ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບສະຫຼຸບວຽກງານການນຳພາ
ເວລາອອກຂ່າວ: 2021-07-27 08:30:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ:



ວັນທີ 23 ກໍລະກົດ 2021, ຫ້ອງການເມືອງ ກົມໃຫຍ່ເສນາ ທິການ ໄດ້ສະຫຼຸບຕີລາຄາວຽກ ງານການນໍາພາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2021 ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະວາ ກອງແກ້ວ ວໍລະຈິດ ກໍາມະການ ຄະນະພັກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ມີຄະນະຫ້ອງ, ພະແນກການ, ຂະແໜງການ, ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ໄຊພອນ ສອນ ມະນີ ຮອງຫົວໜ້າຫ້ອງການ ເມືອງ ໄດ້ຜ່ານບົດສະຫຼຸບຕີລາຄາ ວຽກງານການນໍາພາໃນ 6 ເດືອນ ຕົ້ນປີ ແລະ ຜ່ານທິດທາງແຜນ ການ 6 ເດືອນທ້າຍປີ 2021 ຂອງ ໜ່ວຍພັກຫ້ອງການເມືອງກົມ ໃຫຍ່ເສນາທິການກອງທັບ, ເຊິ່ງ ໄດ້ຍົກໃຫ້ເຫັນຫຼາຍຂົງເຂດວຽກງານທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ. ເປັນ ຕົ້ນແມ່ນ ຊີ້ນໍາກົມກອງເອົາໃຈໃສ່ ກໍາແໜ້ນສະພາບການ, ສົມທົບ ແໜ້ນກັບອໍານາດການປົກຄອງ ທ້ອງຖິ່ນ, ຕິດຕາມສະພາບປະຊາ ຊົນ ແລະ ກຸ່ມຄົນບໍ່ດີ, ຕິດຕາມສະພາບການເຄື່ອນໄຫວຂອງບັນດາສະມາຊິກພັກພະນັກງານ-ນັກຮົບ ພາຍໃນຫ້ອງການເມືອງ ກໍຄື ອົງ ການ, ກົມກອງມີຄວາມສະຫງົບ ປອດໄພ 100%, ວຽກງານກຽມພ້ອມສູ້ຮົບໄດ້ເຂົ້າຮ່ວມລະບົບປະຈໍາການຢູ່ສູນບັນຊາກະຊວງ ແລະ ກະກຽມສູ້ຮົບຂອງຫ້ອງຕະຫຼອດ 24 ຊົ່ວໂມງ, ຊີ້ນໍາບັນດາອົງການ-ກົມກອງເອົາໃຈໃສ່ປ້ອງກັນກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ຊຸດທີ IX ແລະ ສະມາຊິກ ສະພາຂັ້ນແຂວງ ຊຸດທີ II, ວຽກ ງານສຶກສາອົບຮົມການເມືອງ- ນໍາພາແນວຄິດໄດ້ຈັດຕັ້ງເຊື່ອມ ຊຶມແນວທາງ, ເຜີຍແຜ່ມະຕິ, ຄໍາ ສັ່ງ, ຂໍ້ກໍານົດກົດລະບຽບຂອງ ພັກ-ກົດໝາຍຂອງລັດ, ຂໍ້ກໍານົດ ກົດລະບຽບຂອງກອງທັບ, ເລົ່າ ມູນເຊື້ອວັນສໍາຄັນຕ່າງໆໃຫ້ພະ ນັກງານສະມາຊິກພັກ-ນັກຮົບ 10 ຄັ້ງ, 6 ເອກະສານ ຈໍານວນ ພົນເຂົ້າຮ່ວມ 1.020 ສະຫາຍ, ຍິງ 322 ສະຫາຍ; ຊີ້ນໍາບັນດາ ອົງການກົມກອງ ຕ້ານ ແລະ ສະ ກັດກັ້ນການລະບາດພະຍາດໂຄ ວິດ-19, ຊີ້ນໍາການດໍາເນີນຊີ ວິດການເມືອງຂອງຈຸພັກ-ໜ່ວຍ ພັກ, ຮັບ-ຈ່າຍ ໜັງສືພິມ 150 ສະບັບ, ວາລະສານ 172 ສະບັບ, ຂຽນ ແລະ ສົ່ງຂ່າວໃຫ້ໜັງສືພິມ, ວິທະຍຸ, ໂທລະພາບກອງທັບ 37 ຂ່າວ, ມອບເຄື່ອງອຸປະໂພກ-ບໍລິ ໂພກໃຫ້ພະນັກງານ-ນັກຮົບທີ່ປະ ຕິບັດໜ້າທີ່ຢູ່ເຂດທຸລະກັນດານ 6 ຄັ້ງ ເປັນຈໍານວນເງິນ 52.500.000 ກີບ, ເຂົ້າຊົມສິລະ ປະ-ວັນນະຄະດີ ພາຍໃນ ແລະ ຕ່າງປະເທດ 5 ຄັ້ງ ມີ 160 ສະ ຫາຍ, ເຂົ້າຮ່ວມຈັດຕັ້ງເຜີຍແຜ່ ເຊື່ອມຊຶມຄໍາສັ່ງຂອງອົງການຈັດ ຕັ້ງສູນກາງພັກ ແລະ ບົດແນະນໍາ ຂອງຄະນະພັກກະຊວງປ້ອງກັນ ປະເທດ ກ່ຽວກັບວຽກງານຂະ ຫຍາຍພັກໄດ້ 9 ກົມກອງ, ເຜີຍ ແຜ່ຜົນສໍາເລັດກອງປະຊຸມວຽກ ງານປ້ອງກັນພາຍໃນ 5 ປີ ທົ່ວ ກອງທັບຢູ່ກົມໃຫຍ່ເສນາທິການ ສໍາເລັດ, ແກ້ໄຂປະກົດການຫຍໍ້ທໍ້ 4 ກໍລະນີ ສໍາເລັດ, ມອບໃບຢັ້ງ ຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີໄດ້ 109 ໜ່ວຍ, ຂະຫຍາຍມະຫາຊົນກ້າວໜ້າເຂົ້າ ເປັນສະມາຊິກສໍາຮອງ ໄດ້ 200 ສະຫາຍ, ຍິງ 38 ສະຫາຍ, ເລື່ອນ ຂຶ້ນສົມບູນ 169 ສະຫາຍ, ຍິງ 20 ສະຫາຍ, ຮຽນສະໜັບສະໜູນ 462 ສະຫາຍ, ຍິງ 16 ສະຫາຍ, ວຽກງານພະນັກງານຄົ້ນຄວ້າ, ສະເໜີແຕ່ງຕັ້ງມອບໝາຍໜ້າທີ່ ພະນັກງານຂັ້ນບັນຊາຕ່າງໆໄດ້ 66 ຕໍາແໜ່ງ, ເລື່ອນຊັ້ນ, ເລື່ອນ ທຽບຊັ້ນ 572 ສະຫາຍ, ຍົກຂັ້ນ ເງິນເດືອນ 36 ສະຫາຍ, ເຂົ້າຮັບ ເບ້ຍບໍານານ 18 ສະຫາຍ, ອອກ ອຸດໜູນ 6 ສະຫາຍ, ພັກປິ່ນປົວ ຍາວນານ 4 ສະຫາຍ, ໄປຮຽນ ຕ່າງປະເທດ 11 ສະຫາຍ, ປະຕິ ບັດວິໄນ 5 ສະຫາຍ, ສິ້ນສຸດ ການລົງວິໄນ 2 ສະຫາຍ, ວຽກ ງານຊາວໜຸ່ມ ໄດ້ຊີ້ນໍາຄະນະ ໜ່ວຍຊາວໜຸ່ມກະກຽມ ແລະ ດໍາ ເນີນກອງປະຊຸມໃຫຍ່ຂັ້ນຂອງ ຕົນ 12 ຄະນະ, ສໍາເລັດ 4 ຄະນະ, ຍັງຄ້າງ 8 ຄະນະ, ເຊື່ອມຊຶມມະ ຕິກອງປະຊຸມໃຫຍ່ຊາວໜຸ່ມທົ່ວ ປະເທດ ຄັ້ງທີ VIII ຈັດຕັ້ງປະຕິ ບັດຂໍ້ແຂ່ງຂັນ 4 ບຸກ, ມອບໃບ ຍ້ອງຍໍ, ຊົມເຊີຍ 1.387 ໃບ, ແກ້ ໄຂນະໂຍບາຍຕໍ່ສະມາຊິກກອງ ທຶນເຈັບເປັນ, ເສຍຊີວິດ 181 ສະ ຫາຍ, ສ້າງເສດຖະກິດບຸກຄົນ-ຄອບຄົວ 36 ສະຫາຍ, ວຽກງານ ອົງການຈັດຕັ້ງສະຫະພັນແມ່ຍິງ ໄດ້ຊີ້ນໍາກອງປະຊຸມໃຫຍ່ຂອງສະ ຫະພັນແມ່ຍິງ ສໍາເລັດ 4 ຄະນະ. ດ້ານວຽກງານນະໂຍບາຍປະກັນ ສັງຄົມໄດ້ມອບ-ຮັບເງິນອຸດໜູນ ບໍານານ 17 ສະຫາຍ, ສະເໜີຂັ້ນ ເທິງອະນຸມັດສ້າງຄອບຄົວ 233 ຄູ່, ພະນັກງານລາພັກຢູ່ພາຍໃນ ແລະ ໄປຕ່າງປະເທດ 19 ສະຫາຍ, ເກັບກໍາສະຖິຕິ, ຂຶ້ນແຜນງົບປະ ມານປະກັນສັງຄົມງວດ II /2020 ຈ່າຍບັດປະກັນສັງຄົມໃຫ້ຜູ້ປະ ກັນຕົນ 238 ບັດ. ໂດຍ: ເກດຕະວັນ ໄຊຍະສົມບັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ