ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງພະລາທິການ ທະຫານແຂວງໄຊຍະບູລີ ເປີດຊຸດອົບຮົມບຳລຸງວຽກງານເສນາພະລາ ຊຸດທີ 2
ເວລາອອກຂ່າວ: 2021-07-23 09:00:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1008 | ຄວາມນິຍົມ:



ໃນວັນທີ 16 ກໍລະກົດ 2021 ນີ້, ຫ້ອງພະລາທິການ ກອງບັນຊາການທະຫານແຂວງ ໄຊຍະບູລີ ເປີດຊຸດອົບຮົມບຳລຸງ ວຽກງານເສນາ-ພະລາ ຊຸດທີ 2 ລະບົບ 3 ເດືອນ ປະຈຳສົກປີ 2021-2022, ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພັນໂທ ປອ ສົມພິດ ແກ້ວວັນທອງ ຮອງຫົວ ໜ້າກົມເສນາ-ພະລາ ກົມໃຫຍ່ພະ ລາທິການກອງທັບ, ມີສະຫາຍ ພັນເອກ ເນື່ອງທອງ ຊຸຍຍະຈັນ ຫົວໜ້າຫ້ອງພະລາທິການ ກອງ ບັນຊາການທະຫານແຂວງໄຊຍະ ບູລີ, ມີຄະນະພັກ-ຄະນະບັນຊາ ການ 5 ຫ້ອງ, ກົມກອງອ້ອມຂ້າງ, ຄະນະອຳນວຍການໂຮງຮຽນ, ພະນັກງານຄູ-ອາຈານ ແລະ ນັກ ຮຽນ ເຂົ້າຮ່ວມ. ສະຫາຍ ພັນໂທ ອຳໄພ ອຸ່ມ ສາພົນ ຮອງຫົວໜ້າຫ້ອງພະລາ ທິການ ກອງບັນຊາການທະຫານ ແຂວງ ໄຊຍະບູລີ ໄດ້ຜ່ານຂໍ້ ຕົກ ລົງຂອງກົມໃຫຍ່ພະລາທິການ ກອງທັບ ສະບັບເລກທີ 295/ກພລ ລົງວັນທີ 21 ເມສາ 2021 ວ່າ ດ້ວຍ ການອະນຸມັດໃຫ້ກອງບັນ ຊາການທະຫານແຂວງໄຊຍະ ບູລີເປີດຊຸດອົບຮົມບຳລຸງວຽກ ງານເສນາ-ພະລາ ຊຸດທີ 2 ປະ ຈຳສົກປີ 2021-2022 ແລະ ຜ່ານແຜນການເປີດຊຸດອົບຮົມ ຕາມຈຸດປະສົງເພື່ອຍົກສູງຄວາມ ຮູ້ ຄວາມສາມາດ ແລະ ກຳໄດ້, ໜ້າທີ່ພາລະບົດບາດ, ຄວາມ ໝາຍ, ຄວາມສຳຄັນກ່ຽວກັບ ວຽກງານເສນາ-ພະລາຂອງ ກອງທັບໃນໄລຍະໃໝ່, ຊຸດອົບ ຮົມຄັ້ງນີ້ ໄດ້ແບ່ງອອກເປັນ 2 ພາກ ຄື: ພາກວິຊາທົ່ວໄປ ແລະ ພາກວິຊາສະເພາະ; ພາກວິຊາ ທົ່ວໄປຮຽນເອກະສານວຽກ ງານເສນາທິການ ມີ 4 ບົດ ເທົ່າ ກັບ 42 ຊົ່ວໂມງ, ຮຽນເອກະ ສານວຽກງານການເມືອງ ມີ 3 ບົດ 35 ຊົ່ວໂມງ, ຮຽນເອກະ ສານວຽກງານວິຊາສະເພາະ ເຫຼົ່າຮົບພະລາທິການ-ເຕັກນິກ ມີ 8 ຂະແໜງການ 104 ຊົ່ວ ໂມງ, ພາກວິຊາສະເພາະ ຮຽນ ເອກະສານວຽກງານພະລາທິ ການລວມມີ 4 ບົດ 35 ຊົ່ວໂມງ, ເອກະສານພະລາທິການປົກກະ ຕິມີ 10 ບົດ 91 ຊົ່ວໂມງ, ເອກະ ສານວຽກງານພະລາທິການ ສູ້ຮົບມີ 4 ບົດ 72 ຊົ່ວໂມງ ແລະ ເອກະສານພະລາທິການທ້ອງ ຖິ່ນມີ 3 ບົດ 51 ຊົ່ວໂມງ. ສະຫາຍ ພັນໂທ ປອ ສົມພິດ ແກ້ວວັນທອງ ໄດ້ກ່າວວ່າ: ເພື່ອ ເຮັດໃຫ້ການອົບຮົມຊຸດນີ້ໄດ້ຮັບ ຄຸນນະພາບ, ຮັບປະກັນຄວາມ ປອດໄພ ແລະ ບັນລຸຕາມລະດັບ ຄາດໝາຍທີ່ວາງໄວ້, ຄະນະພັກ- ຄະນະບັນຊາ, ພະນັກງານຄູ-ອາຈານແຕ່ລະສະຫາຍຕ້ອງເອົາ ໃຈໃສສຶກສາອົບຮົມການເມືອງ- ແນວຄິດໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ ຫ້າວ ຫັນແຂ່ງຂັນກັນຮໍ່າຮຽນໃຫ້ໄດ້ ຮັບຜົນດີ, ມີຄຸນສົມບັດສິນທຳ ປະຕິວັດ, ມີລະບຽບວິໄນຂອງ ກອງທັບຢ່າງເຂັ້ມງວດ, ມີສະຕິຕໍ່ ການຈັດຕັ້ງ, ມີຄວາມອົດທົນຜ່ານ ຜ່າຂໍ້ຫຍຸ້ງຍາກ ເພື່ອເຮັດສຳເລັດ ໜ້າທີ່ໃນການຮໍ່າຮຽນ ແລະ ສາ ມາດຍາດໄດ້ຄະແນນທີ່ດີ, ຊຸດອົບຮົມຄັ້ງນີ້ ຈະດຳເນີນໄປ ເປັນເວລາ 90 ວັນ ຈຶ່ງຈະສຳເລັດ. ໂດຍ: ສົມຈີນ ສິນຕະວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ