ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 497 ຈັດຕັ້ງປ່ອຍປາ
ເວລາອອກຂ່າວ: 2021-07-23 08:55:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 362 | ຄວາມນິຍົມ:



ເນື່ອງໃນໂອກາດ ວັນປ່ອຍ ປາ ແລະ ອະນຸລັກ ສັດນໍ້າ-ສັດ ປ່າ ແຫ່ງຊາດຄົບຮອບ 24 ປີ ໃນວັນທີ 16 ກໍລະກົດ 2021, ກອງພັນໃຫຍ່ 497 ໄດ້ຈັດຕັ້ງ ປ່ອຍປາ ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ຄໍາສຸກ ໄຊມວນສິນ ເລຂາຄະນະພັກ ຫົວໜ້າການທະຫານກອງພັນ ໃຫຍ່ 497, ມີຄະນະພັກ-ຄະນະ ບັນຊາ ພະແນກການກົມກອງ ແລະ ພະນັກງານວິຊາສະເພາະຈາກຂະແໜງຜະລິດເຂົ້າຮ່ວມ. ສະຫາຍ ພັນເອກ ຄໍາສຸກ ໄຊມວນສິນ ໄດ້ກ່າວໃຫ້ຮູ້ວ່າ: ນີ້ແມ່ນວຽກງານທີ່ສໍາຄັນອີກ ອັນໜຶ່ງທີ່ພວກເຮົາທຸກຄົນຕ້ອງ ໄດ້ເອົາໃຈໃສ່ ແລະ ພ້ອມກັນອະ ນຸລັກຮັກສາ ສັດນໍ້າປະເພດຕ່າງໆ ທີ່ມີໄວ້ໃນທໍາມະຊາດ ແລະ ນໍາ ໃຊ້ຢ່າງຍາວນານ ເພາະໃນປັດ ຈຸບັນ ເວົ້າລວມ, ເວົ້າສະເພາະ ຈໍານວນພົນຂອງພວກເຮົານັບ ມື້ນັບເພີ່ມຂຶ້ນ, ມີຄວາມຕ້ອງ ການບໍລິໂພກຊີ້ນ-ປາ ແລະ ສັດ ນໍ້າຕ່າງໆ ແມ່ນນັບມື້ເພີ່ມຂຶ້ນ ແຕ່ກົງກັນຂ້າມປາ ແລະ ສັດນໍ້າ ໃນທໍາມະຊາດນັບມື້ຫຼຸດລົງ ເລື່ອຍໆ ຍ້ອນຄົນເຮົາມີການ ບຸກລຸກສະຖານທີ່ອາໄສຂອງ ປາ, ແຫຼ່ງເພາະພັນປາ ແລະ ສັດນໍ້າອື່ນໆ ໃຊ້ເຄື່ອງຫາປາ ບໍ່ຖືກວິທີ, ແບບດັບສູນ, ເຮັດ ໃຫ້ປາ ແລະ ສັດນໍ້າໃນທໍາມະຊາດບໍ່ມີໂອກາດຂະຫຍາຍພັນ, ເມື່ອສະພາບເປັນແນວນັ້ນພວກ ເຮົາຈື່ງໄດ້ ຈັດໃຫ້ມີການປ່ອຍ ປາລົງໜອງປາລວມຂອງກົມ ກອງ, ເພື່ອເປັນການລ້ຽງ, ຂະ ຫຍາຍພັນປາ ສັດນໍ້າຊະນິດ ຕ່າງໆ ແບບທໍາມະຊາດ ແລະ ບໍລິໂພກ ຢູ່ໃນກົມກອງ. ປາທີ່ ນຳມາປ່ອຍມີ: ປາໄນ, ປາປາກ, ປາກິນຫຍ້າ ແລະ ປານວນຈັນ ທັງໝົດ 40.000 ກວ່າໂຕ. ໂດຍ: ເປີ້ນ ແສງຄໍາມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ