພີ່ມເຕີມ, ສຸມໃສ່ຊີ້ນຳ ການຈັດຕັ້ງປະຕິບັດຕົວຈິງຢ່າງ ໃກ້ຊິດ, ທັງມີການປະເມີນສະພາບ ການ ແລະ ດັດປັບມາດຕະການ ຕ່າງໆ ໃຫ້ແທດເໝາະກັບສະ ພາບຕົວຈິງເຊິ່ງໄດ້ສຸມໃສ່ປະຕິ ບັດມາດຕະການສາມຢ່າງໄປ ຄຽງຄູ່ກັນ (ມາດຕະການດ້ານ ການແພດ, ມາດຕະການດ້ານ ການບໍລິຫານ ແລະ ມາດຕະການ ດ້ານເສດຖະກິດ). ມາດຕະການດ້ານການແພດ: ໄດ້ຂະຫຍາຍການເກັບຕົວຢ່າງ ກວດຫາເຊື້ອ ແລະ ຄົ້ນຫາກໍລະ ນີຜູ້ຕິດເຊື້ອໃນທ່າບຸກ, ຈັດຕັ້ງທີມ ງານໂຕ້ຕອບທົ່ວປະເທດ ມີທັງທີມ ເກັບຕົວຢ່າງຄົງທີ່ ແລະ ເຄື່ອນທີ່, ປັບປຸງ ແລະ ຂະຫຍາຍສູນກັກກັນ ແລະ ໂຮງໝໍພາກສະໜາມ, ສຸມ ໃສ່ປິ່ນປົວຜູ້ຕິດເຊື້ອ, ຕິດຕາມ ແລະ ປະເມີນອາການຄົນເຈັບຢ່າງໃກ້ ຊິດ ແລະ ຕໍ່ເນື່ອງ; ໄດ້ເລັ່ງການ ຈັດຫາຢາວັກຊີນ ແລະ ຈັດຕັ້ງສີດ ຢາວັກຊີນດັ່ງກ່າວ ໃຫ້ປະຊາຊົນ ເຮົາໃນກຸ່ມເປົ້າໝາຍໄດ້ດີສົມ ຄວນປັດຈຸບັນໄດ້ສີດສອງເຂັມ ແລ້ວ 743.949 ຄົນ (ກວມ 10,14%) ແລະ ສີດເຂັມໜຶ່ງ ແລ້ວ 1.056.672 ຄົນ (ກວມ 14,4%) ຕົວເລກວັນທີ 19 ກໍລະ ກົດ 2021. ມາດຕະການດ້ານການບໍລິ ຫານ: ໄດ້ປະຕິບັດມາດຕະການ ປິດການເຂົ້າ-ອອກ ສໍາລັບແຂວງ ທີ່ມີການລະບາດໃນຊຸມຊົນ; ປິດການເຂົ້າ-ອອກ ໃນໝູ່ບ້ານ ເຂດແດງ ແລະ ເຝົ້າລະວັງເຂດ ໃກ້ຄຽງຢ່າງໃກ້ຊິດ, ປິດສະຖານ ບັນເທີງ, ຮ້ານກິນດື່ມ, ຮ້ານຄາ ລາໂຄເກະ, ຮ້ານນວດ-ສະປາ ເຊິ່ງເປັນສະຖານທີ່ສ່ຽງຕໍ່ການ ຕິດເຊື້ອ, ຈັດຕັ້ງກຳລັງລາດຕະ ເວນຕາມຊາຍແດນ, ໂຄສະນາ ເຜີຍແຜ່ມາດຕະການ ຕ່າງໆ ທີ່ລັດຖະບານ ກໍຄືຄະນະສະເພາະ ກິດວາງອອກ, ເອົາໃຈໃສ່ສະ ໜອງຂໍ້ມູນທາງດ້ານການແພດ, ຊີ້ແຈງບັນຫາ ແລະ ແຈ້ງນະໂຍ ບາຍຕ່າງໆ ໃຫ້ສັງຄົມຮັບຊາບ ຢ່າງເປັນປົກກະຕິ. ມາດຕະການດ້ານເສດຖະກິດ: ໄດ້ປະຕິບັດນະໂຍບາຍຍົກເວັ້ນ ການເກັບອາກອນລາຍໄດ້ສຳລັບ ຜູ້ທີ່ມີລາຍໄດ້ໜ້ອຍ, ເລື່ອນການ ຊໍາລະຕົ້ນທຶນ ແລະ ດອກເບ້ຍ ທະນາຄານ ພ້ອມທັງປ່ອຍເງິນ ກູ້ບ້ວງໃໝ່ເພີ່ມ, ເລື່ອນການຊໍາ ລະອາກອນລາຍໄດ້, ອາກອນກຳ ໄລໃຫ້ຜູ້ປະກອບການ, ຍົກເວັ້ນ ພາສີ-ອາກອນໃນການນໍາເຂົ້າ ອຸປະກອນການແພດ, ຫຼຸດຄ່າໄຟ ຟ້າ, ນໍ້າປະປາ ແລະ ອື່ນໆ. ການປະຕິບັດບັນດາມາດຕະ ການທີ່ກ່າວມາຂ້າງເທິງນັ້ນ ແມ່ນໄດ້ຮັບການສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າຂອງ ປະຊາຊົນລາວທຸກຊັ້ນຄົນ ກໍຄື ຊາວຕ່າງປະເທດທີ່ດຳລົງຊີວິດຢູ່ລາວ. ພ້ອມກັນນັ້ນ ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນ ຍັງໄດ້ຮັບການປະ ກອບສ່ວນຊ່ວຍເຫຼືອທັງທາງກົງ ແລະ ທາງອ້ອມ ຈາກປະຊາຊົນ ຄິດເປັນມູນຄ່າເປັນຈຳນວນຫຼວງ ຫຼາຍ. ອັນພິເສດແມ່ນປະເທດ ເພື່ອນມິດຂອງພວກເຮົາ ນັບທັງ ຜູ້ຢູ່ໃກ້ ແລະ ໄກແມ່ນໄດ້ສົ່ງການ ຊ່ວຍເຫຼືອໃຫ້ແກ່ ສປປ ລາວ ຢ່າງທັນການເຊັ່ນ: ທີມງານຊ່ຽວ ຊານແພດໝໍ, ອຸປະກອນການ ແພດ ແລະ ການຊ່ວຍເຫຼືອດ້ານ ຢາວັກຊີນໃຫ້ແກ່ ສປປ ລາວ. ຢູ່ຂັ້ນຊຸມຊົນ ພໍ່ແມ່ພີ່ນ້ອງ ປະຊາຊົນຫຼາຍຄົນ ໄດ້ມີຈິດໃຈ ເອື້ອເຟື້ອເຜື່ອແຜ່ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອຜ່ອນເບົາບັນເທົາ ຄວາມຫຍຸ້ງຍາກ ເຊັ່ນ: ຊ່ວຍເຫຼືອ ເບິ່ງແຍງກັນໃນຍາມຫຍຸ້ງຍາກ, ແຈກຢາຍອາຫານນໍ້າດື່ມ, ເຈົ້າໜີ້ ໄດ້ຢືດເວລາການຊຳລະໜີ້, ຄ່າ ເຊົ່າຕ່າງໆໃຫ້ແກ່ກັນ ແລະ ອື່ນໆ. ທັງໝົດນັ້ນ ສະແດງໃຫ້ເຫັນເຖິງ ຄວາມໂອບເອື້ອອາລີສາມັກຄີຮັກ ແພງ ທັງເປັນນໍ້າໜຶ່ງໃຈດຽວ ກັນຂອງທົ່ວປວງຊົນລາວທັງ ຊາດ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ທັງເປັນການ ຢັ້ງຢືນໃຫ້ເຫັນເຖິງມູນເຊື້ອດີງາມ ຂອງປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ພາຍໃນຊາດ ລາວເຮົາ. ຈາກຄວາມພະຍາຍາມໃນ ການກຳນົດ ແລະ ປະຕິບັດມາດ ຕະການຕ່າງໆ ທີ່ສອດຄ່ອງ, ການ ຮ່ວມມືຈາກທຸກພາກສ່ວນໃນສັງ ຄົມ ແລະ ການຊ່ວຍເຫຼືອຂອງປະ ເທດ ເພື່ອນມິດພວກເຮົາສາມາດ ຈຳກັດໄດ້ການຕິດເຊື້ອພາຍ ໃນ ຊຸມຊົນມີທ່າອ່ຽງຫຼຸດລົງ ແລະ ຄວບຄຸມການລະບາດບໍ່ໃຫ້ຂະ ຫຍາຍເປັນວົງກວ້າງ. ຕົວຢ່າງ: ຢູ່ນະຄອນຫຼວງວຽງຈັນ ໃນ ໄລຍະຕົ້ນໆ ແມ່ນລະບາດຢ່າງ ຮ້າຍແຮງ, ມາຮອດປັດຈຸບັນນີ້ ພວກເຮົາສາມາດຄວບຄຸມໄດ້ ອາທິດກວ່າແລ້ວນະຄອນຫຼວງ ບໍ່ມີຜູ້ຕິດເຊື້ອຊຸມຊົນ, ຍົກເວັ້ນ ໃນວັນທີ 15 ກໍລະກົດ 2021 ມີ ພຽງ 1 ກໍລະນີ ທີ່ຕິດເຊື້ອຢູ່ພາຍໃນ ເປັນການຕິດເຊື້ອຂອງແພດຈາກການປິ່ນປົວໃກ້ຊິດກັບຜູ້ຕິດເຊື້ອ. ສະຫຼຸບລວມແລ້ວ ສາມາດ ຕີລາຄາໄດ້ວ່າບັນດາມາດຕະ ການທີ່ວາງອອກ ໃນຜ່ານມາແມ່ນ ຖືກຕ້ອງ, ທັນການ ແລະ ໄດ້ ຮັບການສະໜັບສະໜູນຮ່ວມໄມ້ ຮ່ວມມືຈາກປະຊາຊົນເຮົາ ແລະ ປະເທດເພື່ອນມິດທີ່ຢູ່ໃກ້ ແລະ ໄກ ຈຶ່ງສາມາດຄວບຄຸມການ ແຜ່ລະບາດໄດ້ໃນລະດັບດີ ແລະ ເຮັດໃຫ້ປະຊາຊົນ ສາມາດກັບຄືນ ມາໃຊ້ຊີວິດປົກກະຕິໄດ້ຫຼາຍຂຶ້ນ. ໃນນາມລັດຖະບານແຫ່ງ ສປປ ລາວ ຂ້າພະເຈົ້າສະແດງຄວາມ ຊົມ ເຊີຍ, ຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ການສະໜັບສະໜູນຊ່ວຍເຫຼືອ ດັ່ງກ່າວ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອໃນຂັ້ນຕໍ່ໄປ. ເຖິງຢ່າງໃດກໍຕາມ ເມື່ອມາຕີ ລາຄາຢ່າງເລິກເຊິ່ງ ແລ້ວກໍເຫັນ ວ່າຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າ ທາຍຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂເປັນຕົ້ນ: 1) ສະຕິຕື່ນຕົວຮັບຜິດຊອບຂອງຄົນຈຳນວນໜຶ່ງ ບໍ່ທັນດີ, ຍັງມີປະກົດການລ່ວງລະເມີດ ລະບຽບການທີ່ວາງອອກ ເຊັ່ນ: ມີການພົບປະກິນດື່ມຊຸມແຊວກັນ, ການເຄື່ອນໄຫວໄປມາ ທີ່ບໍ່ມີການປະຕິບັດມາດຕະການປ້ອງກັນ, ບໍ່ຈິງໃຈລາຍງານສະພາບຄວາມ ສ່ຽງຂອງການຕິດເຊື້ອຂອງຕົນເອງຕໍ່ເຈົ້າໜ້າທີ່ ແລະ ແພດໝໍ, ອັນເປັນເຫດເຮັດໃຫ້ໃນບາງໄລ ຍະມີການແຜ່ລະບາດຂອງພະ ຍາດໂຄວິດ-19 ຢູ່ຊຸມຊົນ ຫຼາຍບໍ ລິເວນ. 2) ສູນກັກກັນບາງທ້ອງຖິ່ນ ບໍ່ພຽງພໍ ແລະ ມີຂໍ້ຈຳກັດການ ອຳນວຍຄວາມສະດວກ; ແຮງ ງານລາວທີ່ເດີນທາງກັບ ຄືນປະ ເທດ ຈາກປະເທດເພື່ອນບ້ານໃກ້ ຄຽງມີຈຳນວນຫຼວງຫຼາຍ ໃນ ນັ້ນມີຈຳນວນໜຶ່ງລັກລອບເຂົ້າ ມາແບບຜິດກົດໝາຍເຊິ່ງເຮັດ ໃຫ້ມີຄວາມສ່ຽງສູງທີ່ຈະນຳເອົາ ເຊື້ອພະຍາດ ເຂົ້າມາຕິດຕໍ່ໃສ່ຄອບ ຄົວ ແລະ ຊຸມຊົນ; ຜູ້ຢູ່ສູນກັກກັນ ຈຳນວນໜຶ່ງຍັງພະຍາຍາມລັກ ໜີອອກຈາກສູນກ່ອນຄົບກຳ ນົດ ເຊິ່ງມີຄວາມສ່ຽງ ໃນການເກີດ ການລະບາດໃນຊຸມຊົນ. 3) ເນື່ອງຈາກແຮງງານລາວ ກັບຄືນປະເທດເປັນຈຳນວນ ຫຼວງຫຼາຍຈິ່ງເຮັດໃຫ້ການຕິດ ເຊື້ອຈາກການນຳເຂົ້າເພີ່ມຂື້ນໄວ ສະຖານທີ່ຮອງຮັບການປິ່ນປົວ ແລະ ຈຳນວນແພດໝໍມີຈຳກັດ ເຊິ່ງຈະເປັນບັນຫາຫຍຸ້ງຍາກ ຂື້ນຕື່ມ ເຊັ່ນ: ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ສາ ລະວັນ, ນະຄອນຫຼວງວຽງຈັນ, ບໍ່ແກ້ວ ແລະ ແຂວງອື່ນໆ ຫຼາຍ ກວ່າໝູ່ແມ່ນແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດ. ສະເພາະແຂວງຈຳປາສັກຢູ່ສູນ ກັກກັນມີ 1.220 ຄົນ ແລະ ຜູ້ ຕິດເຊື້ອທີ່ກຳລັງປິ່ນປົວຢູ່ 632 ກໍລະນີ; ແຂວງສະຫວັນນະເຂດ ຢູ່ສູນກັກກັນມີ 1.674 ຄົນ ແລະ ຜູ້ຕິດເຊື້ອທີ່ກຳລັງປິ່ນປົວຢູ່ 526 ກໍລະນີ, ໃນໄລຍະເວລາຫຼັງໆມານີ້ ພວກເຮົາຍັງກວດພົບຜູ້ຕິດເຊື້ອ ສາຍພັນໃໝ່ ສາຍພັນອານຟາ ແລະ ເດວຕາ ຈາກການນຳເຂົ້າ ເຊິ່ງເປັນສາຍພັນທີ່ແຜ່ເຊື້ອໄວ ກວ່າແຕ່ກ່ອນ. ເພື່ອໃຫ້ບັນລຸຄາດໝາຍທີ່ວ່າ: ໃຫ້ມີຜູ້ຕິດເຊື້ອໜ້ອຍທີ່ສຸດ, ມີຜູ້ ເສຍຊີວິດໜ້ອຍທີ່ສຸດ ແລະ ໃຫ້ ສັງຄົມ ໄດ້ຫັນໄປສູ່ການດຳລົງ ຊີວິດປົກກະຕິພາຍໃຕ້ເງື່ອນໄຂ ວິຖີຊີວິດປົກກະຕິໃໝ່ໄດ້ໄວ ແລະ ທົ່ວເຖິງ. ນັ້ນແມ່ນຄາດໝາຍໃຫຍ່ ຂອງ ລັດຖະບານ. ສະນັ້ນ, ຖືໂອ ກາດນີ້ ຕາງໜ້າໃຫ້ແກ່ພັກ-ລັດຖະ ບານ ຂ້າພະເຈົ້າສະເໜີໃຫ້ພວກ ເຮົາໝົດທຸກຄົນເອົາໃຈໃສ່ຕື່ມ ບາງດ້ານດັ່ງນີ້: 1. ຮຽກຮ້ອງມາຍັງພະນັກ ງານ, ປະຊາຊົນລາວບັນດາເຜົ່າ ທຸກຊັ້ນຄົນ ຕະຫຼອດຮອດຊາວ ຕ່າງປະເທດ ທີ່ພວມປະຕິບັດໜ້າ ທີ່ ຢູ່ ສປປ ລາວ ສືບຕໍ່ເພີ່ມທະວີຄວາມເປັນເຈົ້າການໃນການປະ ຕິບັດບັນດານະໂຍບາຍ ແລະ ມາດ ຕະການ ທີ່ລັດຖະບານ ກໍຄືຄະນະ ສະເພາະກິດແຕ່ລະຂັ້ນ ວາງອອກ ໃນແຕ່ລະໄລຍະໃຫ້ເຂັ້ມງວດ ແລະ ໃຫ້ຖືວ່າວຽກງານດັ່ງກ່າວ ແມ່ນໜ້າທີ່ ແລະ ຄວາມຮັບຜິດ ຊອບຂອງໝົດທຸກຄົນ ເຊິ່ງປະ ກອບດ້ວຍມາດຕະການທາງ ການແພດ, ດ້ານການບໍລິການ ແລະ ດ້ານເສດຖະກິດ ພະຍາຍາມ ສູງເຮັດແນວໃດໃຫ້ມີຄວາມດູນ ດ່ຽງ ຊ່ວຍໜູນກັນລະຫວ່າງບັນ ດາມາດຕະການດັ່ງກ່າວ ແນໃສ່ບັນລຸຕາມຄາດໝາຍລວມດັ່ງໄດ້ກ່າວໄປແລ້ວຂ້າງເທິງ. ພ້ອມນີ້, ຮຽກຮ້ອງໃຫ້ທຸກຄົນໃນສັງຄົມ ຈົ່ງຮັບເອົາຂໍ້ມູນຂ່າວສານຢ່າງ ມີສະຕິ, ໃຫ້ເອົາໃຈໃສ່ຕິດຕາມ ຂ່າວສານຈາກທາງການ, ອັນໃດ ບໍ່ເຂົ້າໃຈຫຼືອັນໃດຍັງມີຄວາມ ລະແວງສົງໄສບໍ່ຈະແຈ້ງ ແມ່ນ ໃຫ້ສອບຖາມໂດຍກົງກັບເຈົ້າ ໜ້າທີ່ ທີ່ຮັບຜິດຊອບ, ບໍ່ໃຫ້ຫຼົງ ເຊື່ອນຳຂ່າວລື, ຂ່າວບິດເບືອນ ທີ່ຈະສ້າງຄວາມແຕກຕື່ນວຸ້ນ ວາຍສັບສົນໃນສັງຄົມ ແລະ ເປັນ ຊ່ອງວ່າງສ້າງຄວາມແຕກແຍກ ຄວາມສາມັກຄີພາຍໃນ. 2. ສືບຕໍ່ຈັດຫາຢາວັກຊີນ ແລະ ຈັດຕັ້ງສີດໃຫ້ປະຊາຊົນໃຫ້ບັນ ລຸຕາມແຜນການທີ່ກຳນົດໄວ້ ຄື ຢ່າງໜ້ອຍປີ 2021 ນີ້ ໃຫ້ໄດ້ 50% ຂອງພົນລະເມືອງທົ່ວປະເທດ. ປັດຈຸບັນ ໄດ້ສີດໄປແລ້ວສອງ ເຂັມມີ 743.949 ຄົນ ແລະ ສີດໄປແລ້ວເຂັ້ມທີໜຶ່ງ 1.056.672 ຄົນ, ຖ້າບວກທັງ ສອງປະເພດນີ້ເຂົ້າກັນ ກໍປະ ມານ 1.800.621 ຄົນ ແລະ ຍັງ ສືບຕໍ່ສີດຕໍ່ໄປ, ຖ້າສະເລ່ຍຕົວເລກ ອັນນີ້ ທັງເຂັມໜຶ່ງ ແລະ ເຂັມ ສອງກວມເອົາ 25,7% ຂອງ ພົນລະເມືອງ. ວັກຊິນຍັງຈະສືບຕໍ່ ຈັດສົ່ງມາອີກ ເປັນໄລຍະໄລຍະ ໂດຍສະເພາະໄລຍະໃກ້ໆນີ້ ມື້ ວັນທີ 16 ກໍລະກົດ 2021 ວັກຊີນຈອນສັນແອນຈອນສັນກໍໄດ້ມາເຖິງ ສປປ ລາວ ຈຳນວນ 1 ລ້ານໂດສ, ຖ້າພວກເຮົາສີດໝົດ 1 ລ້ານໂດສນີ້ບວກກັບອັນເກົ່າທີ່ສີດຜ່ານມາແລ້ວ ກໍຈະໄດ້ປະມານ 40 ກວ່າເປີເຊັນຂອງພົນລະເມືອງ, ຄາດວ່າຍັງຈະມີວັກຊີນນຳເຂົ້າ ມາເປັນໄລຍະໄລຍະ ແລະ ພວກ ເຮົາຈະສາມາດປະຕິບັດໄດ້ ຕາມ ຄາດໝາຍ. ວັກຊີນທີ່ນຳໃຊ້ຢູ່ ປະເທດເຮົາ ແມ່ນມີຫຼາຍຊະນິດ ເຊັ່ນ: ຊິໂນຟາມ, ສະປຸກນິກ, ແອດສຕຣາຊິເນກາ, ຟາຍເຊີ ແລະ ຈອນສັນແອນຈອນສັນ, ຢືນຢັນ ອີກວ່າ ທຸກຊະນິດລ້ວນແຕ່ດີມີຄຸນ ນະພາບ, ລັດຖະບານມີນະໂຍບາຍ ສັກໃຫ້ ປະຊາຊົນ ຢ່າງສະເໝີພາບ ຕາມຫຼັກວິຊາການແພດ ເຊິ່ງໄດ້ ມີເປົ້າໝາຍຕາມອາຍຸກະສຽນ, ຕາມສະພາບສຸຂະພາບຂອງແຕ່ ລະຄົນ ແນໃສ່ຮັບປະກັນຄວາມປອດໄພຂອງປະຊາຊົນ. ໃນເລື່ອງນີ້ຮຽກຮ້ອງໃຫ້ທຸກ ຄົນຕື່ນຕົວສະໝັກໃຈປະຕິບັດ ຕາມກົດລະບຽບ ແລະ ແຜນການ ມາດຕະການທາງການແພດຫຼີກ ເວັ້ນການແຍ່ງຊິງກັນ ແລະ ສ້າງ ຄວາມສັບສົນໃນເວລາແຈກຢາຍ ແລະ ໃນເວລາສີດວັກຊີນດັ່ງກ່າວ. ການສີດວັກຊີນ ແມ່ນການສ້າງ ພູມຕ້ານທານໃນຮ່າງກາຍ. ຕາມ ບົດຮຽນຕົວຈິງຂອງບັນດາປະ ເທດ ບໍ່ໝາຍຄວາມວ່າໄດ້ສີດຢາ ແລ້ວຈະບໍ່ຕິດເຊື້ອອີກ, ສີດວັກຊີນ ແລ້ວກໍຕາມອາດຈະຕິດເຊື້ອໄດ້ ອີກແຕ່ອາດຈະບໍ່ມີອາການປ່ວຍ ຮ້າຍແຮງ, ປົວດີໄດ້ໄວ ແລະ ຈຳກັດການເສຍຊີວິດ. ສະນັ້ນ ສີດວັກຊີນແລ້ວ ກໍຍັງຕ້ອງສືບ ຕໍ່ປະຕິບັດຕາມມາດຕະການພື້ນ ຖານຂອງການປ້ອງກັນ ເຊັ່ນ: ຮັກ ສາໄລຍະຫ່າງ, ໃສ່ຜ້າອັດປາກ, ລ້າງມືດ້ວຍເຈວມີທາດເຫຼົ້າ ຫຼື ສະບູ ແລະ ປະຕິບັດມາດ ຕະການ ອື່ນໆ ທີ່ຄະນະສະເພາະກິດວາງ ອອກຢ່າງເປັນປົກກະຕິ. 3. ສືບຕໍ່ໃຫ້ບັນດາແຂວງປັບ ປຸງ ແລະ ຂະຫຍາຍສູນກັກກັນ ແລະ ໂຮງໝໍພາກສະໜາມ ໃຫ້ສາມາດຮອງຮັບໄດ້ການກັບມາຂອງແຮງງານລາວຈາກຕ່າງປະເທດ, ເພີ່ມທະວີມາດຕະການດ້ານການ ແພດ ແລະ ການບໍລິຫານຄຸ້ມຄອງ ຢ່າງເຂັ້ມງວດ ເພື່ອບໍ່ໃຫ້ເຊື້ອພະ ຍາດເລັດລອດແຜ່ລະບາດອອກ ສູ່ຊຸມຊົນ. ຂໍຮຽກຮ້ອງເຖິງເຈົ້າ ໜ້າທີ່ ແລະ ຜູ້ທີ່ເຂົ້າກັກເກັບໂຕ ໃນສູນກໍຄືຜູ້ຕິດເຊື້ອທີ່ພວມປິ່ນ ປົວຢູ່ໂຮງໝໍ ຈົ່ງມີຄວາມຮັບຜິດ ຊອບຕໍ່ຕົນເອງຕໍ່ຄອບຄົວ ແລະ ຕໍ່ສັງຄົມ ບໍ່ຝ່າຝືນລະບຽບການ ແລະ ມາດຕະການຕ່າງໆ ທີ່ໄດ້ ກຳນົດໄວ້. 4. ຮຽກຮ້ອງມາຍັງປະຊາ ຊົນລາວ ກໍຄືຊາວຕ່າງປະເທດ ທີ່ມີຄວາມປະສົງຈະເຂົ້າ-ອອກ ສປປ ລາວ ໃຫ້ປະຕິບັດຖືກຕ້ອງ ຕາມຂັ້ນຕອນຂອງລະບຽບການ ບໍ່ໃຫ້ລັກລອບເຂົ້າ-ອອກຕາມ ລຳພັງເຊິ່ງຈະເປັນການນຳເອົາ ເຊື້ອພະຍາດໂຄວິດ-19 ເຂົ້າມາ ແຜ່ລະບາດເປັນວົງກວ້າງຢູ່ ສປປ ລາວ ແລະ ກໍ່ຢູ່ປະເທດເພື່ອນ ບ້ານເຊັ່ນກັນ ເຊິ່ງຈະເຮັດໃຫ້ຄວບ ຄຸມໄດ້ຍາກທີ່ສຸດ. ພິເສດຕໍ່ກັບ ແຮງງານລາວທີ່ໄປອອກແຮງ ງານຢູ່ປະເທດໃກ້ຄຽງຂໍໃຫ້ປະ ຕິບັດເຂັ້ມງວດຕາມລະບຽບການ ຂອງປະເທດເພື່ອນບ້ານທີ່ຕົນ ເອງອາໃສຢູ່ ໃນຂະນະດຽວກັນ ຖ້າຕ້ອງການກັບຄືນ ສປປ ລາວ ເຊິ່ງເປັນບ້ານເກີດເມືອງນອນ ຂອງຕົນເອງກໍໃຫ້ດຳເນີນຢ່າງ ຖືກຕ້ອງຕາມຂັ້ນຕອນຂອງກົດ ໝາຍເຖິງແມ່ນວ່າເວລາອອກ ໄປຕ່າງປະເທດ ຈະລັກລອບອອກ ໄປກໍຕາມແຕ່ເວລາກັບເຂົ້າມາຂໍໃຫ້ກັບມາຢ່າງຖືກຕ້ອງ ໂດຍ ໃຫ້ພົວພັນກັບເຈົ້າໜ້າທີ່ສະຖານ ທູດ, ກົງສູນລາວ ແລະ ເຈົ້າໜ້າທີ່ ກ່ຽວຂ້ອງ ແລ້ວເດີນທາງມາຜ່ານດ່ານຕ່າງໆຢ່າງເປັນທາງ ການ. ລັດຖະບານ ຖືວ່າການເດີນທາງເຂົ້າມາປະເທດຢ່າງຖືກຕ້ອງ ນັ້ນ ເປັນການກະທຳທີ່ຮັກຊາດ ຮັກບ້ານເກີດເມືອງນອນຂອງ ຕົນຢ່າງແທ້ຈິງ ແລະ ກົງກັນຂ້າມ ບຸກຄົນໃດຫາກລັກລອບເຂົ້າມາ ຈະແມ່ນດ້ວຍເສັ້ນທາງໃດກໍຕາມ ຖືວ່າເປັນຜູ້ມີຄວາມຜິດຕາມກົດ ໝາຍ ແລະ ເປັນຜູ້ນຳເອົາຜົນເສຍ ຫາຍມາໃຫ້ປະເທດຊາດ ເຊິ່ງຈະ ຖືກດຳເນີນຄະດີຕາມກົດ ໝາຍ ຂອງ ສປປ ລາວ.(ເລື່ອງນີ້ ຂ້າພະ ເຈົ້າ ຂໍຮຽກຮ້ອງໃຫ້ ພໍ່ແມ່ພີ່ນ້ອງ ສົ່ງຂ່າວຕໍ່ໃຫ້ລູກຫຼານ ແລະ ໝູ່ຄູ່ ຂອງຕົນເອງຊາບໃຫ້ຈະແຈ້ງ ແລະ ທົ່ວເຖິງ) 5. ຂໍໃຫ້ປະຊາຊົນລາວທຸກ ຖ້ວນໜ້າ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທຸກພາກສ່ວນຮັບຮູ້ເຂົ້າໃຈວ່າພະ ຍາດໂຄວິດ-19 ໄດ້ລະບາດຮຸນ ແຮງໄປຂອບເຂດ ທົ່ວໂລກສ້າງ ຄວາມເສຍຫາຍຢ່າງໃຫຍ່ຫຼວງໃຫ້ແກ່ຊີວິດ ແລະ ເສດຖະກິດ-ຊີວິດການເປັນຢູ່ຂອງປະຊາຊົນ ຢ່າງມະຫາສານ. ລັດຖະບານ ກໍຄື ປະຊາຊົນທຸກໆປະເທດໃນທົ່ວ ໂລກ ແມ່ນໄດ້ມີຄວາມພະຍາ ຍາມສະກັດກັ້ນ ແລະ ຕ້ານສຸດ ຄວາມສາມາດຂອງຕົນ ແຕ່ກໍ່ຍັງ ບໍ່ທັນສາມາດຈະດັບມອດມັນໄດ້ ເທື່ອ ແລະ ມັນກໍ່ອາດຈະຍັງສືບ ຕໍ່ຢູ່ຄຸກຄາມມວນມະນຸດພວກ ເຮົາຕໍ່ໄປ. ສຳລັບປະເທດເຮົາຂ້າ ພະເຈົ້າເຂົ້າໃຈດີວ່າປະຊາຊົນກໍ ເຊັ່ນດຽວກັນກັບແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ລ້ວນແຕ່ມີ ຄວາມອິດເມື່ອຍຕໍ່ການເຝົ້າລະ ວັງ ແລະ ກໍ່ປະຕິບັດໜ້າທີ່ຂອງຕົນ ໂດຍສະເພາະ ແມ່ນແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ເຊິ່ງໄດ້ເປັນ ຜູ້ເຮັດໜ້າທີ່ບໍລິການຮັບໃຊ້ປະ ຊາຊົນ ໃນການປ້ອງກັນ ແລະ ປິ່ນປົວມາເປັນເວລາ 2 ປີ. ສະ ນັ້ນ ຂໍຮຽກຮ້ອງໃຫ້ເຫັນອົກເຫັນ ໃຈເຊິ່ງກັນ ແລະ ກັນ ຂໍໃຫ້ທຸກ ຄົນຈົ່ງໃຊ້ເຫດຜົນໃຊ້ຄວາມ ອົດທົນບໍ່ໃຊ້ອາລົມຕໍ່ກັນ-ປະຊາ ຊົນກໍ່ຕ້ອງເຫັນໃຈແພດໝໍ ແລະ ເຈົ້າໜ້າທີ່, ເຈົ້າໜ້າທີ່ ກໍຕ້ອງເຂົ້າ ໃຈ ແລະ ເຫັນໃຈປະຊາຊົນຜູ້ເຈັບ ປ່ວຍ, ສາມັກຄີຊ່ວຍເຫຼືອກັນ ຮ່ວມ ແຮງກັນພ້ອມກັນຜ່ານຜ່າໄປ ດ້ວຍກັນ, ຈົ່ງພ້ອມກັນປົກປັກຮັກສາມູນເຊື້ອອັນດີງາມຂອງ ສັງຄົມລາວເຮົາ ເຊິ່ງເປັນສັງ ຄົມຂອງການໂອບເອື້ອອາລີສາ ມັກຄີຮັກແພງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ