ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານນະຄອນຫຼວງວຽງຈັນ ມອບເງິນນະໂຍບາຍ ໃຫ້ຄອບຄົວພະນັກງານຜູ້ເສຍຊີວິດ
ເວລາອອກຂ່າວ: 2021-07-27 08:36:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 319 | ຄວາມນິຍົມ:



ໃນວັນທີ 16 ກໍລະກົດ 2021, ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ມອບ ເງິນນະໂຍບາຍອຸດໜູນເສຍຊີວິດ ເທື່ອດຽວ ໃຫ້ແກ່ຄອບຄົວພະ ນັກງານຜູ້ເສຍຊີວິດ ຢູ່ກອງບັນ ຊາການທະຫານເມືອງປາກງື່ມ ນະຄອນຫຼວງວຽງຈັນ, ໂດຍ ການເປັນປະທານຂອງ ສະຫາຍ ພັນໂທ ບຸນແປງ ສຸນີໄຊ ຮອງຫົວ ໜ້າຫ້ອງການເມືອງ ກອງບັນຊາ ການທະຫານນະຄອນຫຼວງວຽງ ຈັນ, ມີບັນດາພະແນກການ ແລະ ຄະນະບັນຊາ ກົມກອງທີ່ກ່ຽວ ຂ້ອງ ພ້ອມດ້ວຍຄອບຄົວພະນັກງານຜູ້ເສຍຊີວິດເຂົ້າຮ່ວມ. ໂດຍປະຕິບັດຕາມຕາມກົດ ໝາຍ ວ່າດ້ວຍ ປະກັນສັງຄົມ, ອີງຕາມຄຳສັ່ງແນະນຳຂອງກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍປະ ກັນສັງຄົມໃນກອງທັບປະຊາຊົນ ລາວ, ອີງຕາມການເສຍຊີວິດ ຂອງ ສະຫາຍ ຮ້ອຍຕີ ທານິນ ໄຊຍະສຸກ ໃນຄັ້ງວັນທີ 24 ມັງກອນ 2021 ທີ່ປະຈໍາການຢູ່ ກອງບັນຊາການທະຫານເມືອງ ປາກງື່ມ ນະຄອນຫຼວງວຽງຈັນ. ພະແນກປະກັນສັງຄົມ ກອງ ບັນຊາການທະຫານນະຄອນ ຫຼວງວງຽງຈັນ ພ້ອມດ້ວຍຄະ ນະກຳມະການຊາປານະກິດສົບ, ຄະນະພັກ-ຄະນະບັນຊາ ກົມ ກອງ ທີ່ກ່ຽວຂ້ອງ ໄດ້ພ້ອມກັນ ເຊັນບົດບັນທຶກການ ມອບ-ຮັບ ເງິນນະໂຍບາຍອຸດໜູນເສຍຊີວິດ ເທື່ອດຽວ ຈຳນວນ 40.526.220 ກີບ ໃຫ້ຄອບຄົວຜູ້ເສຍຊີວິດ. ໂດຍ:ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ