ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມເຊື່ອມຊຶມເອກະສານນະໂຍບາຍສຳຄັນຕ່າງໆ
ເວລາອອກຂ່າວ: 2021-07-22 11:26:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 680 | ຄວາມນິຍົມ:



ວັນທີ 13 ກໍລະກົດ 2021 ນີ້, ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ຈັດ ກອງປະຊຸມເຜີຍແຜ່ເຊື່ອມຊຶມ ຂໍ້ຕົກລົງຂອງກະຊວງປ້ອງກັນ ປະເທດ ວ່າດ້ວຍ ການຄຸ້ມຄອງ ນາຍ ແລະ ພົນທະຫານທີ່ໄດ້ຮັບ ນະໂຍບາຍອຸດໜູນບຳນານ, ເສຍອົງຄະຍ້ອນການສູ້ ຮົບ ແລະ ຮັບໃຊ້ການສູ້ຮົບ ແລະ ເອກະສານ ດໍາລັດ ວ່າດ້ວຍ ການ ຮັບຮອງ ແລະ ປະກາດໃຊ້ນະ ໂຍບາຍ, ຍຸດທະສາດ ແລະ ແຜນ ປະຕິບັດງານແຫ່ງຊາດ ເພື່ອຄົນ ພິການ, ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານ ຂອງສະ ຫາຍພົນຈັດຕະວາ ສີທາ ດວງມາ ລາ ຫົວໜ້າກົມນະໂຍບາຍ ກົມ ໃຫຍ່ການເມືອງກອງທັບ, ມີສະ ຫາຍ ພົນຈັດຕະວາ ສີພອນ ຈັນສົມ ວົງ ຫົວໜ້າການເມືອງ ກອງບັນ ຊາການທະຫານນະຄອນຫຼວງ ວຽງຈັນ, ມີບັນດາປະທານໜ່ວຍ ສະຫະພັນນັກຮົບເກົ່າທົ່ວນະ ຄອນຫຼວງວຽງຈັນ, ຄະນະພັກ- ຄະນະບັນຊາ-ພະແນກການທີ່ ກ່ຽວຂ້ອງຈາກອົງການ 5 ຫ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ ຮັບຟັງ. ການເຊື່ອມຊຶມເອກະສານ ໃນຄັ້ງນີ້, ກໍເພື່ອແນໃສ່ເຮັດໃຫ້ ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຊື່ອມຊຶມ, ເຂົ້າໃຈແຈ້ງ ແລະ ກຳແໜ້ນຢ່າງ ເລິກເຊິ່ງຕໍ່ບັນດາເນື້ອໃນເອກະ ສານດັ່ງກ່າວ, ໂດຍກຳນົດຫຼັກ ການ, ລະບຽບການ, ມາດຕະການ ກ່ຽວກັບການຈັດຕັ້ງ, ການ ເຄື່ອນ ໄຫວ, ຕິດຕາມກວດກາການ ຄຸ້ມຄອງນາຍ ແລະພົນທະຫານ ບຳນານ ແລະ ເສຍອົງຄະ ເພື່ອ ໃຫ້ພະນັກງານ-ນັກຮົບ ແລະ ທຸກ ຄົນໃນສັງຄົມເຂົ້າໃຈ ແລະ ປະ ຕິບັດຖືກຕ້ອງ, ສອດຄ່ອງຕາມ ແນວທາງນະໂຍບາຍຂອງພັກ-ລັດຖະບານ, ແນໃສ່ປົກປ້ອງສິດ, ຜົນປະໂຫຍດຂອງນາຍ ແລະ ພົນທະຫານ ບຳນານ ແລະ ເສຍ ອົງຄະ ພ້ອມນັ້ນ ກໍເພື່ອຜັນຂະ ຫຍາຍແນວທາງນະໂຍບາຍຂອງ ພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໃນແຕ່ ລະໄລຍະ, ພ້ອມທັງຜັນຂະຫຍາຍ ສົນທິສັນຍາສາກົນ ວ່າດ້ວຍສິດ ທິຂອງຄົນພິການ ແລະ ກົດໝາຍ ວ່າດ້ວຍ ຄົນພິການ ແນໃສ່ເຮັດ ໃຫ້ຄົນພິການມີການພັດທະນາ, ມີສິດສະເໝີພາບເທົ່າທຽມກັບ ຄົນອື່ນໃນດ້ານຕ່າງໆ, ມີຊີວິດ ການເປັນຢູ່ທີ່ດີຂຶ້ນ ແລະ ມີ ສ່ວນຮ່ວມຢ່າງເຕັມສ່ວນເຂົ້າ ໃນການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ