ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ 419 ທະຫານແຂວງບໍ່ແກ້ວເປີດຂະບວນການແຂ່ງຂັນ
ເວລາອອກຂ່າວ: 2021-07-27 08:38:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 862 | ຄວາມນິຍົມ:



ຫວ່າງບໍ່ດົນຜ່ານມານີ້, ກອງພັນ 419 ທະຫານແຂວງບໍ່ ແກ້ວເປີດຂະບວນການຂໍ້ແຂ່ງ ຂັນ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ວຽງແກ້ວ ໄຊຍະ ສານ ຫົວໜ້າການເມືອງກອງພັນ 419, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກ ຮົບທົ່ວກົມກອງເຂົ້າຮ່ວມ. ສະຫາຍ ພັນຕີ ສົມພອນ ວົງສຸ ວັນ ຮອງຫົວໜ້າການເມືອງກອງ ພັນ 419 ໄດ້ຜ່ານບົດສະຫຼຸບການ ສ້າງຂະບວນການຂໍ້ແຂ່ງຂັນປະ ຈຳປີ 2020 ແລະ ທິດທາງແຜນ ການປະຈຳປີ 2021 ເພື່ອເຮັດ ໃຫ້ການເຄື່ອນໄຫວສ້າງຂະບວນ ການແຂ່ງຂັນໄດ້ຮັບຜົນດີ, ມີຄຸນນະພາບໃນການຂໍ່ານັບຮັບຕ້ອນວັນສໍາຄັນປະຫວັດສາດຂອງຊາດ, ຂອງພັກ ແລະ ຂອງກອງທັບໃຫ້ ມີຂະບວນການຟົດຟື້ນຕໍ່ເນື່ອງ, ທັງເປັນການເສີມຂະຫຍາຍທາດ ແທ້ມູນເຊື້ອພິລະອາດຫານຂອງ ກອງທັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ເປັນການຊຸກຍູ້ຂະບວນ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍຕິດພັນ ກັບກອງປອດໃສ ປອດໄພ ປອດ ຄະດີ, ກໍ່ສ້າງນັກຮົບ-ກົມກອງ ວັດທະນະທໍາ, ຂະບວນການ 4 ປູກ 4 ລ້ຽງ, ຂະບວນການ 4 ບຸກຂອງຊາວໜຸ່ມ, ຂະບວນການ 3 ດີ ຂອງສະຫະພັນແມ່ຍິງ ແລະ ການປະຕິບັດຂໍ້ກໍານົດ 7 ລະບອບ 18 ວຽກຂອງກອງທັບ, ຍົກສູງ ການສຶກສາອົບຮົມຈິດໃຈຮັກ ຊາດ, ຈົງຮັກພັກດີຕໍ່ອຸດົມການ ຂອງພັກ, ມີສະຕິລະວັງຕົວຕໍ່ກົນ ອຸບາຍທໍາລາຍມ້າງເພຂອງອິດ ທິກໍາລັງປໍລະປັກ, ມີສະຕິຕໍ່ການ ຈັດຕັ້ງ, ປະຕິບັດມະຕິ, ຄໍາສັ່ງ ຕ່າງໆຂອງຂັ້ນເທິງໃຫ້ເຂັ້ມງວດ ແລະ ພ້ອມກັນເຮັດໜ້າທີ່ການ ເມືອງຕາມການຈັດຕັ້ງມອບໝາຍ ໃຫ້ສໍາເລັດຕາມແຜນການວາງ ໄວ້. ກຳນົດຂໍ້ແຂ່ງຂັນພາຍໃຕ້ຄໍາ ຂວັນຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານ ການເມືອງ, ສັງຄົມມີຄວາມ ສະຫງົບ ແລະ ປອດໄພ, ຕັ້ງໜ້າ ປັບປຸງກໍ່ສ້າງກອງທັບປະຊາຊົນ ລາວ ທັງ 3 ປະເພດກໍາລັງໃຫ້ ໜັກແໜ້ນ ເຂັ້ມແຂງ ຈົງຮັກພັກ ດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ ປະຊາຊົນບັນດາເຜົ່າໂດຍຕິດພັນ ກັບຄໍາຂວັນຮັກຊາດ ແລະ ພັດ ທະນາຕາມຂໍ້ແຂ່ງຂັນ 6 ຂໍ້ ໂດຍ ສອດຄ່ອງຕິດພັນກັບ 4 ໜ້າທີ່ ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດວາງ ອອກໃຫ້ມີໝາກຜົນສູງ. ໃນພິທີຍັງໄດ້ຮັບຮອງເອົາເນື້ອ ໃນຂໍ້ແຂ່ງຂັນ ເຊິ່ງຕົວແທນຂອງ ແຕ່ລະພາກສ່ວນໄດ້ຈັບມືແຂ່ງ ຂັນກັນຈັດຕັ້ງປະຕິບັດຢູ່ກົມກອງ ຂອງຕົນໃຫ້ປະກົດຜົນເປັນຈິງ ແລະ ມີບັນຍາກາດຟົດຟື້ນ. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ