ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສ່ອງແສງສະພາບການລະ ຫວ່າງກອງພົນທີ 3 ກັບ ອົງການ ປົກຄອງ ເມືອງຮຸນ
ເວລາອອກຂ່າວ: 2021-07-23 08:56:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 298 | ຄວາມນິຍົມ:



ໃນວັນທີ 16 ກໍລະກົດ 2021, ຫ້ອງວ່າການປົກຄອງເມືອງຮຸນ ແຂວງອຸດົມໄຊ ໄດ້ມີການສ່ອງ ແສງສະພາບການຮອບດ້ານລະ ຫວ່າງກອງພົນທີ 3 ກັບ ອົງການ ປົກຄອງເມືອງຮຸນ ແຂວງອຸດົມ ໄຊ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 3, ມີທ່ານ ອິນທາ ລືນາມມະຈັກ ກຳມະການຄະນະພັກແຂວງ ເລຂາຄະນະພັກເມືອງ ເຈົ້າ ເມືອງໆຮຸນ, ມີ ຄະນະນຳກອງ ພົນທີ 3 ກັບ ເມືອງຮຸນ ເຂົ້າຮ່ວມ. ຄະນະນໍາທັງສອງພາກສ່ວນ ໄດ້ຜັດປ່ຽນກັນລາຍງານສະພາບ ການເຄື່ອນໄຫວຈັດຕັ້ງປະຕິບັດ ໜ້າທີ່ວຽກງານຕະຫຼອດໄລຍະ ຜ່ານມາ ໂດຍຍົກໃຫ້ເຫັນເງື່ອນ ໄຂຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຂໍ້ ຄົງຄ້າງບາງບັນຫາເພື່ອພ້ອມ ກັນປັບປຸງແກ້ໄຂແລກປ່ຽນບົດ ຮຽນ ເຊິ່ງກັນ ແລະ ກັນ ໃນຂົງ ເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະພາບ ໃນຂອບເຂດກົມກອງຮັບຜິດ ຊອບເປັນຕົ້ນ: ແມ່ນທາງດ້ານ ການເມືອງ, ການປັບປຸງກໍ່ສ້າງ ກຳລັງ, ກໍ່ສ້າງກົມກອງ, ການພັດ ທະນາເສດຖະກິດພື້ນຖານໂຄງ ລ່າງ, ວັດທະນາທຳ-ສັງຄົມ ໂດຍສະເພາະແມ່ນພ້ອມກັນຄົ້ນ ຄວ້າປັບປຸງການແກ້ໄຂສະພາບ ປະກົດການຫຍໍ້ທໍ້ຂອງສັງຄົມ, ການຂີ້ລັກງັດແງະ, ການຄ້າ ຂາຍເຖື່ອນ, ສິ່ງເສບຕິດ, ອຸບັດ ຕິເຫດຕາມທ້ອງຖະໜົນ, ປະເພນີ ແລະ ສາສະໜາ ສິ່ງທີ່ຜິດກົດໝາຍຢູ່ໃນຂອບເຂດກົມກອງ ຮັບຜິດຊອບກໍຄືຂອບເຂດເມືອງ ຮຸນ ເພື່ອພ້ອມກັນແກ້ໄຂຕ້ານ ແລະ ສະກັດກັ້ນໃຫ້ນັບມື້ຫຼຸດໜ້ອຍຖ່ອຍລົງເທື່ອລະກ້າວ. ທັງນີ້, ກໍເພື່ອເຮັດໃຫ້ການແກ້ໄຂ ບັນດາປະກົດການຕ່າງໆ ໃຫ້ ມີຄວາມສະດວກສະບາຍຍິ່ງຂຶ້ນ ພ້ອມທັງເປັນການເສີມສ້າງສາຍ ພົວພັນລະຫວ່າງຄະນະພັກ-ຄະ ນະບັນຊາກອງພົນທີ 3 ກັບການ ນຳເມືອງຮຸນ ແຂວງອຸດົມໄຊ ໃຫ້ນັບມື້ມີຄວາມໜັກແໜ້ນຂຶ້ນ ກວ່າເກົ່າ. ໂດຍ: ລີໂດ ດວງສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ