ກອງພັນໃຫຍ່ 642 ມອບເງິນອຸດໜູນນະໂຍບາຍ ໃຫ້ພະນັກງານ-ນັກຮົບ
ເວລາອອກຂ່າວ: 2021-07-26 10:22:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2283 | ຄວາມນິຍົມ:
ວັນທີ 19 ກໍລະກົດ ນີ້,
ກອງພັນໃຫຍ່ 642 ໄດ້ມອບເງິນ
ອຸດໜູນໃຫ້ຄອບຄົວພະນັກງານ ທີ່ເສຍຊີວິດ ຈຳນວນ 1 ສະຫາຍ
ຄື: ສະຫາຍ ຮ້ອຍຕີ ໄຊນະຄອນ
ແລະ ມອບເງິນອຸດໜູນພັກ ການ ຈໍານວນ 2 ສະຫາຍ ຄື: ສະຫາຍ ວາທີ ຄໍາແດງ ແລະ ສະຫາຍ ສິບເອກ ພອນເພັດ
ລວມຈຳນວນເງິນທັງໝົດ 101.771.870 ກີບ, ໂດຍການ
ກ່າວມອບຂອງ ສະຫາຍ ພັນໂທ
ສຸວັນ ນະຄີລີ ຮອງຫົວໜ້າການ ເມືອງ ກອງພັນໃຫຍ່ 642.
ສະຫາຍ ພັນໂທ ສຸວັນ ນະຄີລີ
ໄດ້ກ່າວວ່າ: ການມອບເງິນອຸດ
ໜູນນະໂຍບາຍໃນຄັ້ງນີ້, ແມ່ນ
ປະຕິບັດຕາມແນວທາງນະໂຍ ບາຍຂອງພັກ-ລັດ ກໍຄືກະຊວງ
ປ້ອງກັນປະເທດ, ຕໍ່ຜູ້ທີ່ຜົນງານ,
ຄຸນງາມຄວາມດີ, ທີ່ໄດ້ອຸທິດເຫື່ອ ແຮງ, ສະຕິປັນຍາເຂົ້າໃນພາລະ ກິດລວມຂອງຊາດໃນການປົກ
ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ເວົ້າລວມ, ເວົ້າ ສະເພາະ ກໍຄືການປະກອບສ່ວນ ເຂົ້າໃນການປັບປຸງກໍ່ສ້າງກົມ ກອງໃຫ້ມີຄວາມເຂັ້ມແຂງໜັກ ແໜ້ນ ຈົນເຖິງວິນາທີສຸດທ້າຍ. ຕໍ່ກັບບັນດາສະຫາຍທີ່ພັກການ ກໍຕ້ອງໄດ້ສຶບຕໍ່ປະຕິບັດລະບຽບ
ກົດໝາຍ ໃຫ້ການຮ່ວມມືກັບ ອໍານາດການປົກຄອງທ້ອງຖິ່ນ, ເປັນແບບຢ່າງທີ່ດີໃນການ ເຮັດ
ໜ້າທີ່ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຢູ່ຮາກຖານ ບ້ານ ແລະ ນໍາໃຊ້ເງິນດັ່ງກ່າວ ເພື່ອເປັນກ້ອນທຶນໃຫ້ແກ່ຄອບຄົວ
ລູກ, ຫຼານ ໃນການສຶກສາຮໍ່າ
ຮຽນ, ນຳໃຊ້ເຂົ້າໃນການດໍາລົງ ຊີວິດ ແລະ ສ້າງສາພັດທະນາເສດຖະກິດຄອບຄົວໃຫ້ມີຊີວິດ ການເປັນຢູ່ໃຫ້ດີຂຶ້ນກວ່າເກົ່າ.
ໂດຍ: ແຟນຕ່າ ໄຊຍະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ