ຫຼາຍພາກສ່ວນມອບເງິນ ແລະ ເຄື່ອງຊ່ວຍເຫຼືອໄພນ້ຳຖ້ວມຢູ່ແຂວງ ໄຊຍະບູລີ
ເວລາອອກຂ່າວ: 2021-07-23 08:50:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 246 | ຄວາມນິຍົມ:
ໃນວັນທີ 17 ກໍລະກົດ 2021 ທີ່ຫ້ອງວ່າການແຂວງ ໄຊຍະບູລີ ໄດ້ມີຫຼາຍພາກສ່ວນນໍາເອົາ ເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດມາມອບໃຫ້ແຂວງ ໄຊ ຍະບູລີ ເພື່ອເປັນການປະກອບ ສ່ວນຊ່ວຍເຫຼືອບັນເທົາທຸກ ແລະ ເພື່ອຟື້ນຟູຊີວິດຈິດໃຈຂອງປະຊາ ຊົນທີ່ໄດ້ຮັບຜົນກະທົບຈາກໄພ ນໍ້າຖ້ວມໃນໄລຍະຜ່ານມາ, ໃນນັ້ນ ມີສະມາຄົມມິດຕະພາບລາວ-ເຢຍລະມັນ ມອບເງິນສົດຈໍາ ນວນ 56 ລ້ານກວ່າກີບ, ໃນນີ້: ໄດ້ມອບຕໍ່ໃຫ້ໂຮງຮຽນປະຖົມ ສົມບູນບ້ານປົ່ງ, ບ້ານບຸ່ງ, ບ້ານ ສີມຸງຄຸນ, ບ້ານນາຍາວ, ໂຮງ ຮຽນອານຸບານເມືອງ ໄຊຍະບູລີ ໂຮງຮຽນລະ 10 ລ້ານກີບ ແລະ ມອບໃຫ້ຄະນະຄຸ້ມຄອງໄພພິບັດ ຂັ້ນແຂວງ 6 ລ້ານກວ່າກີບ, ສະ ມາຄົມ ສຽງແຄນລາວ ມອບເງິນ
10 ລ້ານກີບ ແລະ ເຄື່ອງອຸປະ ໂພກ-ບໍລິໂພກມູນຄ່າ 39 ລ້ານ ກີບ, ລວມມູນຄ່າທັງໝົດ 49 ລ້ານກີບ ແລະ ສະຫະພັນການ ກຸສົນຂອງ ສປ ຈີນ ມອບເຄື່ອງ ປ້ອງກັນ ໂຄວິດ-19 ມູນຄ່າ 50
ລ້ານກວ່າກີບ, ເຊິ່ງຕາງໜ້າມອບ
ໂດຍ ທ່ານ ຮສ ດຣ ສົມອົກ ກິ່ງ ສະດາ ປະທານສະມາຄົມມິດຕະ ພາບ ລາວ-ເຢຍລະມັນ ແລະ ຮັບ
ໂດຍ ທ່ານ ພົງສະຫວັນ ສິດທະ ວົງ ເຈົ້າແຂວງ ໄຊຍະບູລີ ໂດຍມີ
ການນໍາຂອງແຂວງ, ຄະນະຄຸ້ມ ຄອງໄພພິບັດຂັ້ນແຂວງ, ຈາກ ຕາງໜ້າສະຖານເອກອັກຄະລັດ ຖະທູດແຫ່ງ ສາທາລະນະລັດ ສະ ຫະພັນ ເຢຍລະມັນ ປະຈໍາລາວ, ສະມາຄົມສຽງແຄນລາວ, ຄູ-ອາຈານ ແລະ ນ້ອງນັກຮຽນ 5 ໂຮງຮຽນເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານເຈົ້າ ແຂວງໄຊຍະບູລີ ກໍໄດ້ສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງພາກສ່ວນທີ່ກ່ຽວຂ້ອງທີ່ ໄດ້ມອບເງິນ ແລະ ເຄື່ອງຊ່ວຍ ເຫຼືອດັ່ງກ່າວ, ເພື່ອນໍາໃຊ້ເຂົ້າໃນ ການປັບປຸງຟື້ນຟູຫຼັງນໍ້າຖ້ວມ ໂດຍສະເພາະແມ່ນສ້ອມແປງ ໂຮງຮຽນທີ່ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມໃຫ້ຄືນສູ່ສະພາບ ປົກກະຕິໂດຍໄວ.
ໂດຍ: ອຸ່ນເຮືອນ ໂພທິລັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ